ເຂື່ອນດອນສະຫົງ ຍັງບໍ່ແຈ່ມແຈ້ງ

ແຜນທີ່ບ່ອນໂຄງການເຂື່ອນດອນສະໂຮງ
ແຜນທີ່ບ່ອນໂຄງການເຂື່ອນດອນສະໂຮງ (RFA)

0:00 / 0:00

ພາຍຫລັງທີ່ມີຂ່າວວ່າຣັຖບານລາ ໄດ້ເລີ່ມ ກໍ່ສ້າງເຂື່ອນດອນສະຫົງ ແລ້ວ ວິທຍຸ ເອເຊັຍເສຣີ ກໍໄດ້ຖາມ ໄປຍັງຄະນະ ກັມມາທິການ ແມ່ນໍ້າຂອງ ກ່ຽວກັບ ເຣື່ອງດັ່ງກ່າວ ແລະ ໄດ້ຄໍາຕອບ ຈາກ ທ່ານ ສຸຣະສັກ ກລ້າຫານ ເຈົ້າໜ້າທີ່ອົງການນັ້ນວ່າເວລານີ້ ຣັຖບາລລາວ ຍັງບໍ່ທັນ ໄດ້ແຈ້ງ ຢ່າງເປັນ ທາງການ ມາໃຫ້ອົງການ ຂອງທ່ານ ຊາບນໍາເທື່ອ. ທ່ານວ່າ:

"ທ່ານວ່າ ຣັຖບານລາວ ຍັງບໍ່ທັນ ໄດ້ສົ່ງ ໜັງສືແຈ້ງ ຢ່າງເປັນ ທາງການ ມາໃຫ້ ຄະນະ ກັມມາທິການ ແມ່ນໍ້າຂອງ ເທື່ອ. ດັ່ງນັ້ນ ຈຶ່ງບໍ່ສາມາດ ທີ່ ຈະດໍາເນີນການ ເຣື່ອງການ ປຶກສາຫາລື ຫຼື ການສຶກສາ ກໍຍັງເຮັດບໍ່ໄດ້ບໍ່ສາມາດລົງໄປກວດສອບ ຫຍັງໄດ້".

ທ່ານເວົ້າ ຕໍ່ໄປວ່າ ຖ້າມີການແຈ້ງ ມາຢ່າງເປັນ ທາງການ ຄະນະ ກັມມາທິການ ແມ່ນໍ້າຂອງ ກໍຈະໄດ້ ນັດປະຊຸມ ຣະຫວ່າງ ປະເທສ ສະມາຊິກ 4 ປະເທສ ຄື ລາວ, ໄທຍ໌, ວຽດນາມ ແລະ ກໍາພູຊາ.
ໃນຂະນະດຽວກັນ ກໍໄດ້ຖາມໄປຍັງ ນັກວິຊາການ ດ້ານເຂື່ອນ ແລະ ພລັງງານ ທ່ານນຶ່ງ ທີ່ເຄີຍໄປສໍາຫຣວດພື້ນທີ່ກໍ່ສ້າງເຂື່ອນດອນສະຫົງ ທີ່ເມືອງໂຂງ ແຂວງ ຈໍາປາສັກ ຄັ້ງທີ່ມີ ຂ່າວວ່າ ທາງໂຄງການ ໄດ້ເລີ່ມກຽມ ກໍ່ສ້າງແລ້ວ. ທ່ານໄດ້ຖາມຊາວບ້ານໃນແຖບນັ້ນຊຶ່ງສ່ວນຫຼາຍ ບໍ່ຮູ້ ຣາຍລະອຽດ ກ່ຽວກັບ ໂຄງການ ດັ່ງກ່າວ:

"ຂໍ້ມູນມັນກໍຍັງ ບໍ່ທັນຫລາຍນໍ ເພາະວ່າ ຂໍ້ມູນມັນ ກໍຍັງ ບໍ່ທັນມີ ຄວາມກະຈ່າງແຈ້ງ ບາງຄົນກໍຮູ້ ບາງຄົນກໍບໍ່ຮູ້ ເຂົາຮູ້ ແຕ່ວ່າສິສ້າງ ເຂື່ອນ ດອນສະຫົງ ແຕ່ວ່າເຂົາເຈົ້າ ບໍ່ຮູ້ ຣາຍລະອຽດ ໜ່າ".

ນັກວິຊາການ ທ່ານນີ້ວ່າ ເມື່ອປີ 2012 ຊາວບ້ານ ໃນເຂດບ່ອນ ທີ່ຈະກໍ່ສ້າງ ຊຶ່ງຈະໄດ້ຮັບ ຜົນກະທົບ ເວົ້າວ່າ ຮູ້ວ່າ ຈະມີການ ກໍ່ສ້າງ ເຂື່ອນ ດອນສະຫົງ ແຕ່ສ່ວນຫລາຍ ບໍ່ຮູ້ວ່າ ບໍຣິສັດໃດ ຈະເປັນຜູ້ສ້າງ ແລະ ບໍ່ຮູ້ວ່າ ຈະມີຜົນ ກະທົບແນວໃດ ຕໍ່ພວກ ເຂົາເຈົ້າ.