ໂຄງການເຂື່ອນ ດອນສະຫົງ

ດອນຫະຫົງ ໃນຂົງເຂດ ທີ່ ໂຄງການ ສ້າງເຂື່ອນ ມີຂື້ນ.
ດອນຫະຫົງ ໃນຂົງເຂດ ທີ່ ໂຄງການ ສ້າງເຂື່ອນ ມີຂື້ນ. (RFA)

0:00 / 0:00

ບໍຣິສັດ Mega First ໄດ້ສເນີ ການສ້າງ ເຂຶ່ອນ ຕັນ ຮູສະຫົງ ໃຫ້ ເປັນເຂຶ່ອນ ດຽວ.

ບໍຣິສັດ Mega First ຂອງ ມາເລເຊັຽ ໄດ້ ສເນີ ການສ້າງເຂຶ່ອນ ຕັດ ຮູສະຫົງ ໃຫ້ ເປັນ ເຂຶ່ອນດຽວ ໃນບໍຣິເວນ ເຫນືອຈຸດ ເຊຶ່ອມຕໍ່ ກັບແປວນ້ຳ ຊ້າງເຜືອກ ປະມານ 130 ແມັດ ຂອງ ແມ່ນ້ຳຂອງ ຕອນໃຕ້ ທີ່ ແຂວງ ຈຳປາສັກ ອິງຕາມ ຄຳປະກາດ ຂອງ ບໍຣິສັດ ວ່າງອາທິດ ທີ່ຜ່ານມາ.

ຜູ້ຈັດການ ດ້ານ ສິ່ງແວດລ້ອມ ຂອງ ບໍຣິສັດ ໂຄງການ ໄຟຟ້າ ດອນສະຫົງ ທ່ານ Peter Hawkins ກ່າວ ໃນຖແລງການ ຂອງ ບໍຣິສັດ ວ່າ ການວັດແທກ ຣະດັບນ້ຳ ແລະ ການເຈາະ ເບິ່ງ ຄວາມເລິກ ຂອງ ອ່າງນ້ຳ ຮູສະຫົງ ເພຶ່ອ ຈະໃຊ້ ໃນການ ອອກແບບ ເຂຶ່ອນ ໃຫ້ໄດ້ ມາຕຖານ ສຳເຮັດ ລົງແລ້ວ.

ທ່ານວ່າ ເປັນຍ້ອນວ່າ ທາງ ບໍຣີສັດ ເປັນຫ່ວງ ກ່ຽວກັບ ຜົລກະທົບ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ໃນໂຄງການ ເຂຶ່ອນ ດອນສະຫົງ ຝ່າຍ ບໍຣິສັດ ຈຶ່ງ ໄດ້ ທຳການ ທົດລອງ ໃນຫລາຍ ຮູບແບບ ເພຶ່ອຫລີກລ່ຽງ ບໍ່ໃຫ້ ທາງຂຶ້ນລົງ ຂອງປາ ໃນ ບໍຣິເວນ ສ້າງເຂຶ່ອນ ໄດ້ຮັບ ຜົລກະທົບ.

ທ່ານໃຫ້ ຄຳເຫັນ ກ່ຽວກັບ ເຣຶ້ອງນີ້ ຫລັງຈາກ ຖືກຖາມ ລາຍລະອຽດ ເພິ້ມຕຶ່ມ ກ່ຽວກັບ ວຽກງານ ຂອງ ບໍຣິສັດ ໃນການ ປັບປຸງ ທາງຂຶ້ນລົງ ຂອງປາ ຜ່ານຮູ ສະຫົງ ຫລັງຈາກ ສ້າງເຂຶ່ອນ.

ເຂຶ່ອນ ດອນສະຫົງ ເປັນເຂຶ່ອນ ຂ້າມ ນ້ຳຂອງ ແຫ່ງ ທີ່ສອງ ໃນລາວ ນອກຈາກ ເຂຶ່ອນ ໄຊຍະບູຣີ ແລະ ເຂຶ່ອນແຫ່ງນີ້ ແມ່ນ ໄດ້ຮັບ ສຳປະທານ ໂດຍ ບໍຣິສັດ ມາເລເຊັຽ.