ກຸ່ມຕໍ່ຕ້ານ ການສ້າງເຂື່ອນ


2013.06.03
F-Xayaburi-dam ສະຖານທີ່ຈະສ້າງເຂື່ອນໄຊຍະບູຣີໃສ່ແມ່ນໍ້າຂອງຊື່ງຍັງສັບສົນໃນ ຫລາຍບັນຫາທີ່ທ້າທາຍຕໍ່ສີ່ງແວດລ້ອມ
RFA

 

ໄທ ແລະ ກຳພູຊາ ເປີດກອງປະຊຸມ ຕໍ່ຕ້ານ ການສ້າງ ເຂື່ອນ ໄຊຍະບຸຣີ. ກອງປະຊຸມ ສັມມະນາ ເທື່ອນີ້ ຈະຈັດຂື້ນ ໃນວັນທີ 3 ແລະ 4 ເດືອນ ມິຖຸນາ ທີ່ ນະຄອນຫລວງ ພະນົມເປັນ ປະເທດ ກຳພູຊາ. ເຈົ້າພາບ ກອງປະຊຸມ ເວົ້າວ່າ:

“ສິສົ່ງຈົດໝາຍ ເຖິງຣັຖບານ ຂອງ ປະເທດ ແມ່ນ້ຳຂອງ ຄື ຣັຖບານລາວ ເພາະວ່າລາວ ກຳລັງ ສ້າງເຂື່ອນ ໄຊຍະບຸຣີ ມັນບໍ່ໄດ້ ລົມກັບຣັຖບານ ອື່ນໆ ໃນພາກລຸ່ມ ແມ່ນ້ຳຂອງ ເນາະ.”

ຜູ້ຕາງໜ້າ ເຈົ້າພາບ ຈັດ ກອງປະຊຸມ ອະທິບາຍວ່າ ຜ່ານມາ ຣັຖບານລາວ ແລະ ຈີນ ບໍ່ຍອມ ຮັບຟັງ ຄຳຄິດ ຄຳເຫັນ ຂອງ ປະຊາຊົນ ໃນພາກລຸ່ມ ແມ່ນ້ຳຂອງ ນັ້ນເລີຍ ທັງໆທີ່ເຂື່ອນ ເຫລົ່ານີ້ ສົ່ງຜົນກະທົບ ຕໍ່ ປະຊາຊົນ ຫລາຍ ສິບ ລ້ານຄົນ ທີ່ອາໄສ ຢູ່ຕາມແຄມ ແມ່ນ້ຳ ດັ່ງກ່າວ.

ເຂົ້າຮ່ວມ ກອງປະຊຸມ ນອກຈາກ ຊາວໄທ ແລະ ກຳພູຊາ ແລ້ວ ກໍມີຊາວ ຈີນ ວຽດນາມ ເຈົ້າໜ້າທີ່ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ນັກສຶກສາ ແລະ ຜູ້ຕາງໜ້າ ຣັຖບານ ກຳພູຊາ ລວມທັງໝົດ ກວ່າ 200 ຄົນ. ກອງປະຊຸມ ໄດ້ເວົ້າເຖິງ ຜົນກະທົບ ຈາກ ເຂື່ອນໄຊຍະບຸຣີ ແລະ ຈາກໂຄງການ ສ້າງເຂື່ອນອື່ນໆ ທັງໃນລາວ ແລະ ຈີນ.

ພວກຄັດຄ້ານ ການສ້າງ ເຂື່ອນ ໃນ ກຳພູຊາ ຄິດຢ້ານວ່າ ເຂື່ອນ ໄຊຍະບຸຣີ ຈະສົ່ງຜົນ ກະທົບຕໍ່ ແຫລ່ງຫາປາ ທີ່ສຳຄັນ ທີ່ສຸດ ຂອງພວກເຂົາ ນັ້ນກໍຄື ຕົງເລສາບ. ເມື່ອເດືອນ ທີ່ແລ້ວ ໜັງສືພິມ ວຽງຈັນ ທາມສ໌ ຂອງ ທາງການລາວ ຣາຍງານວ່າ ການສ້າງເຂື່ອນ ໄຊຍະບຸຣີ ໄດ້ສຳເຣັດ ໄປແລ້ວ ປະມານ 8 ສ່ວນຮ້ອຍ. ຣັຖບານລາວ ປະກາດວ່າ ຕາມແບບແຜນ ທີ່ຮ່າງອອກ ມາໃໝ່ ເຂື່ອນ ໄຊຍະບຸຣີ ຈະບໍ່ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ໂດຍສະເພາະ ຈະບໍ່ ທຳຣາຍປາ ເພາະເຂື່ອນ ຈະມີທາງ ຂື້ນລົງ ຂອງປາ ຢ່າງ ສະດວກ ສະບາຍ ແຕ່ ຊາວໄທ ແລະ ຊາວ ກຳພູຊາ ຈຳນວນນຶ່ງ ພ້ອມກັບ ເຈົ້າໜ້າທີ່ ອົງການ ຮັກສາ  ສິ່ງແວດລ້ອມ ເວົ້າວ່າ ເຂື່ອນ ຈະສົ່ງຜົນ ກະທົບ ຕໍ່ປາ ປະຣິມານນ້ຳ ແລະ ຈະເຮັດໃຫ້ ແມ່ນ້ຳຂອງ ບົກແຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.