ລາວຈະບໍ່ຖອຍເຣື້ອງເຂື່ອນ ດອນສະໂຮງ

ສິດນີ
2014.06.29
f-donsahong ຊາວລາວ ຫາປາ ຕາມຂົງເຂດ ສາຍນໍ້າຂອງ ທີ່ຈະມີການ ກໍ່ສ້າງເຂື່ອນ ດອນສະໂຮງ
RFA

 

ທາງການລາວ ໄດ້ ຕົກລົງ ເຫັນພ້ອມ ໃນການເອົາ ໂຄງການ ເຂື່ອນ ດອນສະໂຮງ ເຂົ້າໃນ ການຫາຣື ກັບ ປະເທດ ສະມາຊິກ ໃນ ກອງປະຊຸມ ຢູ່ ປະເທດໄທ ທີ່ ຜ່ານມານີ້ ແຕ່ ນັກວິເຄາະ ເວົ້າວ່າ ສປປລາວ ຈະ ບໍ່ປະລະ ໂຄງການ ສ້າງ ເຂຶ່ອນ ໃສ່ ແມ່ນ້ຳຂອງ ທັ້ງໆທີ່ ກຸ່ມ ປົກປ້ອງ ສິ່ງ ແວດລ້ອມ ເວົ້າວ່າ ໂຄງການ ດັ່ງກ່າວ ຈະສົ່ງຜົລ ກະທົບ ຕໍ່ ວິຖີຊິວິດ ການເປັນຢູ່ ຂອງ ປະຊາຊົນ ຫລາຍ ລ້ານຄົນ ຜູ້ທີ່ອາສັຍ ແມ່ນ້ຳ ສາຍນີ້ ໃນການລ້ຽງ ຄອບຄົວ.

ທ່ານ MARC GOICHOT ຜູ້ ທີ່ເຮັດວຽກ ກ່ຽວກັບ ສິ່ງແວດລ້ອມ ໃນອົງການ ກອງທຶນ ປົກປ້ອງ ສັດປ່າ ແລະ ສັດນ້ຳ ກ່າວຕໍ່ ຫນັງສືພີມ ທັນນຽນ ຂອງ ວຽດນາມ ວ່າ ທ່ານ ຮູ້ສຶກວ່າ ເປັນການ ເລື່ອນເວລາ ການກໍ່ສ້າງ ຢ່າງນ້ອຍ 6 ເດືອນ ຍັງບໍ່ເຫັນ ສັນຍານ ອັນແທ້ຈິງ ຈາກ ກຸ່ມ ທີ່ຈະສ້າງ ຈະຮັບຟັງ ສຽງຄັດຄ້ານ ຂອງ ປະເທດລຸ່ມ ແມ່ນ້ຳຂອງ ຢ່າງຈີງຈັງ ເທື່ອ ແລະ ທ່ານ ເຊື່ອວ່າ ຣັຖບານ ລາວ ຍັງຈະສືບຕໍ່ ສ້າງເຂື່ອນ ດອນສະໂຮງ ຢູ່.

ສປປລາວ ເວົ້າວ່າ ພຽງແຕ່ ບອກລ່ວງຫນ້າ ຫລື NOTIFICATION ໃຫ້ ປະເທດ ເພື່ອນບ້ານ ກໍພໍແລ້ວ ໃນໂຄງການ ເຂື່ອນ ດອນສະໂຮງ ເພາະ ເປັນເຂຶ່ອນ ບໍ່ໄດ້ຕັນ ແມ່ນ້ຳ ສາຍຫລັກ ຫລື ແມ່ນ້ຳຂອງ ທັງຫມົດ ຕັນ ແຕ່ ຮູສະໂຮງ ເທົ່ານັ້ນ ແຕ່ ປະເທດ ເພື່ອນບ້ານ ລຸ່ມ ເຂື່ອນ ຕ້ອງການ ຢາກໃຫ້ ຣັຖບານ ລາວ ປຶກສາ ກັບ ປະເທດ ສະມາຊິກ ກ່ອນຈະສ້າງ ໂດຍສະເພາະ ຜົລກະທົບ ຂ້າມແດນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.