ລາວຄົງບໍ່ຍົກເລີກເຂື່ອນ ດອນສະໂຮງ
2014.07.02
ທາງການ ລາວ ຍອມໃຫ້ ມີການ ປຶກສາ ຫາຣື ກັນກ່ອນ ຣະຫວ່າງ ປະເທສ ສະມາຊິກ ຄະນະ ກໍາມາທິການ ແມ່ນໍ້າຂອງ ລາວ, ໄທ, ວຽດນາມ ແລະ ກໍາພູຊາ ເພື່ອ ສຶກສາ ເຖິງ ຜົລກະທົບ ຂອງ ເຂື່ອນ ດອນສະໂຮງ ຕໍ່ ສິ່ງແວດລ້ອມ ຕື່ມອີກ ເປັນເວລາ 6 ເດືອນ ນັ້ນ ຄົງບໍ່ນໍາ ໄປສູ່ ການເຮັດໃຫ້ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຖືກຍົກເລີກ ໄປໄດ້. ຕາມຣາຍງານ ຂອງ ໜັງສືພິມ HIS Global Insight ວັນທີ 1 ກໍຣະກະດາ 2014 ນີ້.
ຣາຍງານວ່າ ຣະຍະ ເວລາ 6 ເດືອນ ທີ່ ຈະມີການ ປຶກສາ ຫາຣື ກັນ ທີ່ວ່ານັ້ນ ຈະເປັນພຽງ ການເຍີ້ນ ເວລາ ການກໍ່ສ້າງ ທີ່ ທາງການ ລາວ ໄດ້ກໍານົດ ໃສ່ ເດືອນ ທັນວາ 2014 ນັ້ນ ອອກໄປອີກ 1 ເດືອນ. ໃນເມື່ອ ການຕົກລົງ ທີ່ວ່າຈະ ປຶກສາ ຫາຣືກັນ ຂອງ ຄະນະ ກໍາມາທິການ ແມ່ນໍ້າຂອງ ຈະບໍ່ມີ ຜົລບັງຄັບ ໃຊ້ ທາງດ້ານ ກົດໝາຍ ໃດໆນັ້ນ ກໍໝາຍ ຄວາມວ່າ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຄົງຈະໄປສູ່ ຂະບວນ ການສ້າງ ໃນເວລາ ມໍ່ໆ ພາຍຫລັງ ຣະຍະ 6 ເດືອນ ໄດ້ຜ່ານໄປ ແລ້ວ.
ທາງການລາວ ໄດ້ສະແດງ ໃຫ້ເຫັນ ເຖິງການ ຕັດສິນໃຈ ຂອງຕົນ ທີ່ ຈະກ້າວເຂົ້າສູ່ ຣະຍະ ການ ກໍ່ສ້າງ ໄວເທົ່າໃດ ຍິ່ງ ເປັນການດີ. ການກະຕຣຽມ ວຽກງານ ການກໍ່ສ້າງ ຕົວ ເຂື່ອນ ນັ້ນ ມີຮວມທັງ ການກໍ່ສ້າງ ເຮືອນ ພັກ ແລະ ຂົວ ກໍໄດ້ເລິ່ມ ກໍ່ສ້າງ ແລ້ວ.
ທາງການລາວ ໄດ້ຕົກລົງ ໃຫ້ມີການ ປຶກສາ ຫາຣື ກັນ ເປັນເວລາ 6 ເດືອນ ທີ່ວ່ານັ້ນ ຢູ່ໃນ ກອງປະຊຸມ ສະພາ ມົນຕຣີ ຂອງ ຄະນະ ກໍາມາທິການ ແມ່ນໍ້າຂອງ ຢູ່ ບາງກອກ ປະເທສໄທ ແຕ່ ວັນທີ 26 ຫາ 27 ມິຖຸນາ 2014 ນີ້.