ເຂື່ອນດອນສະໂຮງຈະເລີ້ມສ້າງ ທ້າຍປີ 2014


2013.11.12
F-Donsahong-new ໃນເຂດນີ້ ແມ່ນສະຖານທີ່ ຕັ້ງ ຂອງໂຄງການເຂື່ອນ ດອນສະໂຮງ ຮູປຖາຍວັນທີ 11-11-2013
RFA

 

ທ່ານ ວິຣະພົນ ວິຣະວົງ ຣັຖມົນຕຣີຊ່ວຍວ່າການ ກະຊວງພະລັງງານແລະບໍ່ແຮ່ ຂອງລາວ ກ່າວຕໍ່ນັກຂ່າວໃນເວລາໄປຢ້ຽມຢາມ ສະຖານທີ່ ບ່ອນສ້າງເຂື່ອນດອນສະໂຮງ ໃນມື້ວັນທີ່ 10 ເດືອນ ພຶສຈິກາ 2013 ນີ້ວ່າ:

ທ່ານເວົ້າວ່າ:“ພວກເຮົາຫວັງວ່າ ຈະເຊັນສັນຍາ ໃຫ້ແລ້ວໝົດທຸກສະບັບພາຍໃນຕົ້ນປີໜ້າ ເຊັ່ນສັນຍາຊື້ຂາຍໄຟຟ້າ ຂໍ້ຕົກລົງກ່ຽວກັບການໃຫ້ ສັມປະທານ ແລະຂໍ້ຕົກລົງກ່ຽວກັບການເງິນ. ຫລັງຈາກນັ້ນ ຈະເຊັນສັນຍາ ສະບັບທີ່ສຳຄັນໃນກາງປີໜ້າ ໃນຣະຫວ່າງເດືອນມິຖຸນາແລ້ວຈະ ເລິ້ມສ້າງເຂື່ອນ ໃນທ້າຍ ປີ 2014 ຫລືຕົ້ນປີ 2015.”

ຕໍ່ຄຳຖາມທີ່ວ່າ ເຂື່ອນດອນສະໂຮງຈະສົ່ງຜົນກະທົບແນວໃດບໍ່? ທ່ານວິຣະພົນ ວິຣະວົງ ກ່າວຕອບວ່າ“ເປັນໄປບໍ່ໄດ້ການພັທນາຈະບໍ່ສົ່ງຜົນ ກະທົບ ແຕ່ທາງການລາວຈະຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບ ເຄາະຮ້າຍຕາມ ມາຕຖານສາກົນທຸກຢ່າງ. ເຊັ່ນບັນຫາຊາວບ້ານຈະຫາປາບໍ່ໄດ້ຫຼາຍ ຄືເກົ່ານັ້ນ ທາງການລາວຈະສົ່ງເສີມໃຫ້ພວກເຂົາ ມີອາຊີບທົດແທນພາຍຫລັງ.”

ແຕ່ອົງການຮັກສາສິ່ງແວດລ້ອມສາກົນ ຕ້ອງຕິໂຄງການສ້າງເຂື່ອນດອນສະໂຮງນີ້ວ່າ ຈະເປັນເຂື່ອນຕັນທາງຂື້ນລົງຂອງປາ ທຳຣາຍສິ່ງແວດ ລ້ອມ ແລະ ທັມມະຊາດ ຂອງລຳແມ່ນ້ຳຂອງ. ອົງການແມ່ນໍ້າສາກົນ ຖແລງວ່າຣັຖບານລາວ ລະເມີດກົດຣະບຽບ ຂອງຄະນະກັມມາທິການ ແມ່ນ້ຳຂອງ ແລະຍັງບໍ່ທັນສຶກສາ ສຳຣວດເຖິງຜົນກະທົບຢ່າງຄັກແນ່ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.