ລາວໃຫ້ຢ້ຽມຢາມເຂດສ້າງເຂື່ອນ ດອນ ສະໂຮງ
2013.11.11

ໃນວັນອາທິດ ຕໍ່ໃສ່ວັນຈັນນີ້ ທາງການລາວ ໄດ້ຈັດໃຫ້ປະເທດເພື່ອນບ້ານ ແລະທຸກພາກສ່ວນ ທີ່ກ່ຽວຂ້ອງ ຢ້ຽມຢາມ ສະຖານທີ່ໂຄງການ ສ້າງ ເຂື່ອນດອນສະໂຮງ ໃຫ້ເຫັນສະພາບການ ແລະ ສິ່ງແວດລ້ອມ ດ້ວຍຕົນເອງ. ການຈັດການຢ້ຽມຢາມມີຂຶ້ນຫລັງຈາກ ທາງການລາວ ໄດ້ແຈ້ງໃຫ້ປະເທດເພື່ອນບ້ານ ໂດຍຜ່ານກັມມາທິການແມ່ນໍ້າຂອງ ກ່ຽວກັບການຕັດສິນໃຈ ຂອງຣັຖບານລາວ ໃນການສ້າງເຂື່ອນດັ່ງກ່າວ.
ເຂື່ອນດອນສະໂຮງ ຈະສາມາດຜລິດໄຟຟ້າໄດ້ 260 MW ເປັນເຂື່ອນຝາຍນໍ້າລົ້ນ. ໃນການຢ້ຽມຢາມເທື່ອນີ້ ມີຜູ້ແທນ ຈາກລາວ ກໍາພູຊາ ວຽດນາມ ຜູ້ຕາງໜ້າຈາກ ກັມມາທິການ ແມ່ນໍ້າຂອງ ເຈົ້າໜ້າທີ່ ຈາກອົງການ ບໍ່ສັງກັດຣັຖບານ ອົງການອິສຣະ ແລະສື່ມວນຊົນ ພູມີພາຄ ຮວມທັງໝົດ ປະມານ 100 ທ່ານ. ຕາມລາຍງານອົງການຂ່າວ ຊິນຫົວ.
ລາຍງານວ່າ ຈຸດປະສົງຂອງການຈັດຕັ້ງໃຫ້ພາກສ່ວນກ່ຽວຂ້ອງໄປສັງເກດການນັ້ນ ແມ່ນຢາກຊີ້ແຈງໃຫ້ເຫັນວ່າ ເຂື່ອນແຫ່ງນີ້ ບໍ່ໄດ້ສ້າງໃສ່ ສາຍຫລັກແມ່ນໍ້າຂອງ ແລະຢາກຊີ້ເນັ້ນໃຫ້ເຫັນວ່າ ທາງການລາວໄດ້ ປະຕິບັດຖືກຕ້ອງຕາມສັນຍາແມ່ນໍ້າຂອງປີ 1995 ແລ້ວ. ໃນວັນທີ່ 7 ພຶສຈິກາ ທ່ານ Meach Maen ຜູ້ຕາງໜ້າເຄືອຂ່າຍປົກປ້ອງແມ່ນໍ້າຂອງ ທີ່ມີສໍານັກງານຢູ່ກຸງພະນົມເປັນ ໃຫ້ສັມພາດຕໍ່ເອເຊັຽເສຣີ ຜແນກ ພາສາຂເມນໃນຕອນນຶ່ງວ່າ:
"ຄະນະຂອງທ່ານ ໄດ້ສົ່ງຈົດໝາຍ ໄປຍັງຣັຖບານລາວ ຮຽກຮ້ອງໃຫ້ໂຈະການສ້າງເຂື່ອນດອນສະໂຮງໄວ້ກ່ອນ ແຕ່ເທົ່າປານນີ້ກໍບໍ່ໄດ້ຮັບຄໍາ ຕອບຈາກຣັຖບານລາວ ແລະບໍຣິສັດເທື່ອ. ຍິ່ງໄປກວ່ານັ້ນ ທາງການລາວ ຟ້າວເລັ່ງໃຫ້ການກໍ່ສ້າງ ຄືບໜ້າໄປໂດຍທີ່ບໍ່ໄດ້ ຍົກເອົາບັນຫາ ຂ້ອງໃຈ ຂຶ້ນມາເຈຣະຈາກັນ".
ທ່ານ ວີຣະພົນ ວີຣະວົງ ຮອງຣັຖມົນຕຣີ ພະລັງງານແລະບໍ່ແຮ່ ກ່າວວ່າຮູສະໂຮງ ບໍ່ແມ່ນສ່ວນກາງຂອງ ແມ່ນໍ້າຂອງ ວ່າຄອນພະເພັງ ກັບ ຫລີ່ຜີ ຖືວ່າເປັນສ່ວນກາງ ຂອງແມ່ນໍ້າຂອງເພາະວ່າ 60% ຂອງນໍ້າຂອງໄຫລ ຜ່ານຫລີ່ຜີ ສ່ວນ ຮູສະໂຮງ ນໍ້າຂອງໄຫລຜ່ານມີແຕ່ 30% ເທົ່ານັ້ນ.
ເຖິງຢ່າງໃດກໍດີ ນັກຊ່ຽວຊານ ດ້ານປະໂມງວ່າ ຮູສະໂຮງ ເປັນບ່ອນທີ່ປາຂື້ນລົງ ຫລາຍທີ່ສຸດ ຖ້າຫາກວ່າ ຕັນຮູສະໂຮງແລ້ວ ປູປາ ທີ່ເປັນ ອຸດສາຫະກັມ ຂອງປະເທດເພື່ອນບ້ານ ກໍຈະຖືກທໍາລາຍ.