ເຂື່ອນດອນສະໂຮງເລີ້ມສ້າງ ຫຼືຍັງ?


2014.02.11
F-Daovong ດຣ.ດາວວົງ ພອນແກ້ວ ຫົວຫນ້າ ກົມນະໂຍບາຍ ແລະ ແຜນພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປ ລາວ
Screen captured from RFA Mekong video

 

ໂຄງການເຂື່ອນໄຟຟ້າດອນສະໂຮງ ຢູ່ເມືອງໂຂງແຂວງຈໍາປາສັກ ພາກໃຕ້ຂອງລາວ ທີ່ຍັງມີຄວາມ ຂັດແຍ່ງກັນຢູ່ ຣະຫວ່າງ ບັນດາ ປະເທດ ສະມາຊິກ ຄະນະ ກັມມາທິການ ແມ່ນໍ້າຂອງ ລາວ ໄທ ກັມພູຊາ ແລະ ວຽດນາມ ຍ້ອນເຂົ້າໃຈ ຂໍ້ຕົກລົງ ປີ 1995 ໄປຄົນ ລະແງ່ ແລະກໍໄດ້ຕົກລົງກັນວ່າ ຈະນໍາບັນຫາ ນັ້ນຂຶ້ນ ພິຈາຣະນາ ຢູ່ກອງປະຊຸມ ຂັ້ນຣັຖມົນຕຣີ ຕໍ່ໄປ ແຕ່ຍັງບໍ່ຮູ້ເທື່ອວ່າ ກອງປະຊຸມ ນັ້ນຈະມີຂຶ້ນ ໄດ້ເມື່ອໃດຂະນະທີ່ທາງຝ່າຍໄທ ຜູ້ຈະເປັນ ເຈົ້າພາບ ຈັດຕັ້ງ ນັ້ນຍັງມີຄວາມຫຍຸ້ງຍາກທາງດ້ານການເມືອງຢູ່. ຕາມຄໍາ ເວົ້າ ຂອງເຈົ້າໜ້າທີ່ ຂັ້ນສູງ ຂອງລາວ.

ເຂື່ອນດອນສະໂຮງ ຊຶ່ງ ຕ່າງປະເທດ ວ່າຈະສ້າງ ໃສ່ເຂດ ທີ່ເປັນ ສ່ວນນຶ່ງ ຂອງ ແມ່ນໍ້າຂອງ ແລະ ບັນດາປະເທດສະມາຊິກ ຄະນະ ກັມມາທິການ ແມ່ນໍ້າຂອງອື່ນໆ ກໍຍັງຢືນຢັນ ຢູ່ວ່າ ໃຫ້ໃຊ້ຂັ້ນຕອນ ການປຶກສາຫາລືກັນ ຕາມທີ່ບົ່ງໄວ້ ໃນຂໍ້ຕົກລົງກ່ອນທີ່ລາວ ຈະຕັດ ສິນໃຈ ສ້າງ ຂະນະທີ່ ຝ່າຍລາວ ຖືວ່າ ເຂື່ອນ ດອນສະໂຮງ ບໍ່ໄດ້ສ້າງຕັນ ແມ່ນໍ້າຂອງ ຫາກສ້າງຕັນ ຮູສະໂຮງ ທີ່ມີນໍ້າໄຫລ ຜ່ານພຽງ 15 ເປີເຊັນ ແລະ ຢູ່ແລວນໍ້າ ສາຍນຶ່ງ ໃນຫລາຍໆແລວ ຊຶ່ງລາວ ບໍ່ໄດ້ເອີ້ນວ່າເປັນ ແມ່ນໍ້າສາຂາ. ດັ່ງນັ້ນຝ່າຍລາວຈຶ່ງເຫັນວ່າ ການແຈ້ງ ໃຫ້ປະເທດສະມາຊິກຊາບລ່ວງໜ້າ ວ່າຕົນຈະສ້າງເຂື່ອນດອນສະໂຮງ ນັ້ນ ກໍເປັນທີ່ພຽງພໍແລ້ວ ແລະກໍເປັນໄປຕາມຂໍ້ຕົກລົງ 1995.

ເມື່ອເວົ້າເຖິງ ຜົລກະທົບ ຂອງເຂື່ອນ ຕໍ່ສິ່ງແວດລ້ອມ ໂດຍສະເພາະ ຕໍ່ການ ຂຶ້ນ-ລ່ອງ ຂອງໝູ່ປານັ້ນ ຕ່າງປະເທດ ກໍມີຄວາມ ວິຕົກກັງວົນນໍາ ຂະນະທີ່ຝ່າຍລາວ ໝັ້ນໃຈວ່າ ໂຄງການ ດອນສະໂຮງ ຈະປັບປຸງ ຮູສະດໍາ ແລະ ຮູຊ້າງເຜືອກ ທີ່ຢູ່ໃກ້ນັ້ນ ແທນ ຮູສະໂຮງ ເພື່ອໃຫ້ປາ ຜ່ານຂຶ້ນ-ລ່ອງ ໄດ້ຕລອດປີ. ທ່ານ ດາວວົງ ພອນແກ້ວ ຫົວໜ້າ ກົມນະໂຍບາຍ ແລະ ແຜນພລັງງານ ກະຊວງພລັງງານ ແລະບໍ່ແຮ່ ຂອງລາວ ກ່າວວ່າ:

"ລະເຮົາກໍໝັ້ນໃຈວ່າ ແນວທາງ ໃນການແກ້ໄຂ ປັບປຸງ ຮູປາແມ່ນຫຍັງ ຕ່າງໆຫັ້ນ ເຮົາກໍສາມາດ ຮັບປະກັນ ໃນການຂຶ້ນລົງ ຂອງປາໄດ້". ທ່ານວ່າ ຫາກເວົ້າເຖິງ ເຣື່ອງອື່ນໆ ມັນກໍບໍ່ເປັນ ປະເດັນ ສໍາຄັນ ຄືເຣື່ອງການໄຫລ ຂອງຝຸ່ນຂີ້ຕົມ ຫລືຕະກອນ: ເພາະໃນ ຮູສະໂຮງ ມັນມີແຕ່ ປະມານ 15 ເປີເຊັນ ເທົ່ານັ້ນ ທີ່ວ່ານໍ້າໄຫລ ຫັ້ນນະ ເຫລືອອີກ 85 ເປີເຊັນ ພຸ້ນ ນັ້ນຊິບໍ່ມີ ຜົລກະທົບລະ ນັກຊ່ຽວຊານ ຂອງໂຄງການ ກໍໄດ້ມີການ ຄິດໄລ່ ແລ້ວວ່າ ບໍ່ແມ່ນ ວ່າເຮົາເອົານໍ້າ ທັງໝົດຫັ້ນ ໄປຂັງໄວ້ໃຫ້ ຕະກອນຂັງໄວ້ ລະເຮົາຈຶ່ງ ປ່ອຍນໍ້າໃສໆ ຫັ້ນອອກມາ ມັນບໍ່ເປັນ ລັກສນະນັ້ນ ມັນບໍ່ເປັນຄື ຂະເຈົ້າຄິດຫັ້ນ ໝາຽຄວາມ ວ່າ ນໍ້າມາເທົ່າໃດ ເຮົາກໍປ່ອຍນໍ້າ ອອກໄປຄືນ ເຮົາບໍ່ໄດ້ ກັກຂັງ ນໍ້າໄວ້ ຈັກດີ້. ສະນັ້ນ ມັນເປັນໄປບໍ່ໄດ້ ທີ່ວ່າ ຕະກອນ ຊິສູນເສັຽໄປ ລະກະວ່າມີແຕ່ 15 ເປີເຊັນ ທີ່ວ່ານໍ້າ ໄຫລຜ່ານ ກັງຫັນ ຂອງໂຄງການນີ້".

ໂຄງການ ເຂື່ອນດອນສະໂຮງ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ລາວ ວ່າ ໄດ້ເລີ່ມສຶກສາ ສໍາຣວດ ແລະໄດ້ອອກແບບ ໂດຍມີການເຂົ້າຮ່ວມຂອງນັກຊ່ຽວຊານ ແລະເຫັນວ່າ ໂດຍ ທົ່ວໄປແລ້ວ ບໍ່ມີ ຜົລກະທົບ ເລີຍກໍວ່າໄດ້. ເມື່ອຖາມວ່າ ໂຄງການ ເຂື່ອນ ດອນສະໂຮງ ມາຮອດ ປັຈຈຸບັນນີ້ ທາງຝ່າຍລາວ ໄດ້ກະຕຽມ ໄດ້ເລີ່ມສ້າງ ອີ່ຫຍັງແດ່ແລ້ວບໍ ນັ້ນ ດຣ. ດາວວົງ ພອນແກ້ວ ບອກວ່າ ໄດ້ເລີ່ມ ແດ່ແລ້ວ:

"ຄັນຊິວ່າເລີ່ມ ເລີ່ມໃນວຽກ ກະກຽມນີ້ ພວກເຮົາ ກໍໄດ້ເລີ່ມ ໃນວຽກ ກະກຽມນີ້ແລ້ວ ໝາຍຄວາມວ່າ ມີການສຶກສາ ມີການກຽມ ສະຖານທີ່ ໝາຍຄວາມວ່າ ໂຍກຍ້າຍ ປະຊາຊົນ ມີການເຮັດ ມາຕການຕ່າງໆ ມີການເຮັດຮູ ເພື່ອ ທົດແທນ ຮູສະໂຮງ ຫັ້ນນໍ ລະກະກຽມ ທີ່ວ່າເຮັດ ມາແລ້ວ ແຕ່ວ່າວຽກ ກໍ່ສ້າງ ຕົວຈິງ ຍັງບໍ່ໄດ້ ເລີ່ມເທື່ອ.. ຍັງບໍ່ໄດ້ ລົງມືສ້າງນໍ. ເຈົ້າ ໝາຍຄວາມ ວ່າວຽກກໍ່ສ້າງ ໄປຂຸດ ຢູ່ບ່ອນ ກໍ່ສ້າງ ບ່ອນເຮັດ ເຂື່ອນ ຍັງບໍ່ທັນໄດ້ ລົງມືເທື່ອ. ກໍານົດ ວັນເວລາ ເລີ່ມກໍ່ສ້າງ ຕົວຈິງ. ໃນເບື້ອງຕົ້ນນີ້ ກະຄິດວ່າ ຕ້ອງໄດ້ ເຮັດເຣື່ອງຂົວ ກ່ອນ ເພື່ອຂົນສົ່ງ ພາຫານະ ອີ່ຫຍັງມາຂົວ ຂ້າມ ຮູຕ່າງໆນີ້ ຮູນໍ້າ ກະກຽມ ເສັ້ນທາງ ເຂົາເອີ້ນວ່າ access road ຫັ້ນ ລະກະ ກົນຈັກ ຊິໄດ້ເລີ່ມ ເຮັດ camp ເຮັດຫຍັງ ຫັ້ນລະ. ເຂົ້າໃຈວ່າ ຣະດູ ແລ້ງປີນີ້ ກະຖືວ່າ ຢາກໝົດແລ້ວ ກະຊິບໍ່ໄດ້ ເລີ່ມດອກ ຕໍ່ມາເດືອນ 4 ເດືອນ 5 ນໍ້າກະເລີ່ມຂຶ້ນ ລະກະສິ ບໍ່ທັນ ກໍຊິຣະດູຝົນ ລະກໍຄື ຄາດວ່າ ອາດຊິແມ່ນ ພຸ້ນລະ ແລ້ງປີຕໍ່ໄປ ພຸ້ນລະ ຈຶ່ງຊິໄດ້ ເລີ່ມກໍ່ສ້າງ ຕົວຈິງ ແມ່ນລະ ຄາດວ່າ ຈັ່ງຊັ້ນລະ ປີໜ້າ ກໍຊິແມ່ນ ທ້າຍປີ 2014 ນີ້ລະ ຄັນວ່າ ຣະດູແລ້ງ ປີໜ້ານະ. ເຂື່ອນ ດອນສະໂຮງ ນີ້ຄັນຊິເວົ້າ ເປັນເຂື່ອນ ແບບຝາຍນໍ້າລົ້ນ ໝາຍຄວາມ ວ່າຊິບໍ່ມີ ອ່າງ ບໍ່ມີຜົລ ກະທົບ ກວ້າງ ໃນເຣື່ອງ ໂຍກຍ້າຍ ປະຊາຊົນ ແປວ່າ ເຂດນໍ້າຖ້ວມ ມັນຈໍາກັດ ໜ້ອຍທີ່ສຸດ ຢູ່ສະເພາະ ແຕ່ຕາມ ລໍານໍ້າຫັ້ນ. ໂຕແບບ ຝາຍນໍ້າລົ້ນ ມັນຊິ ບໍ່ມີອ່າງ ສະນັ້ນ ຜົລກະທົບ ດ້ານ ສິ່ງແວດລ້ອມ ແລະສັງຄົມ ມັນຊິມີ ໜ້ອຍ".

ຕາມຣາຍງານຂ່າວ ຂອງທາງການລາວ ເມື່ອວັນທີ 15 ພຶສພາ 2010 ວ່າ ໂຄງການ ເຂື່ອນດອນສະໂຮງ ທີ່ຕັ້ງຢູ່ ໃກ້ກັບນໍ້າຕົກ ຄອນພະເພັງ ເຂດ ສີພັນດອນ ເມືອງໂຂງ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ ນັ້ນ ຣັຖບານລາວ ແລະ ບໍຣິສັດ Mega First Coporation Berhad ຂອງ Malaysia ໄດ້ລົງນາມ ໃນສັນຍາ ຮ່ວມລົງທຶນ ເພື່ອກໍ່ສ້າງ ໂຄງການ ເຂື່ອນ ດອນສະໂຮງ ຢູ່ ນະຄອນຫລວງ ວຽງຈັນ. ພາຍໃຕ້ ສັນຍາ ດັ່ງກ່າວ ຣັຖວິສາຫະກິດ ໄຟຟ້າ ລາວ ຮ່ວມ ຖືຮຸ້ນ 20 ເປີເຊັນ ຂອງມູລຄ່າ ການລົງທຶນ ທັງໝົດ 600 ລ້ານ ໂດລາ ສະຫະຣັຖ, ມີກໍາລັງ ການຜລິດ 260 ເມັກກາວັດ, ຄາດວ່າ ຈະສ້າງໃຫ້ແລ້ວ ແລະ ສົ່ງກະແສ ໄຟຟ້າ ສ່ວນໃຫຍ່ ຂາຍໃຫ້ ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື EGAT ເປັນເວລາ 25 ປີ  ນັບຕັ້ງແຕ່ ປີ 2016 ເປັນຕົ້ນໄປ. ສ່ວນນຶ່ງ ຈະສນອງ ໃຫ້ແຂວງ ຈໍາປາສັກ ຢ່າງພຽງພໍ ກັບຄວາມ ຕ້ອງການ ຮວມທັງ ໃຫ້ໂຮງແຮມ ບ້ານພັກ ຣີສອດ ແລະ ສະຖານທີ່ ທ່ອງທ່ຽວ ໃນເມືອງ ໂຂງ ນໍາດ້ວຍ.

ໜັງສືພິມ ຂອງ ທາງການລາວ ຍັງໄດ້ເວົ້າ ໄປເຖິງການ ຄັດຄ້ານ ໂຄງການ ສ້າງເຂື່ອນ ດອນສະໂຮງ ຈາກບັນດາ ອົງການ ສິ່ງແວດລ້ອມ ທີ່ເຫັນວ່າ ມັນຈະສົ່ງ ຜົລກະທົບ ຕໍ່ ສະພາບແວດລ້ອມ ຮວມທັງ ສັດນໍ້າ ເພາະຈຸດທີ່ ຈະສ້າງ ເຂື່ອນໃສ່ ເປັນພຽງ ຈຸດດຽວ ທີ່ປາ ຂຶ້ນ-ລ່ອງ ໄດ້ຕລອດປີ ແລະ ຊາວບ້ານ ອາສັຍ ກິນປາ ນັ້ນ ຊຶ່ງເມື່ອ ສ້າງເຂື່ອນຕັນ ຮູສະໂຮງ ນັ້ນແລ້ວ ປາກໍຄົງ ຫາຍໄປ ແລະ ຈະກະທົບ ໃສ່ການຫາປາ ຂອງ ປະຊາຊົນ ຮວມທັງ ລາວ ແລະ ກັມພູຊາ ຊຶ່ງຖືເປັນ ຄວາມເສັຽຫາຍ ທີ່ ຮ້າຍແຮງ ທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.