ລາວເສີຍເມີຍຕໍ່ເພື່ອນບ້ານ ເຣື້ອງ ເຂື່ອນ

ອຸ່ນແກ້ວ ສຸກສະຫວັນ
2015.01.28
f-donsahong ສາຍນໍ້າຂອງ ຮູສະໂຮງ ບ່ອນຈະສ້າງເຂື່ອນ
RFA

ທາງການ ລາວ ຍັງຄົງ ເດີນໜ້າ ສ້າງ ເຂື່ອນ ດອນ ສະໂຮງ ໃສ່ ແມ່ນ້ຳຂອງ ທີ່ ຕິດກັບ ຊາຍແດນ ປະເທດ ກຳພູຊາ. ອີງຕາມ ການ ຣາຍງານ ຂອງ ໜັງສືພິມ ເດີ ເນເຊິນ ຂອງ ໄທ.

ການສ້າງ ເຂື່ອນ ດັ່ງກ່າວ ແມ່ນ ມີຂຶ້ນ ຖ້າມກາງ ສຽງ ຄັດຄ້ານ ຈາກ ປະຊາຊົນ ທີ່ ອາໄສ ຢູ່ ຕາມແຄມ ແມ່ນ້ຳຂອງ ເປັນ ຕົ້ນວ່າ ປະຊາຊົນ ໄທ, ກຳພູຊາ ແລະ ວຽດນາມ. ນອກຈາກ ນີ້ ບັນດາ ອົງການ ຈັດຕັ້ງ ທີ່ເປັນ ພາກ ປະຊາ ສັງຄົມ ຕ່າງໆ ຫລື ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ ກໍ ສະແດງ ຄວາມ ບໍ່ພໍໃຈ ກັບ ໂຄງການ ດັ່ງກ່າວ ໂດຍ ອ້າງວ່າ ຈະເຮັດໃຫ້ ຊີວະ ນາໆພັນ ຢູ່ ແມ່ນ້ຳຂອງ ນັ້ນ ຈະຖືກ ທຳລາຍ ແລະ ຍັງຈະ ກະທົບ ຕໍ່ ພັນປາ ຕ່າງ ທີ່ ຢູ່ຕາມ ແມ່ນ້ຳຂອງ.

ແຕ່ວ່າ ມີການ ຄາດກັນວ່າ ຕາງໜ້າ ຈາກ ປະເທດລາວ, ກຳພູຊາ, ວຽດນາມ ແລະ ໄທ ຈະ ປຶກສາ ຫາລື ກັນ ກ່ອນທີ່ຈະ ເລີ້ມ ຂະບວນການ ປຶກສາ ຫາລື ເຖິງ ໂຄງການ ດັ່ງກ່າວ ຊຶ່ງ ອະນາຄົດ ຂອງ ແມ່ນ້ຳຂອງ ແມ່ນຂຶ້ນ ກັບສິ່ງທີ່ ຈະເກີດ ຂຶ້ນ ໃນ ຕໍ່ໜ້າ.

ນັກ ວິຊາການ ໃຫ້ ທັສນະ ວ່າ ຈະຕ້ອງ ມີການ ດຳເນີນ ຂັ້ນຕອນ ໃຫ້ ຄຳປຶກສາ ຫາລື ສຳລັບ 4 ປະເທດ ເພື່ອ ດຳເນີນ ສຳຣວດ ຜົນ ກະທົບ ທີ່ ຈະເກີດຂຶ້ນ ຢູ່ ແມ່ ນ້ຳຂອງ ແລະ ຄວນ ມີການ ປະສານງານ ກັນ ເພື່ອໃຫ້ ບັນລຸ ເຖິງ ຂໍ້ຕົກລົງ ວ່າ ຈະສ້າງ ເຂື່ອນ ດັ່ງກ່າວ ຫລືບໍ່.

ບັນດາ ປະເທດ ທີ່ ເປັນ ສະມາຊິກ ຄນະ ກັມມາທິການ ແມ່ນ້ຳຂອງ ໄດ້ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ເຣື້ອງການ ສ້າງ ເຂື່ອນ ຢູ່ ແມ່ນ້ຳຂອງ ຂອງລາວ ແຕ່ ກໍບໍ່ໄດ້ ສະແດງ ຄຳ ຄັດຄ້ານ ໂດຍຕຣົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.