ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ເປີດເຜີຍວ່າ ໃນປີ 2012 ໄດ້ເຊັນສັນຍາ ກ່ຽວກັບ ໂຄງການ ເຂື່ອນໄຟຟ້າ ເຖິງ 88 ໂຄງການ ແລະຄາດວ່າ ຫາກສ້າງສໍາເຣັດ ທຸກແຫ່ງ ກໍຈະສາມາດ ຜລິດກະແສໄຟຟ້າ ໄດ້ 20,000 ແມັກກາວັດ ສໍາລັບໃຊ້ ພາຍໃນປະເທດ ແລະ ສົ່ງຂາຍ ໃຫ້ຕ່າງປະເທດ ແລະວ່າ ຫລາຍໂຄງການ ກໍຈະເລີ່ມຕົ້ນ ສໍາຣວດ ຄວາມເປັນໄປໄດ້ ໃນປີ 2013. ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ເວົ້າວ່າ:
"ປີ 2013 ນີ້ກໍຫລາຍ ໂຄງການຢູ່ ກໍຄິດວ່າໃນຣະຍະ ສຶກສາ ຄວາມເປັນໄປ ໄດ້ກ່ອນ ແຕ່ວ່າລົງມື ການກໍ່ສ້າງຕົວຈິງ ກໍຍັງຢູ່ ຄິດວ່າເປັນ ການສຶກສາຂໍ້ມູນ ເພື່ອກ້າວເຂົ້າສູ່ ການອອກແບບຕ່າງໆ ຈຶ່ງຈະມີການ ເຊັນສັນຍາ ການກໍ່ສ້າງ ເຂື່ອນ ແລະ ສໍາປະທານ".
ທ່ານວ່າ ໃນຈໍານວນ ສັນຍາ 88 ໂຄງການ ທີ່ວ່ານັ້ນ ມີສັນຍາ ກ່ຽວກັບ ການສໍາຣວດ ຄວາມເປັນໄປໄດ້ ໃນການກໍ່ສ້າງ 39 ໂຄງການ, ສັນຍາພັທນາ 28 ໂຄງການ, ສັນຍາ ສໍາປະທານ 13 ໂຄງການ ແລະ ສັນຍາກໍ່ສ້າງ 9 ໂຄງການ.
ຢ່າງໃດກໍດີ ເຖິງຈະເປັນ ຄວາມພາກພູມໃຈ ຂອງ ຣັຖບານລາວ ທີ່ສາມາດ ກໍ່ສ້າງເຂື່ອນໄຟຟ້າ ໄດ້ຫລາຍ ແຕ່ເປັນຄວາມ ກັງວົນ ຂອງບັນດຜູ້ປົກປ້ອງ ສິ່ງແວດລ້ອມ ປະເທດຕ່າງໆ ທີ່ເປັນຫ່ວງນໍາ ຜົນກະທົບ ທາງດ້ານຕ່າງໆ ທີ່ໄດ້ ເກີດຂຶ້ນ ແລະ ອາດຈະເກີດຂຶ້ນ ຢ່າງຫລວງຫລາຍ ຢູ່ລາວ ແລະ ສົ່ງຜົນກະທົບ ຕໍ່ປະເທດ ເພື່ອນບ້ານ ແລະ ພວກເຂົາເຈົ້າ ກໍລໍເບິ່ງ ຕໍ່ໄປວ່າ ຣັຖບານລາວ ຈະສາມາດຄວບຄຸມ ຜົນກະທົບ ຕ່າງໆນັ້ນໄດ້ ໜ້ອຍຫລາຍປານໃດ.