ລາວເປີດທັສນະສຶກສາເຂື່ອນ ດອນສະໂຮງ


2013.11.14
F-Donsahong-new ໃນເຂດນີ້ ແມ່ນສະຖານທີ່ ຕັ້ງ ຂອງໂຄງການເຂື່ອນ ດອນສະໂຮງ ຮູປຖາຍວັນທີ 11-11-2013
RFA

 

ກຸ່ມປົກປ້ອງສິ່ງແວດລ້ອມ ຕໍານິທາງການລາວ ໃນການ ຈັດທັສນະສຶກສາ ໂຄງການ ເຂຶ່ອນດອນສະໂຮງ ໃຫ້ແກ່ອົງການບໍ່ສັງກັດ ຣັຖບານ ແລະ ນັກຂ່າວໃຫ້ໄປເບີ່ງບ່ອນທີ່ຈະສ້າງເຂຶ່ອນ ກຸ່ມດ່ັງກ່າວເວົ້າວ່າ ທາງການລາວບໍ່ຄວນ ມີການປະຊາສໍາພັນ ໂຄງການເຂື່ອນ ທີ່ຍັງບໍ່ທັນ ຖືກອະນຸມັດໃຫ້ສ້າງເທຶ່ອ.

ອົງການແມ່ນໍ້າສາກົນ ອອກຖແລງການໃນມື້ວານນີ້ວ່າ ມື້ນີ້ແມ່ນການທ່ຽວຊົມພື້ນທີ່ ທີ່ຈະສ້າງເຂື່ອນດອນສະໂຮງ ໃນເຂດພາກໃຕ້ຂອງລາວ ທີ່ຈັດຂື້ນໂດຍກະຊວງພລັງງານແລະບໍ່ແຮ່ລາວ ຮ່ວມກັບຄນະກັມການແມ່ນໍ້າຂອງ ແຫ່ງຊາດລາວ.

ການກະທໍາດັ່ງກ່າວ ແມ່ນເພື່ອຂາຍ ໂຄງການດອນສະໂຮງ ໃຫ້ແກ່ປະເທດເພຶ່ອນບ້ານພໍໃຈ ປາສຈາກການຕົກລົງ ເຫັນພ້ອມ ຈາກຂົງເຂດ ແລະການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ວິຖິຊີວິດ ຂອງປະຊາຊົນ ຈາກໂຄງການດັ່ງກ່າວ.

ອົງການ ບໍ່ສັງກັດຣັຖບານ ຫລາຍອົງການ ກໍໄດ້ຕັກເຕືອນກ່ຽວກັບຜົລກະທົບ ຈາກເຂື່ອນດັ່ງກ່າວ ທີ່ລາວມີແຜນການຈະເລີ້ມສ້າງໃນເດືອນ ນີ້ ໃນແມ່ນ້ຳຂອງ ຊື່ງເປັນແມ່ນໍ້າທີ່ ຊາວລາວ ແລະຊາວກຳພູຊາ ອາສັຍ ໃນການທໍາມາຫາກິນ. ແຕ່ຣັຖບານລາວ ແລະ ບໍຣິສັດມາເລເຊັຽ ຜູ້ຈະສ້າງບອກວ່າ ມີຄວາມປອດພັຍດີ.

ກຸ່ມນັກຂ່າວຈາກສື່ມວນຊົນຕ່າງໆກໍຖືກເຊື້ອເຊີນໃຫ້ໄປທັສນະສຶກສາໂຄງການດັ່ງກ່າວ ທີ່ທາງການລາວຢາກສະແດງອອກເຖິງ ຄວາມໂປ່ງ ໄສໃນການສ້າງເຂື່ອນ ດອນສະໂຮງຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.