ວຽດນາມຍັງມີຄໍາຖາມເຣື້ອງ ເຂື່ອນ ດອນ ສະໂຮງ
2013.11.15
ໃນກອງປະຊຸມແລກປ່ຽນຄວາມຄິດຄວາມຄວາມເຫັນ ພາຍຫລັງການສໍາຣວດພື້ນທີ່ເຂື່ອນດອນສະໂຮງ ເມື່ອວັນທີ່ 12 ພຶສຈິກາ 2013 ເຈົ້າ ໜ້າທີ່ທາງການວຽດນາມມີຄໍາຖາມຫລາຍຂໍ້ກັບບໍຣິສັດ ກໍ່ສ້າງ ແລະທາງການລາວ ກຽ່ວກັບໂຄງການດອນສະໂຮງ ແລະວ່າ ຢາກໃຫ້ມີການ ແລກປ່ຽນ ຂໍ້ມູນຕ່າງໆ ເພີ້ມຕື່ມໃນອະນາຄົດ.
ແລະທີ່ສໍາຄັນກໍຄື ບໍຣິສັດ ຜູ້ກໍ່ສ້າງແລະຣັຖບານລາວ ຕ້ອງໄດ້ສຶກສາເພີ້ມຕື່ມ ໃນຫລາຍ ດ້ານກ່ອນຈະເຣີ້ມລົງມືກໍ່ສ້າງໃນນັ້ນຮວມທັງເຣື້ອງ ການຂື້ນລົງຂອງໝູ່ປາ ແລະປະຣິມານຂອງນໍ້າ ໂຄງການສ້າງເຂື່ອນ ເພື່ອໃຫ້ເຂື່ອນແຫ່ງນີ້ ມີຜົນກະທົບໜ້ອຍທີ່ສຸດ.
ໃນຂະນະດຽວກັນ ທາງບໍຣິສັດກໍ່ສ້າງ ກໍຊິ້ແຈງວ່າ ຈະສົ່ງວິສວະກອນແລະຜູ້ຊ່ຽວຊານ ທີ່ມີປະສົພການ ມາສຶກສາແລະປັບປຸງ ສັກກາຍພາບ ບາງບ່ອນຂອງບໍຣິເວນກໍ່ສ້າງແລະເຂດທີ່ຈະໃຊ້ເປັນທາງປາຜ່ານ ເພື່ອໃຫ້ມີຜົນກະທົບ ໜ້ອຍທີ່ສຸດ.
ຕໍ່ບັນຫາດັ່ງກ່າວທ່ານວິຣະພົນວິຣະວົງ ຮອງຣັຖມົນຕຣີພະລັງງານແລະບໍ່ແຮ່ຂອງລາວກ່າວຕໍ່ສື່ມວນຊົນວ່າເພື່ອຄວາມກະຈ່າງແຈ້ງ ຣັຖບານ ລາວຈະໄດ້ເຊີນເອົາສື່ມວນຊົນ ແລະອົງການ ທີ່ກ່ຽວຂ້ອງ ໄປເບີ່ງພື້ນທີ່ ຕົວຈີງ ອີກເທື່ອນຶ່ງ ໃນໜ້າແລ້ງນີ້ ເພື່ອໃຫ້ແນ່ໃຈວ່າ ທາງປາຜ່ານ ທີ່ຈະໄດ້ຮັບການປັບປຸງ ຈາກຮູຊ້າງເຜືອກນ້ອຍ ແລະ ຮູສະດໍາ ຈະສາມາດ ໃຊ້ໄດ້ ໃນຣະດູແລ້ງ.