ລາວວ່າຕົນສ້າງເຂື່ອນດ້ວຍຄວາມ ຮັບ ຜິດຊອບ

ທ່ານ ວີຣະພົນ ວີຣະວົງ ເປັນນັກ ວິສວະກອນ ຜູ້ນຶ່ງຂອງລາວ
ທ່ານ ວີຣະພົນ ວີຣະວົງ ເປັນນັກ ວິສວະກອນ ຜູ້ນຶ່ງຂອງລາວ (International River)

0:00 / 0:00

ຣາຍງານ ພິເສດ ສຳລັບ ໜັງສືພິມ The Nation. ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ພລັງງານ ແລະ ບໍ່ແຮ່ ຂອງລາວ ຂຽນວ່າ ບັນດາ ນັກ ເຄື່ອນໄຫວ ເພື່ອ ສະພາບ ແວດລ້ອມ ອີກ ເທື່ອໜຶ່ງ ວິພາກ ວິຈານ ຣັຖບານ ລາວ ແລະ ຄນະ ກັມມາທິການ ແມ່ນ້ຳຂອງ MRC ໂດຍ ຫວັງວ່າ ໂຄງການ ເຂື່ອນ ໄຟຟ້າ ແມ່ນ້ຳຂອງ ຈະຖືກ ເລື່ອນ ຫລື ຖືກລຶບລ້າງ.

ທ່ານ ວິຣະພົນ ໄດ້ ທົບທວນ ເຖິງ ຈົດໝາຍ ຂອງ ກຸ່ມ ນັກເຄື່ອນໄຫວ ທີ່ ສົ່ງເຖິງ ຜູ້ນຳ ລາວ ໄທ ກັມພູຊາ ແລະ ວຽດນາມ ເມື່ອ ເດືອນ ກັນຍາ ຜ່ານມາ ທີ່ ຮ້ອງຮຽນ ວ່າ ສປປ ລາວ ໄດ້ ດຳເນີນການ ແບບ ບໍ່ມີ ຄວາມ ຮັບຜິດຊອບ ແລະວ່າ ຂັ້ນຕອນ ຂອງ MRC ໃນການ ປະເມີນ ຜົລກະທົບ ທີ່ ອາຈເກີດ ຈາກ ການພັທນາ ເຂື່ອນ ໄຟຟ້າ ໃນ ແມ່ນ້ຳຂອງ ນັ້ນ ບໍ່ມີ ຄຸນນະພາບ.

ໃນຕົ້ນປີ 2014 ນັກເຂື່ອນໄຫວ ຫລາຍຄົນ ໃນກຸ່ມ ດຽວກັນນີ້ ຕຳນິ ຕິຕຽນ ຣັຖບານ ລາວ ທີ່ ສົ່ງຂໍ້ສເນີ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ຕໍ່ ສະມາຊິກ ແອັມອາຣຊີ ຕາມຂັ້ນ ຕອນ ແຈ້ງ ໃຫ້ຊາບ ແທນທີ່ວ່າ ຈະເປັນ ຂັ້ນຕອນ ປຶກສາ ຫາຣື ກັນກ່ອນ ລ່ວງໜ້າ ພາຍໃຕ້ ຂໍ້ຕົກລົງ ປີ 1995 ນັ້ນ. ຕໍ່ມາ ເມື່ອ ເດືອນ ກໍຣະກະດາ ຣັຖບານ ລາວ ກໍໄດ້ ຕົກລົງ ໃຫ້ ເລີ່ມ ຂັ້ນຕອນ ປຶກສາ ຫາຣືກັນ ລ່ວງໜ້າ ສໍາລັບ ໂຄງການ ເຂື່ອນ ດອນສະໂຮງ.

ມາໃນ ປັຈຈຸບັນ ພວກນັກ ເຄື່ອນໄຫວ ກໍທວງໃຫ້ ມີການ ສຶກສາ ຜົລກະທົບ ຫລາຍ ຂຶ້ນຕື່ມ ແລະ ໃຫ້ສິດ ແກ່ ຊຸມຊົນ ທ້ອງຖີ່ນ ທີ່ສະແດງ ຄວາມ ເປັນຫ່ວງ ເຣື່ອງ ການພັທນາ. ທ່ານ ວິຣະພົລ ກ່າວອີກ ວ່າ: ປາກົດວ່າ ສິ່ງທີ່ພວກ ນັກເຄື່ອນໄຫວ ຕ້ອງການ ແທ້ນັ້ນ ຄືໃຫ້ ແອັມອາຣຊີ ສະກັດກັ້ນ ລາວ ບໍ່ໃຫ້ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ຊຶ່ງ ໜ້າເສັຽດາຍ ທີ່ວ່າ ແອັມ ອາຣ ຊີ ບໍ່ສາມາດ ເຮັດໄດ້.

ທ່ານເວົ້າວ່າ ລາວ ແລະ ບັນດາ ຜູ້ພັທນາ ເຂື່ອນ ດອນສະໂຮງ ໄດ້ໃຫ້ ຊ່ຽວຊານ ເຮັດການ ສຶກສາ ຣະບົບ ນິເວດ ໃນເຂດ ຄອນພະເພັງ ໃນຣະຍະ 8 ປີ ຜ່ານມາ ຊຶ່ງ ຜົລການ ສຶກສາ ກໍເຫັນວ່າ ບໍ່ມີຜົລ ກະທົບ ຮ້າຍແຮງ ໃດໆ ໃສ່ການໄຫລ ຂອງນ້ຳ ແລະ ຄຸນນະພາບ ນ້ຳ ໃນ ແມ່ນ້ຳຂອງ.

ທ່ານຂຽນ ມ້ວນທ້າຍວ່າ ກຸ່ມນັກ ເຄື່ອນໄຫວ ຄວນຮູ້ວ່າ ຣັຖບານ ລາວ ຈະບໍ່ໃຫ້ ມີການ ຂັດຂວາງ ການພັທນາ ພລັງງານ ໄຟຟ້າ ທີ່ ສະອາດ ໃຊ້ໝົດ ບໍ່ເປັນ ຊຶ່ງ ເປັນແຫລ່ງ ຄວາມ ພາກພູມໃຈ ແຫ່ງຊາດ ຂອງລາວ ແລະ ເປັນແຫລ່ງ ໄຟຟ້າ ທີ່ຍືນຍົງ ແລະ ໜ້າເຊື່ອຖື ຂອງ ກະແສ ໄຟຟ້າ ສຳລັບ ພາກພື້ນ.