ເຂື່ອນປາກແບງ ລາວ-ໄທ ກັງວົນ

ສິດນີ
2016.06.30
F-Pakbeng ສາຍນໍ້າຂອງ ໃນເຂດ ເມືອງປາກແບງ ແຂວງອຸດົມໄຊ
Courtesy of Citizen Journalist

ປະຊາຊົນ ຕາມແຄມຂອງ ລາວ-ໄທ ມີຄວາມກັງວົນ ຕໍ່ ຜົລກະທົບ ຈາກ ໂຄງການ ເຂື່ອນ ປາກແບງ ຊື່ງເປັນເຂື່ອນ ສ້າງໃສ່ ແມ່ນ້ຳຂອງ ແຫ່ງທີ 3 ໃນລາວ ທີ່ເມືອງ ປາກແບງ ແຂວງ ອຸດົມໄຊ, ຫ່າງຈາກ ຊາຍແດນໄທ ປະມານ 14 ກິໂລແມັດ.

ໃນວັນທີ 29 ມິຖຸນາ ປະຊາຊົນ ແຄມຂອງ  ທີ່ແຂວງຊຽງຮາຍ ຂອງໄທ ໄດ້ເຂົ້າພົບພໍ້ ກັບ ຄນະ ກຳມະການ ສິດທິ ມະນຸດ ໄທ ເພື່ອຂໍໃຫ້ ກວດສອບ ຂໍ້ເທັດຈິງ ເຣື້ອງ ຜົລກະທົບ ຕໍ່ ປະຊາຊົນໄທ ຜູ້ທີ່ອາສັຍ ຢູ່ຕາມແຄມຂອງ ຈາກ ໂຄງການ ເຂື່ອນປາກແບງ ໃນລາວ ຊື່ງ ຣັຖບານລາວ ໄດ້ເຊັນສັນຍາ ການຊື້ຂາຍ ໄຟຟ້າ ໃນປີ 2010 ກັບ ບໍຣິສັດ ຕ້າຖັງ ຂອງຈີນ.

ທ່ານ ທອງສຸກ ອິນທະວົງ ພໍ່ບ້ານ ບ້ານຫ້ວຍລີກ ແຂວງຊຽງຮາຍ ຂອງໄທ ກ່າວວ່າ ຊາວບ້ານ ຫວ້ຍລີກ ມີຄວາມ ກົງວົນວ່າ ໂຄງການ ເຂື່ອນ ປາກແບງ ອາຈເຮັດໃຫ້ ນ້ຳຖ້ວມ ບ້ານເຮືອນ ແລະ ທີ່ດິນ ຂອງ ປະຊາຊົນ ແລະ ອາຈກະທົບ ຕໍ່ການປະມົງ ແລະ ຣາຍໄດ້ ຂອງ ປະຊາຊົນ ນຳອີກ. ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ສອບ ຖາມໄປຍັງ ປະຊາຊົນລາວ ທ່ານນຶ່ງ ຜູ້ທີ່ຢູ່ ຕາມແຄມຂອງ ທີ່ ແຂວງ ໄຊຍະບູຣີ. ທ່ານ ເວົ້າວ່າ ຕົນເອງ ກໍມີຄວາມກັງວົນ ກ່ຽວກັບ ຜົລກະທົບ ຈາກ ເຂື່ອນ ດັ່ງກ່າວ ເຊັ່ນກັນ ແຕ່ຫວັງວ່າ ທາງໂຄງການ ຈະປັບປຸງ ແກ້ໄຂ:

"ເອີ ກໍກະທົບຢູ່ ມັນ ກໍກະທົບຢູ່ ແຕ່ວ່າແນວໃດ ກໍໃຫ້ທາງພຸ້ນ ແຫລະ ທາງບໍຮິສັດ ເພິ່ນເປັນຜູ້ ເບິ່ງກວດກາ ແກ້ໄຂ ຫັ້ນແຫຼະ".

ສ່ວນຊາວບ້ານ ທີ່ ເມືອງປາກແບງ ເອງ ກໍມີ ຄວາມກັງວົນ ເຊັ່ນກັນ ໂດຍສະເພາະ ເຣື້ອງ ອັນຕຣາຍ ຂອງເສົາ ໄຟຟ້າ ແຮງສູງ ແລະໄດ້ສເນີ ຂໍ້ຮຽກຮ້ອງ ຕ້ອງການ ຂອງປະຊາຊົນ ໄປໃຫ້ ເຈົ້າຂອງ ໂຄງການ ແລ້ວ:

"ຄືຊີ່ບໍ່ມີຫຍັງ ກະທົບ ມີແຕ່ສາຍ ຫັ້ນແລ້ວ ເສົາໄຟຟ້າ ແຮງສູງ ໄດ້ສເນີ ເປັນກອງທຶນ ຫມູນວຽນເນາະ ເປັນກອງທຶນ ພັທນາບ້ານ ຫັ້ນນະ ທາງໂຄງການ ເພິ່ນກໍຍັງ ບໍ່ທັນໄດ້ ຄຳຕອບເທື່ອ ປີນີ້ ເພິ່ນຍັງ ບໍ່ທັນໄດ້ ມາລົງເທື່ອ ປີ 2016 ນີ້".

ທ່ານກ່າວ ຕື່ມວ່າ ທາງການ ເຂື່ອນ ຍັງບໍ່ໄດ້ມາ ໂອ້ລົມກັບ ປະຊາຊົນ ພໍປານໃດ, ທ່ານ ຕ້ອງການ ຢາກໃຫ້ ມີການປຶກສາ ລືກັບ ປະຊາຊົນ ຫຼາຍກວ່ານີ້ ເນື່ອງຈາກ ໄດ້ມາພົບກັບ ປະຊາຊົນ ສອງຄັ້ງ ໃນປີຜ່ານມາ ແຕ່ໃນປີນີ້ ຍັງບໍ່ມາ.

ໂຄງການ ເຂື່ອນປາກແບງ ໄດ້ສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ໃນ ສອງສາມ ປີຜ່ານມາ ແຕ່ບໍ່ມີ ຣາຍງານ ຈາກທາງການ ກ່ຽວກັບ ຜົລກະທົບ ຂ້າມແດນ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ສອງເຂື່ອນ ຢູ່ລາວຄື ເຂື່ອນ ໄຊຍະບູຣີ ແລະເຂື່ອນ ດອນສະໂຮງ ນັ້ນ, ມີການ ບໍ່ເຫັນພ້ອມ ຈາກ ປະຊາຊົນ ທ້ອງຖິ່ນ ຍ້ອນການ ສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ບໍ່ໂປ່ງໄສ ແລະ ຍໍ່ຮອບຄອບ ຕາມການລົງ ຄວາມເຫັນ ຂອງສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.