ເຂື່ອນດອນສະໂຮງຍັງມີການ ກໍ່ສ້າງ
2014.08.21
ຣັຖບາລ ລາວ ແລະ ບໍຣິສັດ ສ້າງເຂື່ອນ ດອນສະໂຮງ ປາກົດວ່າ ບໍ່ສາມາດ ເວົ້າເຣຶ້ອງ ຂອງຕົນໄດ້ ຫລັງຈາກ ແຕ່ລະຝ່າຍ ໃຫ້ຄໍາ ອະທິບາຍ ຂັດແຍ່ງກັນ ໃນມື້ວານນີ້. ຕາມຣາຍງານ ຂອງ ໜັງສືພິມ The Phnom Penh Post ໃນ ວັນທີ 20 ສິງຫາ 2014 ນີ້.
ທ່ານ ປຣະສິດ ໄຊຍະສິດ ທູດລາວ ຄົນໃໝ່ ປະຈໍາ ກໍາພູຊາ ກ່າວຕໍ່ ທ່ານ ຫໍ ນໍາຫົງ ຣັຖມົນຕຣີ ກະຊວງ ການຕ່າງ ປະເທສ ກໍາພູຊາ ໃນເວລາ ພົບປະກັນ ນັ້ນວ່າ ສປປລາວ ໄດ້ໂຈະການ ກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ທີ່ ມີການ ຂັດແຍ່ງກັນ ຊຶ່ງ ກົງກັນຂ້າມ ບໍຣິສັດ ມາເລເຊັຍ Maga First Corporation Berhad ຜູ້ກໍ່ສ້າງ ເຂື່ອນ ພັດເວົ້າວ່າ ການກໍ່ສ້າງ ເຂື່ອນ ນັ້ນ ໄດ້ດໍາເນີນ ຕໍ່ໄປ ຕາມແຜນການ ທີ່ ໄດ້ວາງໄວ້.
ທ່ານ Peter Hawkins ຜູ້ ບໍຣິຫານ ດ້ານ ສິ່ງແວດລ້ອມ ດອນສະໂຮງ ກ່າວວ່າ: ທ່ານຢູ່ພື້ນທີ່ີ ຂອງໂຄງການ ເຂື່ອນນັ້ນ ແລະ ທ່ານສາມາດ ບອກໃຫ້ ທຸກຄົນຮູ້ວ່າ ການ ກໍ່ສ້າງເຂື່ອນ ບໍ່ໄດ້ ໂຈະ ແຕ່ຢ່າງໃດ ນອກຈາກຢຸດ ຊົ່ວຄາວ ເພາະນໍ້າຖ້ວມ ເທົ່ານັ້ນ.
ອົງການ ອະນຸຮັກ ທັມຊາດ ຢືນຢັນວ່າ ວຽກງານ ກໍ່ສ້າງເຂື່ອນ ນີ້ ຄວນຢຸດ ໄດ້ແລ້ວ ຫລັງຈາກ ສປປລາວ ໄດ້ຕົກລົງ ເອົາບັນຫາ ເຂື່ອນ ດອນສະໂຮງ ເຂົ້າຢູ່ໃນ ຂັ້ນຕອນ ການປຶກສາ ຫາລື ລ່ວງໜ້າ ຂອງ 4 ປະເທດ ເມື່ອເດືອນ ມິຖຸນາ ທີ່ຜ່ານມາ.
ຕາມການ ປະກາດ ຂອງ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ ການຕຣຽມ ວຽກງານ ກໍ່ສ້າງ ເຂື່ອນ ດອນສະໂຮງ ຂນາດ 260 MW ໄດ້ເລີ້ມມາແຕ່ ປີກາຍ ແລະ ຈະເລີ້ມ ກໍ່ສ້າງ ຢ່າງ ເຕັມຮູບແບບ ໃນເດືອນ ທັນວາ.