ເຂື່ອນດອນສະຫົງ ຍັງບໍ່ໄດ້ລົງມື
2013.07.29

ເຈົ້າໜ້າທີ່ ລາວ ເວົ້າວ່າ ບໍຣິສັດ Mega First ຂອງ ມາເລເຊັຍ ຍັງບໍ່ທັນ ເລິ້ມສ້າງ ເຂື່ອນ ດອນສະຫົງ ຢ່າງຈິງຈັງ ເທື່ອ ພຽງແຕ່ກຳລັງ ສຶກສາ ສຳຣວດ ແລະ ກະຕຽມ ການກໍ່ສ້າງ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ ທ່ານນຶ່ງ ເວົ້າວ່າ:
“ຍັງ ຍັງ ຍັງ ຍັງບໍ່ທັນ ໄດ້ເລິ້ມກໍ່ສ້າງ ຕົວນີ້ ມັນກໍມີ ແຕ່ຂະເຈົ້າ ລົງເກັບກຳ ຂໍ້...ເຂົ້າເຣື່ອງ ສະພາບແວດລ້ອມ ຄືນໃໝ່ເນາະ ເວົ້າເຣື່ອງທາງ ອັນນີ້ນີ່ແຫລະ ເວົ້າເຣື່ອງ ສິ່ງແວດລ້ອມ ສັງຄົມບ່ອນ ຈັດສັນດິນ ປຸກແຄັມ ປຸກຫຍັງ ຫັ່ນແຫລະ ຂະເຈົ້າ ກໍສຳຫຣວດ ຕົວນັ້ນ ຄືນໃໝ່.”
ເຈົ້າໜ້າທີ່ ກໍເວົ້າວ່າ ຫລັງຈາກ ສຶກສາສຳຣວດ ສຳເຣັດ ແລ້ວ ທາງບໍຣິສັດ ມາເລເຊັຍ ກໍຈະເລີ້ມ ສ້າງເຂື່ອນ ດອນສະຫົງ ຢ່າງຈິງຈັງ ພາຍໃນປີໜ້າ. ເຈົ້າໜ້າທີ່ ບອກອີກວ່າ ໂຄງການ ສ້າງເຂື່ອນ ດອນສະຫົງ ອາດຈະຕ້ອງ ຍົກຍ້າຍ ປະຊາຊົນ ປະມານ 15 ຄອບຄົວ ຈາກບ້ານ ຫົວດອນສະດຳ ອອກໄປຢູ່ ຫາງດອນ ໄກຈາກບ້ານເດີມ ປະມານ 4-5 ກິໂລແມັດ.
ອົງການ ແມ່ນ້ຳສາກົນ ຣາຍງານວ່າ ການສ້າງເຂື່ອນ ດອນສະຫົງ ໄດ້ເລິ້ມແລ້ວ ຢ່າງງຽບໆ ເຊັ່ນໄດ້ບຸກເບີກ ຫລື ສ້າງທາງຂື້ນລົງ ໃໝ່ ໃຫ້ໝູ່ປາ ແລະ ໄດ້ປັກຫລັກໝາຍ ບ່ອນຈະສ້າງ ທາງ ເພື່ອໃຊ້ສຳຣັບ ການກໍ່ສ້າງ ຢ່າງແທ້ຈິງ ໃນປີໜ້າ. ເຂື່ອນ ດອນສະຫົງ ຈະເປັນເຂື່ອນ ຕັນແລວນ້ຳ ທີ່ເອິ້ນວ່າ ຮູສະຫົງ ຢູ່ບໍຣິເວນ ສີພັນດອນ ໃນພາກໃຕ້ ຂອງລາວ. ນັກຊ່ຽວຊານ ກ່ຽວກັບ ປາ ເຊື່ອວ່າ ຮູສະຫົງ ນັ້ນເປັນ ທາງຂື້ນລົງ ຂອງປາ ທາງດຽວ ຂອງ ແມ່ນ້ຳຂອງ ໃນເຂດນັ້ນ. ຖ້າຕັນແລ້ວ ປາຈະບໍ່ສາມາດ ຂື້ນລົງ ເພື່ອອອກແມ່ ແຜ່ລູກໄດ້.