ເຂື່ອນປາກແບງຍັງສ້າງ ບໍ່ໄດ້

ອະວາຣີ
2017.01.18
f-pakbeng ແຜນທີ່ ໂຄງການເຂື່ອນປາກແບງ
Courtesy of Terra

ທາງການລາວ ຍັງບໍ່ອະນຸຍາດ ໃຫ້ສ້າງ ເຂື່ອນປາກແບງ ຊຶ່ງຈະເປັນ ເຂື່ອນ ແມ່ນ້ຳຂອງ ແຫ່ງທີສາມ ຮອງຈາກ ເຂື່ອນ ໄຊຍະບຸຣີ ແລະ ເຂື່ອນ ດອນສະໂຮງ. ປັດຈຸບັນ ຣັຖບານລາວ ກຳລັງ ສ້າງຖນົນ ໄປຫາ ບໍຣິເວນ ເຂື່ອນ ປາກແບງ ຊຶ່ງສຳເຣັດ ໄປແລ້ວ ປະມານ 60 ສ່ວນຮ້ອຍ ແລະ ເຈົ້າໜ້າທີ່ ກໍລົງໄປ ສຳຣວດ ກວດກາ ເບິ່ງແດ່ແລ້ວ. ດັ່ງ ເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ທ່ານນ່ຶງ ກ່າວວ່າ:

“ດຽວນີ້ ຣັຖບານ ເພິ່ນຍັງມີແຕ່ ລົງມາໃຫ້ເຂົ້າມາ ກວດເບິ່ງ ສະຖານທີ່ຕ່າງໆ ຂະເຈົ້າ ລົງມາ ເກັບກຳຂໍ້ມູນ ຂຶ້ນໝົດແລ້ວ ຖນົນເຮັດແລ້ວ ແຕ່ຖນົນນັ້ນນະ ແຕ່ເຮັດຫຍັງ ບໍ່ທັນເຮັດ ຣັຖບານນ ຍັງບໍ່ ອະນຸຍາດ ເທື່ອ.”

ສ່ວນເຣື່ອງການຍົກຍ້າຍ ປະຊາຊົນນັ້ນ ເຈົ້າໜ້າທີ່ ທ່ານນີ້ ອະທິບາຍວ່າ ປະຊາຊົນ ຍັງບໍ່ທັນ ໂຍກຍ້າຍເທື່ອ ເພາະ ຣັຖບານ ຍັງບໍ່ທັນ ອະນຸຍາດ:

“ຢູ່ອຸດົມໄຊນີ້ ມີແຕ່ວ່າ ໂຍກຍ້າຍເທື່ອ ບໍ່ໂຍກຍ້າຍ ໂຍກຍ້າຍ ໄປບ້ານນຶ່ງ ມີນຶ່ງບ້ານເນີ້ ອັນນີ້ຍັງ ບໍ່ທັນນັ້ນເທື່ອ ເພາະເວລາ ສິກໍ່ສ້າງ ຈະໂຍກຍ້າຍ ຂະເຈົ້າ ກໍຈະໂຍກຍ້າຍ ບໍ່ໄດ້ກໍ່ສ້າງ ຂະເຈົ້າບໍ່ໄດ້ ໂຍກຍ້າຍ ເພາະຣັຖບານ ຍັງບໍ່ ອະນຸຍາດ.”

ເມື່ອອາທິດ ທີ່ແລ້ວ ຄນະກັມມາທິການ ແມ່ນ້ຳຂອງ ໄດ້ປະຊຸມກັນ ຢູ່ ນະຄອນຫຼວງວຽງຈັນ ເພື່ອ ພິຈາຣະນາ ຄຳສເນີ ຂອງຣັຖບານ ລາວ ທີ່ຢາກສ້າງ ເຂື່ອນປາກແບງ. ເມື່ອຕົ້ນອາທິດນີ້ ອົງການ ແມ່ນ້ຳສາກົນ ກໍສະແດງ ຄວາມເປັນຫ່ວງຢ້ານ ເຂື່ອນປາກແບງ ຈະສົ່ງ ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ.

ບໍຣິສັດຕ້າຖັງ ຂອງຈີນ ຊຶ່ງເຊັນ ບົດບັນທຶກ ຄວາມເຂົ້າໃຈກັບ ຣັຖບານລາວ ເມື່ອປີ 2007 ໄດ້ຮັບ ອະນຸຍາດ ໃຫ້ສ້າງ ເຂື່ອນປາກແບງ ທີ່ ແຂວງອຸດົມໄຊ ທີ່ຈະໃຊ້ ເງິນທຶນ ທັງໝົດ 1.8 ຕື້ ດອນລ່າ ສະຫະຣັດ ເພື່ອກໍ່ສ້າງ ເຂື່ອນ ຈະຜລິດໄຟຟ້າ ໄດ້ 912 ເມກາວັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.