ເຂື່ອນດອນສະຫົງໄດ້ຮັບຄໍາ ນິຍົມ
2013.11.04

ອິງຕາມບົດລາຍງານດ້ານຜົລກະທົບຕໍ່ສິ່ງແວດລ້ອມ ທີ່ຈ່າຍໂດຍບໍຣິສັດຜູ້ສ້າງເຂື່ອນ ຣະບຸວ່າ ເຂື່ອນດອນສະຫົງ ທີ່ຍັງມີຄວາມຂັດແຍ່ງກັນ ໃນເວລານີ້ ທີ່ທາງການລາວຈະສ້າງໃສ່ແມ່ນ້ຳຂອງ ທີ່ແຂວງຈຳປາສັກ ຊຶ່ງບໍ່ຫ່າງຈາກກໍາພູຊາ ພໍເທົ່າໃດກິໂລແມັດຈະບໍ່ສົ່ງຜົລກະທົບ ຕໍ່ສິ່ງ ແວດລ້ອມແຕ່ຢ່າງໃດ.
ບົດລາຍງານດ່ັງກ່າວແມ່ນ ຈ້າງໂດຍບໍຣິສັດເມກາເຟິສ ຂອງມາເລເຊັຽ ຜູ້ທີ່ຈະສ້າງເຂຶື່ອນດອນສະຫົງເວົ້າວ່າ ເຂື່ອນດອນສະຫົງ ຈະສ້າງຜົລ ປະໂຫຍດໃຫ້ແກ່ຄົນລາວທ້ອງຖິ່ນ ໃນເຂດດັ່ງກ່າວທັ້ງໆທີ່ ກຸ່ມປົກປ້ອງສິ່ງແວດລ້ອມເປັນຫວ່ງ. ການສຶກສາຜົລກະທົບຕໍ່ສິ່ງແວດລ້ອມສະບັບ ດັ່ງກ່າວ ໄດ້ສົ່ງໃຫ້ບໍຣິສັດເມກາເຟິສ ໃນເດືອນມົກຣາປີນີ້ໄດ້ຣະບຸຕໍ່ໄປອີກວ່າ ມີປະຊາຊົນປະມານ 11 ຄອບຄົວ ຈະຖືກໂຍກຍ້າຍຈາກໂຄງ ການດັ່ງກ່າວ ບໍ່ໄດ້ສ້າງ ຜົລກະທົບ ຕໍ່ຊຸມຊົນຫລາຍພໍໍ ປານໃດ ພ້ອມຍັງສ້າງຜົລກະທົບໃນທາງບວກ ກ່ຽວກັບ ການປ່ຽນແປງຂອງສະພາບ ອາກາດໃນໂລກນໍາອີກ ຍ້ອນການຜລິດໄຟຟ້າ ປາສຈາກການຈູດເຜົາ ສານຊິວະພາບ ທີ່ຈະສ້າງມົລພິດ ໃນຊັ້ນບັນຍາກາດ.
ແຕ່ກຸ່ມຕໍ່ຕ້ານການສ້າງເຂື່ອນເວົ້າວ່າ ໂຄງການເຂື່ອນດອນສະຫົງຈະສົ່ງຜົລກະທົບລາຍໃຫຍ່ ຕໍ່ການຂຶ້ນລົງຂອງປາ ແລະວິຖິຊີວິດຂອງຊາວ ບ້ານຕາມລໍາແມ່ນໍ້າຂອງ ບໍ່ວ່າທາງພາກເທິງ ແລະພາກລຸ່ມ. ອົງການສຶກສາສິ່ງແວດລ້ອມດັ່ງກ່າວ ແມ່ນມີສູນກາງ ຢູ່ນະຄອນຫລວງວຽງຈັນ ສປປລາວ.