ຊາວບ້ານຈາກເຂື່ອນ ນໍ້າຄານ2 ເດືອດຮ້ອນ
2013.07.26

ປະຊາຊົນ ທີ່ໂຍກຍ້າຍ ໄປຢູ່ບ້ານ ຈັດສັນ ຂອງໂຄງການ ເຂື່ອນນໍ້າຄານ2 ຢູ່ ເມືອງຊຽງເງິນ ແຂວງ ຫລວງພຣະບາງ ບາງເທື່ອ ກໍຂາດ ອາຫານການກິນ ເພາະເຂົາເຈົ້າ ຍັງບໍ່ສາມາດ ປະກອບອາຊິພ ໃດໆຕາມ ປົກກະຕິ ໄດ້ເທື່ອ. ອີງຕາມ ການເປີດເຜີຽ ຂອງ ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່:
"ໂຕເຂື່ອນ 2 ອຸປສັກ ທາງຝ່າຍລາວ ກໍແມ່ນ ການຊອກສະບຽງ ອາຫານ ນີ້ແຫລະ ລ້ຽງດູ ພໍ່ແມ່ ປະຊາຊົນ ນີ້ ມັນກໍບໍ່ເຕັມເມັດ ເຕັມໜ່ວຍ ເນາະ ຍັງຂາດເຂີນ ເງິນ".
ປັດຈຸບັນ ມີປະຊາຊົນ 114 ຄົນ ທີ່ອາສັຍ ຢູ່ໃນບ້ານ ຈັດສັນໃໝ່ ແລະ ອາໄສ ການຊ່ວຍເຫລືອ ດ້ານ ອາຫານ ຈາກໂຄງການ, ແຕ່ວ່າ ຕາມລາຍງານ ຂອງ ແຕ່ລະເດືອນ ນັ້ນ ປະຊາຊົນ ຈໍານວນນີ້ ບາງເທື່ອ ຂາດເຂີນ ອາຫານການກິນ. ອາຫານ ທີ່ ທາງໂຄງການ ເອົາໃຫ້ນັ້ນ ສ່ວນຫລາຍ ກໍຊໍ້າກັນ ເລື້ອຍໆ ໂດຍສະເພາະ ອາຫານ ປະເພດ ປາກະປ໋ອງ.
ໂຄງການເຂື່ອນ ນໍ້າຄານ2 ຂນາດ 130 ເມກາວັດ ແມ່ນ ບໍຣິສັດ Syno Hydro ຂອງຈີນ ເປັນຜູ້ໄດ້ຮັບ ສັມປະທານ ສ້າງ ໃນມູນຄ່າ 300 ກວ່າລ້ານ ໂດລາ ສະຫະຣັຖ. ໂຄງການນີ້ ມີຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານ ຫລາຍຮ້ອຍ ຄົນ ແລະຍັງມີ ຊາວບ້ານ ອີກປະມານ 500 ຄົນ ທີ່ຕ້ອງຖືກ ໂຍກຍ້າຍ.