ບ້ານໂຄກໃຫຍ່ ຕ້ອງໂຍກຍ້າຍ
2013.08.02

ຊາວບ້ານ ບ້ານໂຄກໃຫຍ່ ທີ່ຈະໄດ້ຮັບ ຜົນກະທົບ ຈາກ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ຕຣຽມ ໂຍກຍ້າຍ ໃນວັນທີ 7 ສິງຫາ 2013 ໂດຍທີ່ທາງ ໂຄງການຈະຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ ໃນວັນທີ 5 ສິງຫາ ແຕ່ມາ ເຖິງປັດຈຸບັນ ຊາວບ້ານ ກໍຍັງບໍ່ຮູ້ ຣາຍລະອຽດ ກ່ຽວກັບ ການຈັດສັນ ທີ່ດິນປູກຝັງ ໃຫ້ພວກຕົນເທື່ອ ດັ່ງຊາວບ້ານ ຜູ້ນຶ່ງເວົ້າວ່າ:
"ເດືອນນີ້ແຫລະ ວັນທີ 7 ສິງຫາ ນີ້ນະເຂົາສິເອົາລົດ ມາຂົນເຄື່ອງ ເຣື່ອງການຊົດເຊີຍ ບໍ່ໄດ້ຈ່າຍເທື່ອເຂົາວ່າສິມາຈ່າຍວັນທີ 5 ສິງຫາ ວ່າຊັ້ນກໍບໍ່ຮູ້ເພິ່ນແຫລະ ສິເຮັດບ່ອນເກົ່າ ຫລືວ່າສິໃຫ້ເຮັດບ່ອນໃດ໋ ກໍບໍ່ຮູ້ ນໍາເພິ່ນ ກໍວ່າສິໃຫ້ ເຮັດບ່ອນເກົ່າ ນີ້ແຫລະ".
ນາງເວົ້າວ່າ ປັດຈຸບັນ ຊາວບ້ານກໍພາກັນຂົນເຄື່ອງຂົນຟືືນ ມາຮວມ ກັນແລ້ວເພື່ອຕຽມໂຍກຍ້າຍ. ທາງໂຄງການວ່າຈະຈ່າຍໃຫ້ຄົນລະ 1 ແສນກີບ ເປັນຄ່າໂຍກຍ້າຍ ແຕ່ສໍາລັບ ທີ່ດິນ ປູກຝັງ ບ່ອນໃໝ່ນັ້ນ ຍັງບໍ່ທັນຮູ້ ຄາດວ່າຈະໄດ້ ເດີນທາງ ກັບຄືນມາ ບ້ານເກົ່າ ເພື່ອປູກຝັງ.
ບ້ານໂຄກໃຫຍ່ ເມືອງນານ ແຂວງ ຫລວງພຣະບາງ ມີຊາວບ້ານຢູ່ 204 ຄົນ ທີ່ຈະຕ້ອງໄດ້ ໂຍກຍ້າຍ ໄປບ້ານຈັດສັນ ບ້ານຫ້ວຍຫິບ (ບ້ານປາກເນີນໃໝ່) ຢູ່ເມືອງນານ. ຊາວບ້ານ ຜູ້ນີ້ບອກໃຫ້ ຮູ້ຕື່ມອີກວ່າ ພວກຊາວບ້ານ ມີຄວາມດີໃຈ ທີ່ ຈະໄດ້ຍ້າຍ ໄປຢູ່ເຮືອນ ໃໝ່, ມີໄຟຟ້າ, ນໍ້າປະປາໃຊ້. ແຕ່ຊາວບ້ານ ຍັງຕ້ອງການ ໂຮງຮຽນ ອະນຸບານ ໃຫ້ ເດັກນ້ອຍ ຍ້ອນວ່າ ບ້ານເກົ່າບໍ່ມີ ແລະ ຕ້ອງການ ຫ້ອງການ ບ້ານຫລັງໃໝ່.