17 ຄອບຄົວຕ້ອງຍ້າຍຈາກ ເຂດ ເຂື່ອນ

 17 ຄອບຄົວ ຕ້ອງຍ້າຍ ຈາກ ເຂດ ສ້າງເຂື່ອນ ດອນສະໂຮງ
17 ຄອບຄົວ ຕ້ອງຍ້າຍ ຈາກ ເຂດ ສ້າງເຂື່ອນ ດອນສະໂຮງ (RFA)

0:00 / 0:00

ຊາວບ້ານ ຫົວສະດໍາ ທີ່ ຢູ່ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ເມືອງໂຂງ ແຂວງ ຈໍາປາສັກ ເວົ້າວ່າ ຊາວບ້ານ 100 ກວ່າ ຄອບຄົວ ຈະໄດ້ ຮັບ ຜົລ ກະທົບ ຈາກ ໂຄງການ ເຂື່ອນ ດອນສະໂຮງ, ປະມານ 17 ຄອບຄົວ ທີ່ ອາໄສ ຢູ່ໃກ້ເຂດ ກໍ່ສ້າງ ຈະຖືກ ໃຫ້ ໂຍກ ຍ້າຍ. ສໍາລັບ ຊາວບ້ານ ຫົວສະດໍາ ມີ 2 ຄອບຄົວ ທີ່ ຕ້ອງ ໄດ້ຍ້າຍ ແລະ ອີກ 42 ຄອບຄົວ ຕ້ອງໄດ້ ເສັຽ ທີ່ດິນ ຂອງ ພວກຕົນ ໄປ:

"ເວົ້າ ສະເພາະ ຫົວສະດໍາ ທີ່ ມັນ ອັນນີ້ ກໍ 40 ປາຍ ຄອບຄົວ ຖືກ ດິນ ຖືກເຮືອນ ທີ່ ສິໄດ້ຖອນ ກໍ 2 ຄອບຄົວ".

ທ່ານ ເວົ້າວ່າ ປະຊາຊົນ ທີ່ ຖືກໃຫ້ ໂຍກຍ້າຍ ທາງ ໂຄງການ ສັນຍາ ວ່າ ຈະ ປຸກເຮືອນ ໃຫ້ໃໝ່. ສ່ວນ ປະຊາຊົນ ທີ່ ເສັຽດິນ ໄປ ນັ້ນ ທາງ ໂຄງການ ກໍສັນຍາ ວ່າ ຈະຈ່າຍ ຄ່າ ຊົດເຊີຍ ໃຫ້ ແລະວ່າ ວັນທີ 20 ມິນາ 2015 ເຈົ້າໜ້າທີ່ ໂຄງການ ຈະມາ ພົບປະ ກັບ ຊາວບ້ານ ເຣຶ່ອງ ຣາຍ ຣະອຽດ ຂອງ ການ ຊົດເຊີຍ ຄວາມ ເສັຽຫາຍ.

ໃນຂນະ ດຽວກັນ ຊາວບ້ານ ຫາງສະດໍາ ກໍເວົ້າວ່າ ປະຊາຊົນ ມີ ຄວາມ ກັງວົນ ຢ້ານວ່າ ທາງ ໂຄງການ ຈະບໍ່ຈ່າຍ ຄ່າ ຊົດເຊີຍ ໃຫ້ ເພາະ ຈົນມາຮອດ ປັດຈຸບັນ ກໍຍັງ ບໍ່ມີຄວາມ ກະຈ່າງ ແຈ້ງ ແນວໃດ ເທື່ອ:

"ຈັດສັນ ໂຍກຍ້າຍ 4 ເພິ່ນວ່າສິ ຊົດເຊີຍ ແຕ່ ຍັງບໍ່ທັນ ໄດ້ຮູ້ຈັກວ່າ ສິຊົດເຊີຍ ໃນມູນຄ່າ ຊໍ່າໃດ ຖືກດິນ 60 ປາຍ ຕອນ ກໍມີ ແຕ່ວ່າ ຖ້າບໍ່ມີ ການຊົດເຊີຍ ແມ່ນບໍ່ ໃຫ້ ລົງມື ປະຕິບັດ ເຊັນ ກັນ ຄັກແນ່ນະ".

ທ່ານ ເວົ້າວ່າ ຊາວບ້ານ ມີ ສັນຍາ ກັບ ໂຄງການ ແລ້ວ. ຖ້າ ທາງ ໂຄງການ ບໍ່ຈ່າຍ ຄ່າຊົດເຊີຍ ໃຫ້ ກໍຈະບໍ່ ໂຍກຍ້າຍ ອອກ ເດັດຂາດ.