ໂຄງການເຂື່ອນແຂວງຫົວພັນ ຍືດເຍື້ອ


2013.08.21
F-Houaphanh ແຂວງຫົວພັນ
RFA

 

ເຈົ້າຫນ້າທີ່ ກະຊວງ ພລັງງານແລະບໍ່ແຮ່ ເປີດເຜີຍວ່າ ໂຄງການ ສຶກສາ ແລະສຳຫຣວດ ການສ້າງເຂື່ອນ ໄຟຟ້າ ຢູ່ແຂວງ ຫົວພັນ ຫລາຍໂຄງການ ມີຄວາມລ່າຊ້າ ແລະ ບໍ່ມີລາຍງານ ຄວາມຄືບຫນ້າ ຈາກ ບໍຣິສັດ ກໍສ້າງ ເຖິງແມ່ນວ່າ ແຂວງຫົວພັນ ຈະມີຄວາມ ຕ້ອງການ ໃຊ້ໄຟຟ້າ ພາຍໃນແຂວງ ຢ່າງຮີບດ່ວນ ກໍຕາມ. ດັ່ງທ່ານກ່າວວ່າ:

"ນ້ຳເນີນນີ້ຖືວ່າ ບໍຣິສັດ ອິນໂດໄຊນາ ຮັບຜິດຊອບ ສຳຫຣວດ ແຕ່ວ່າປັດຈຸບັນນີ້ ບໍ່ມີຄາມຄືບຫນ້າ ວ່າຊັ້ນຊະເນາະ ນ້ຳຊຳ1 ນ້ຳຊຳ3 ຄວາມຄືບຫນ້າ ນີ້ຖືວ່າ ບໍຣິສັດ ໄຊງ່ອນ ລົງສຳຫຣວດ ກໍບໍ່ເຫັນວ່າ ເປັນຈັ່ງໃດ ທາງກະຊວງ ບໍ່ມີຂໍ້ມູນເນາະ ບໍ່ມີຄວາມ ຄືບຫນ້າ ໂຕນີ້".

ປັດຈຸບັນທີ່ ແຂວງຫົວພັນ ມີປະຊາຊົນ ພຽງແຕ່ 70% ເທົ່ານັ້ນ ທີ່ມີໄຟຟ້າໃຊ້ ທາງການແຂວງ ຍັງໄດ້ຊື້ໄຟຟ້າ ຈາກວຽດນາມ ອີກປະມານ 2 ເມັກກາວັດ ມາໃຊ້ໃນແຂວງ ແຕ່ກໍສາມາດ ແຈກຈ່່າຍໄດ້ ພຽງແຕ່ 5 ຫົວເມືອງ ໃນຈຳນວນ 8 ຫົວເມືອງທັງຫມົດ ໃນແຂວງ ເທົ່ານັ້ນ.

ຍ້ອນເຫດດັ່ງກ່າວ ທາງກະຊວງ ຈຶ່ງໄດ້ອະນຸຍາດ ໃຫ້ມີການສຳຫຣວດ ຄວາມເປັນ ໄປໄດ້ ໃນການສ້າງ ເຂື່ອນ ໃນແຂວງຫລາຍແຫ່ງ ເພື່ອສນອງ ຄວາມຕ້ອງການ ໃນການໃຊ້ ໄຟຟ້າ ດ່ັງເຂື່ອນນ້ຳຊຳ1 ແລະ ນໍ້າຊໍາ3 ຊຶ່ງສອງເຂື່ອນ ດັ່ງກ່າວ ຈະມີພລັງ ການຜລິດ ໄຟຟ້າ ໂດຍຮວມໄດ້ ປະມານ 194 ເມັກກາວັດ. ສອງໂຄງການ ດັ່ງກ່າວ ໄດ້ເຊັນ MOU ມາແຕ່ປີ 2011 ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ.

ທ່ານກ່່າວຕໍ່ໄປວ່າ ປັດຈຸບັນ ມີພຽງແຕ່ເຂື່ອນ ນ້ຳຊີມ ທີ່ມີກຳລັງ ຜລິດ 8 ເມັກກາວັດ ເທົ່ານັ້ນ ທີ່ມີຄວາມ ຄືບຫນ້າ ໃນການກໍ່ສ້າງ ຄາດວ່າຈະສ້າງ ໃຫ້ແລ້ວພາຍ ໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.