ນໍ້າປ່າໄຫຼເຂົ້າຖ້ວມເມືອງຫົງສາ

ໂຄງການ ໂຮງໄຟຟ້າ ຫົງສາລິກໄນ ເມືອງຫົງສາ ແຂວງ ໄຊຍະບູຣີ
ໂຄງການ ໂຮງໄຟຟ້າ ຫົງສາລິກໄນ ເມືອງຫົງສາ ແຂວງ ໄຊຍະບູຣີ (Citizen journalist)

0:00 / 0:00

ເຫດນ້ຳຖ້ວມ ແຂວງ ໄຊຍະບູຣີ ເມື່ອວັນທີ 29 ຫາ 30 ສິງຫາ ຜ່ານມາ ສົ່ງ ຜົລກະທົບ ຕໍ່ ການກໍ່ສ້າງ ໂຮງ ໄຟຟ້າ ຫົງສາ ລິກໄນ ໃນ ເມືອງຫົງສາ ແລະ ບ້ານຈັດສັນ ຂອງ ໂຄງການ ນັ້ນ ນຳດ້ວຍ ແຕ່ ບໍ່ຮ້າຍແຮງ ພໍເທົ່າໃດ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ພະນັກງານ ໃນ ວັນທີ 9 ກັນຍາ ນີ້:

"ຢູ່ ເມືອງຫົງສາ ກໍເລັກໆ ນ້ອຍໆ ນ້ຳມັນ ມາໄວ ແລ້ວ ກໍແຫ້ງໄວ ບໍ່ເສັຽຫາຍ ຫຍັງ ໜັກໜ່ວງ ມັນນ້ຳລົ້ນ ແລ້ວ ຖ້ວມຂຶ້ນ ຫົນທາງ ແລ້ວກໍ ພ້ອມກັບ ເຮືອນ ປະຊາຊົນ ທີ່ອາສັຍ ຢູ່ປະມານ 25 ຫລັງຄາ ເຮືອນ ນີ້ແຫລະ ຂອງ ໂຄງການຫນີ່ ກໍຖືກ ກະທົບ ທາງເຈື່ອນ ເຂົ້າພື້ນທີ່ ທຳການ ຜລິດ".

ທ່ານເວົ້າວ່າ ນ້ຳປ່າໄຫລ ມາ ຢ່າງໄວວາ ໃນ ມື້ວັນທີ 30 ສິງຫາ ເຮັດໃຫ້ ເມືອງ ຫົງສາ ຖືກນ້ຳຖ້ວມ. ໂຄງການ ກໍ່ສ້າງໂຮງ ໄຟຟ້າ ຫົງສາ ກໍໄດ້ຮັບ ຜົລກະທົບ ເຊັ່ນກັນ ຫົນທາງ ເຂົ້າຫາ ໂຄງການ ກໍຂາດ. ຣົດແລະ ຊາວບ້ານ ບໍ່ສາມາດ ສັນຈອນ ໄປມາໄດ້. ບ້ານ ຈັດສັນ ຂອງ ໂຄງການ ນັ້ນກໍຖືກ ນ້ຳຖ້ວມ ປະຊາຊົນ ປະມານ 25 ຫລັງຄາ ເຮືອນ ຕ້ອງຍ້າຍ ອອກຈາກ ພື້ນທີ່ ແຕ່ ປັຈຈຸບັນ ກັບ ໄປຢູ່ເຮືອນ ຄືເກົ່າ ແລ້ວ. ທາງ ໂຄງການ ກຳລັງ ສ້ອມແປງ ທາງຢູ່ ຄາດວ່າ ຈະໃຊ້ໄດ້ ໃນໄວໆນີ້.

ໂຄງການ ຫົງສາ ລິກໄນ ເຊັນສັນຍາ ກໍ່ສ້າງ ເມື່ອ ເດືອນ ພຶສຈິກາ 2009 ຄາດວ່າ ຈະສ້າງແລ້ວ ໃນປີ 2015 ກຳລັງ ການຜລິດ 1878 ເມັກກາວັດ; ເປັນ ໂຄງການ ທີ່ນັກ ສິ່ງ ແວດລ້ອມ ກັງວົນ ວ່າຈະສົ່ງ ຜົລກະທົບ ຕໍ່ສິ່ງ ແວດລ້ອມ ຕໍ່ ປະຊາຊົນ ໃນເຂດ ໃກ້ຄຽງ ຍ້ອນ ເປັນໂຮງ ໄຟຟ້າ ຄວາມຮ້ອນ ຈາກຖ່ານຫີນ ລິກໄນ ຊຶ່ງ ເປັນ ວິທີ ຜລິດ ໄຟຟ້າ ຣາຄາຖືກ ທີ່ສຸດ ແລະ ກໍເປື້ອນ ທີ່ສຸດ.