ຝົນຕົກໜັກເຂື່ອນໄຊຍະບູຣີ ຕ້ອງໂຈະ ໄວ້ກ່ອນ

ສິດນີ
2014.09.04
F-XD ຝົນຕົກໜັກ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ຕ້ອງໂຈະ ໄວ້ກ່ອນ ພຽງຊົ່ວຄາວ
Mek/fb

 

ປັດຈຸບັນ ການ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ຊື່ງ ເປັນເຂື່ອນ ກັ້ນ ນ້ຳຂອງ ແຫ່ງທຳອິດ ຂອງລາວ ໄດ້ ໂຈະໄວ້ ຊົ່ວຄາວ ຍ້ອນ ຝົນຕົກ ຕິດຕໍ່ ກັນ ຫຼາຍມື້ ເຮັດໃຫ້ ການກໍ່ສ້າງ ລໍາບາກ. ແຕ່ ຄາດວ່າ ຈະ ສາມາດ ກໍ່ສ້າງຕໍ່ ໃນ ເດືອນ ຕຸລາ ປີນີ້. ດັ່ງ ເຈົ້າຫນ້າທີ່ ຜູ້ ບໍ່ປະສົງ ອອກຊື່ ເວົ້າວ່າ:

"ຣະຍະ ຝົນຕົກຫລາຍ ນ້ຳຫລາຍແລ້ວ ການກໍ່ສ້າງ ກໍບໍ່ສະດວກ ປານໃດ ໃນການ ກໍ່ສ້າງ ເຂື່ອນ ນ້ຳ ກໍບໍ່ຖ້ວມ ແຕ່ ໃນ ຕົກລິນ ເຮັດ ຍາກ ອອກແລ້ງ ພຸ້ນແລ້ວ ຣະຍະ ເດືອນຫນ້າ ໄປ ແຫລະ ເຂົາເຮັດ  ການສຸ ເຈື່ອນນີ້ ກໍບໍ່ ໜັກໜາ ປານໃດ ຄືປີກາຍ ເພາະວ່າ ໝົດ ປີກາຍ ເພີ່ນກັນ ເຈື່ອນ ເຮັດຫີນ ທັງຫມົດ".

ທ່ານເວົ້າ ຕື່ມວ່າ ຣະຍະນີ້ ໃນເຂດ ກໍ່ສ້າງ ເຂື່ອນ ຝົນຕົກ ຫນັກ ຕິດຕໍ່ກັນ ຫລາຍວັນ ເພື່ອ ຄວາມ ປອດພັຍ ໂຄງການ ຈຶ່ງໂຈະ ການ ກໍ່ສ້າງ ຊົ່ວຄາວ. ສຳລັບ ການເປັນຢູ່ ຂອງ ປະຊາຊົນ ທີ່ອາສັຍ ຢູ່ບ້ານ ຈັດສັນ ຂອງ ໂຄງການ ນັ້ນ ຖືວ່າດີ ກວ່າປີ ທີ່ຜ່ານມາ ມີຄວາມ ປອດພັຍດີ ບໍ່ມີ ນ້ຳຖ້ວມ ແລະ ດິນເຈື່ອນ ດັ່ງທີ່ເຄີຍ ມີມາ ໃນປີ 2013.

ເຈົ້າຫນ້າທີ່ ທ່ານນີ້ ວ່າ  ການໂຈະ ການກໍ່ສ້າງ ເຂື່ອນ ເທື່ອນີ້ ຈະບໍ່ສົ່ງ ຜົລກະທົບ ຕໍ່ກຳນົດ ການເປີດ ເຂື່ອນ ແຕ່ຢ່າງໃດ ຄາດວ່າ ຈະສຳເຣັດ ໃນປີ 2019 ຢ່າງ ແນ່ນອນ. ການກໍ່ສ້າງ ໂຈະໄວ້ພຽງ ຣະຍະສັ້ນໆ  ຈະບໍ່ມີ ຜົລກະທົບ ຕໍ່ ໂຄງການ ເຂື່ອນ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.