ໂຄງການ ເຂື່ອນນໍ້າຊໍາ4 ຂ.ຫົວພັນ


2013.03.27
f-huaphanh ອຸດທິຍານ ຫີນຕັ້ງ ແຫລ່ງທ່ອງທ່ຽວ ທາງ ວັທນະທັມ ເມືອງຫົວເມືອງ ແຂວງ ຫົວພັນ
RFA

ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ໄດ້ເຊັນ ສັນຍາ ກັບ ບໍຣິສັດ Simon Consulting ຈາກ ປະເທດ ຝຣັ່ງເສດ ເພື່ອໃຫ້ ສໍາຣວດ ຄວາມ ເປັນໄປໄດ້ ໃນການສ້າງ ເຂື່ອນ ໄຟຟ້າ ນໍ້າຊໍາ4 ແລະ ພັທນາ ບໍຣິເວນ ໃກ້ເຂື່ອນ ໃຫ້ເປັນ ແຫລ່ງ ທ່ອງທ່ຽວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ທ່ານນຶ່ງ:

"ນໍ້າຊໍາ4 ມັນຫາກໍ່ມີ ບໍຣິສັດ ຊີມ່ອນ ຫາກໍ່ເຊັນ ສັນຍາ ໄປວ່າງໜຶ່ງ ເພື່ອສຶກສາ ຄວາມ ເປັນໄປໄດ້ ເພິ່ນໄດ້ MOU ກັບ ຣັຖບານ ເພື່ອສຶກສາ ເບິ່ງວ່າ ມັນເປັນໄປ ໄດ້ຫລືບໍ່ ໃນຣະບຽບ ການ MOU ກໍ 18 ເດືອນ".

ເບື້ອງຕົ້ນ ຄາດວ່າ ເຂື່ອນນໍ້າຊໍາ4 ຈະເປັນເຂື່ອນ ຂນາດ ກໍາລັງຜລິດ 50 ຫາ 100 ເມັກກາວັດ ສ້າງຂຶ້ນ ເພື່ອສນອງ ໄຟຟ້າ ພາຍໃນແຂວງ ທີ່ຍັງ ຂາດເຂີນຢູ່ ແລະ ອາຈມີສ່ວນນຶ່ງ ທີ່ສົ່ງຂາຍ ຕ່າງປະເທດ. ຈະເປັນໂຄງການ ທີ່ພັທນາ ໄປພ້ອມໆກັບ ການສ້າງ ສະຖານທີ່ ທ່ອງທ່ຽວ ຄອບວົງຈອນ ໃນບໍຣິເວນ ໜ້າເຂື່ອນ ເພື່ອດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ນໍາດ້ວຍ.

ສໍາລັບ ພື້ນທີ່ ກໍ່ສ້າງ ຄາດວ່າ ຈະຕັ້ງເຂື່ອນໃສ່ ສາຍນໍ້າຄໍາ ໃນເຂດເມືອງ ຊໍາເໜືອ ໃກ້ເຂດ ຊຸມຊົນ ຊຶ່ງ ບໍ່ແນ່ນອນເທື່ອ ເຣື່ອງຜົນ ກະທົບ ທີ່ຕ້ອງ ໂຍກຍ້າຍ ຊາວບ້ານ ອອກຈາກພື້ນທີ່ ຫລືບໍ່. ແຕ່ການສໍາຣວດ ເບື້ອງຕົ້ນ ພົບວ່າ ໃນເຂດໜ້າ ເຂື່ອນ ທີ່ຈະ ສ້າງເປັນ ສະຖານທີ່ ທ່ອງທ່ຽວ ມີຊາວບ້ານ ອາສັຍຢູ່ ຊຶ່ງຈະຕ້ອງ ມີການ ເຈຣະຈາ ກັນ. ແລະຖ້າ ເຂື່ອນນໍ້າຊໍາ4 ເກີດຂຶ້ນ ແທ້ນັ້ນ ກໍຈະກາຍ ເປັນນຶ່ງ ໃນຈໍານວນ ເຂື່ອນ ຂນາດໃຫຍ່ ໃນແຂວງ ຫົວພັນ ຕໍ່ຈາກ ໂຄງການ ເຂື່ອນນໍ້າຊໍາ1 ນໍ້າຊໍາ3  ນໍ້າມາ1 ຮວມເຖິງ ນໍ້າມາ3 ທີ່ຜລິດ ໄຟຟ້າ ແລະ ສົ່ງຂາຍສ່ວນນຶ່ງ ໃຫ້ປະເທດ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.