ຊາວບ້ານດອນສະໂຮງຕ້ອງລ້ຽງປາ ແທນ ຫາປາ


2013.11.14
F-Viraphonh ທ. ວິຣະພົນ ວິຣະວົງ ຮອງຣັຖມົນຕຣີ ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ (ຂວາ) ໃຫ້ສັມພາດສື່ມວລຊົນ ທີ່ເຂດສ້າງເຂື່ອນ ດອນສະໂຮງ ວັນທີ 10 ພຶສຈິກາ 2013
RFA

 

ທາງການລາວຈະສັ່ງໃຫ້ປະຊາຊົນເຊົາຫາປາ ໃນບ່ອນກໍ່ສ້າງເຂື່ອນດອນສະໂຮງ ຊຶ່ງເປັນທາງຂຶ້ນລ່ອງຂອງປາ ຮວມທັງໃນຍາມປາໄຂ່ ແລະ ຈະໃຫ້ປະຊາຊົນ ລ້ຽງປາກະຊັງ ແລະຈະໃຫ້ຜູ້ຊ່ຽວຊານມາຊ່ວຍຝຶກອົບຮົມ ວິຊາຫາກິນແບບຍືນຍົງ. ຕາມການເປີດເຜີຽຂອງ ທ່ານ ວິລະພົນ ວິລະວົງ ຮອງຣັຖມົນຕຣີກະຊວງພະລັງງານແລະບໍ່ແຮ່ຂອງລາວ ເມື່ອວັນທີ 10 ພຶສຈິກາ 2013. ທ່ານວ່າ:

"ແນ່ນອນໃນເມື່ອ ປາມັນຂຶ້ນລົງຖືກຈັບໄປກິນໝົດ ມັນກໍຈໍານວນມັນຫລຸດລົງ ມັນກໍບໍ່ຍັ້ງຍືນ ເຮົາສິໃຫ້ເລີກການຫາປາ ຄືເມື່ອກ່ອນລາວບໍ່ໄດ້ ສົນໃຈ ຜູ້ໃດກໍສິຮູ້ນໍາກັນກັບລາວ ຍາມປາໄຂ່ກໍຈັບມາເຮັດສົ້ມໄຂ່ປາ ມັນກໍຈິບຫາຍ ປາສິໄຂ່ເອົາມາກິນຊໍ້າໄຂ່ປາ ແຕ່ດຽວນີ້ຄົນມັນຫລາຍຂຶ້ນ ເຮົາກິນກັນບໍ່ມີຣະບຽບ ເຮັດໃຫ້ບໍ່ຍືນຍົງ".

ເວົ້າເຖິງ ການທໍາມາຫາກິນຢູ່ໃນແຖບ ດອນສະໂຮງນັ້ນ ປະຊາຊົນບ້ານຫາງ ສະດໍາ ຫົວສະດໍາ ຮູສະໂຮງ ຫົວສະໂຮງ ເວົ້າວ່າອາຊີບຫລັກ ຂອງຊາວບ້ານໃນເຂດນັ້ນຄື ປູກພືດຜັກ ແລະປູກເຂົ້າ. ແຕ່ເມື່ອໝົດຣະດູປູກ ແລ້ວຊາວບ້ານກໍອາສັຍການຫາປາເພື່ອລ້ຽງຊີບ ແລະຂາຍພໍມີ ຣາຍໄດ້ ຜູ້ບໍ່ຫາປາ ກໍໄປຊອກເຮັດວຽກຮັບຈ້າງ ຢູ່ເມືອງໃຫຍ່ ຫລືໄປຕ່າງປະເທສ.

ຊາວບ້ານຜູ້ນຶ່ງ ເປີດເຜີຍຕໍ່ເອເຊັຍເສຣີວ່າ ຖ້າຣັຖບາລບໍ່ໃຫ້ຫາປາຄືເກົ່າ ຊ່ອງທາງທໍາມາຫາກິນ ຂອງປະຊາຊົນກໍຈະຫາຍໄປ ແລະວ່າ ຢາກ ໃຫ້ທາງການ ເພິ່ນຊ່ວຍເຫລືອຊາວບ້ານ ບໍ່ໃຫ້ປະຖິ້ມໄປຊື່ໆ ຊ່ວຍດູແລ ຢ່າໃຫ້ບໍຣິິສັດກໍ່ສ້າງປະຖີ້ມຊາວບ້ານ:

"ກໍຢາກໃຫ້ມາດູແລຊີວິດຄວາມເປັນຢູ່ຂອງ ພໍ່ແມ່ປະຊາຊົນ ກໍຢາກໃຫ້ຄ່ອຍມາເບິ່ງເອົາຫັ້ນແຫລວເອີມາຊ່ວຍແນ່ ໃຫ້ເບິ່ງເອົາພໍໃຫ້ປະຊາຊົນ ມີວຽກເຮັດງານທໍາ ພໍເຮົາເຮັດນາແລ້ວ ເອົາປູເອົາປາພໍໄດ້ ເປັນອາຊີພ ສໍາລອງພໍໄດ້ລ້ຽງຄອບຄົວ ບັດນີ້ພໍບໍ່ໃຫ້ເຮັດ ກໍຢາກໃຫ້ທາງຂັ້ນເທິງ ເບິ່ງເຮົາແນ່ ມີວຽກເຮັດງານທໍາ ກໍເອີ້ນເຮົາແນ່ ບໍ່ຢາກໃຫ້ປະຖິ້ມໄປຊື່ໆ ປະຊາຊົນຢູ່ເຂດນີ້ ກໍເປັນລູກເປັນເຕົ້າ ຂອງພັກຂອງຣັຖ ຄືກັນ".

ຊາວບ້ານເວົ້າຕື່ມອີກວ່າ ທີ່ຜ່ານມາ ທາງການເຄີຍບອກວ່າ ຊາວບ້ານທີ່ມີເງື່ອນໄຂ ມີຄວາມຮູ້ ທາງຣັຖຈະຊ່ວຍໃຫ້ເຮັດວຽກ ນໍາໂຄງການກໍ່ ສ້າງເຂື່ອນ ດອນສະໂຮງ ຊຶ່ງຊາວບ້ານກໍເຫັນດີນໍາ ແລະຢາກໃຫ້ທາງການ ຊ່ວຍເບິ່ງແຍງຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.