ນັກວິຊາການວ່າເຂື່ອນ ດອນສະຫົງ ປອດພັຍ
2013.10.16

ຖ້າມກາງຄວາມກັງວົນ ທີ່ກໍາລັງເພີ້ມຂຶ້ນກ່ຽວກັບການສ້າງເຂື່ອນໄຟຟ້າ ດອນສະຫົງນັ້ນ ຜູ້ບໍຣິຫານດ້ານສິ່ງແວດລ້ອມ ທີ່ສນັບສນູນການສ້າງ ເຂື່ອນດັ່ງກ່າວ ເວົ້າໃນມື້ວານນີ້ວ່າ ທ່ານເຫັນວ່າ ເຂື່ອນດອນສະຫົງ ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ.
ທ່ານ Peter Hawkins ຜູ້ບໍຣິຫານດ້ານສິ່ງແວດລ້ອມ ຂອງບໍຣິສັດ Berhad Mega First ຊຶ່ງເປັນບໍຣິສັດຂອງມາເລເຊັຍທີ່ເປັນຜູ້ລົງທຶນ ສ້າງເຂື່ອນດອນສະຫົງ ຊຶ່ງຈະເປັນເຂື່ອນທີ 2 ໃນໂຄງການ 12 ເຂື່ອນ ທີ່ຈະສ້າງໃສ່ແມ່ນໍ້າຂອງ ຕອນລຸ່ມ ຊຶ່ງຈະເລີ່ມການກໍ່ສ້າງ ນັ້ນວ່າ:
“ມັນແນ່ນອນ ເປັນໂຄງການທີ່ຍັ່ງຍືນ. ມັນກວມເອົາພຽງພາກສ່ວນເລັກນ້ອຍ ຂອງການໄຫລຂອງແມ່ນໍ້າຂອງ“. ທ່ານວ່າ “ພວກທ່ານໄດ້ທໍາ ການສໍາຣວດຢ່າງຫລວງຫລາຍ ເຖິງຜົລກະທົບທີ່ຈະເກີດ ຈາກໂຄງການເຂື່ອນນັ້ນ ແລະທ່ານໝັ້ນໃຈວ່າພວກທ່ານສາມາດ ລົດຜ່ອນຄວາມ ຮຸນແຮງຂອງຜົລກະທົບ ຈາກເຂື່ອນນັ້ນໄດ້ທັງໝົດ“.
ແຕ່ ດຣ. Ian Baird ສາສດາຈານດ້ານທໍຣະນີສາດ ທີ່ມະຫາວິທຍາລັຍ Wisconsin Madison ສະຫະຣັຖອະເມຣິກາຜູ້ທີ່ໄດ້ສຶກສາ ແລະ ຂຽນບົດຄວາມກ່ຽວກັບ ເຂື່ອນຕ່າງໆໃນແມ່ນໍ້າຂອງ ຢ່າງກວ້າງຂວາງນັ້ນ ບໍ່ເຊື່ອໃນຄໍາເວົ້າ ຂອງຜູ້ບໍຣິຫານ ດ້ານສິ່ງແວດລ້ອມຂອງບໍຣິສັດ Mega First ນັ້ນແລະເວົ້າວ່າ:
“ເຂື່ອນດອນສະຫົງຈະປິດກັ້ນຊ່ອງທາງ ທີ່ສໍາຄັນທີ່ສຸດສໍາລັບ ການຂຶ້ນ-ລ່ອງຂອງໝູ່ປາ ໃນຂົງເຂດນໍ້າຕົກ ຂອງຄອນນັ້ນ“.