ຜົລກະທົບຈາກເຂື່ອນດອນສະຫົງ
2013.10.08

ພາຍຫລັງ ທີ່ ສປປລາວ ແຈ້ງ ກັມມາທິການແມ່ນໍ້າຂອງ ເມື່ອວັນທີ 30 ກັນຍາ ຜ່ານມາ ຊາບວ່າຕົນ ຈະເດີນໜ້າສ້າງເຂື່ອນດອນສະຫົງ, ຊຶ່ງເປັນເຂື່ອນທີ 2 ທີ່ຈະສ້າງຂຶ້ນ ໃນແມ່ນໍ້າຂອງ ໃນປະເທດລາວ, ບັນດາອົງການອະນຸຮັກ ສະພາບແວດລ້ອມ ແລະ ຊີວະນາໆພັນຕ່າງໆ ພາກັນ ຄັດຄ້ານ ໂດຍສເນີໃຫ້ ມີການປຶກສາຫາລືກັນ ຣະຫວ່າງ ປະເທດ ເຂດລຸ່ມແມ່ນໍ້າຂອງ ເນື່ອງຈາກວ່າ ການສ້າງເຂື່ອນ ດັ່ງກ່າວ ຈະ ສົ່ງຜົລກະທົບ ຕໍ່ການດໍາຣົງຊີວິດ ຂອງປະຊາຊົນ ໃນເຂດລຸ່ມແມ່ນໍ້າຂອງ.
ໃນແຈ້ງການດັ່ງກ່າວ, ຣັຖບານລາວຍັງໃຫ້ຂໍ້ມູນ ກ່ຽວກັບການສຶກສາຄວາມເປັນໄປໄດ້, ຮວມທັງການປະເມີນ ຜົລປະທົບ ທາງດ້ານສັງຄົມ ແລະ ສະພາບແວດລ້ອມ, ຜົລການສຶກສາ ການປະມົງ, ຊຶ່ງຂໍ້ມູນດັ່ງກ່າວ ຈະຖືກແຈກຍາຍ ໃຫ້ ປະເທດສະມາຊິກ ລຸ່ມແມ່ນໍ້າຂອງ ໄດ້ແກ່ ກັມພູຊາ, ໄທ ແລະ ວຽດນາມ. ບໍ່ເທົ່າໃດມື້ ຕໍ່ມາ, ອົງການອະນຸຮັກ ສະພາບແວດລ້ອມ ແລະ ຊີວະນາໆພັນຕ່າງໆ ກໍສະແດງຄວາມເປັນ ຫ່ວງ ໂດຍແນະນໍາ ສປປລາວ ໃຫ້ຫາລື ກັບປະເທດ ສະມາຊິກ ກັມມາທິການແມ່ນໍ້າຂອງ ກ່ຽວກັບ ກັບຜົລກະທົບ ທີ່ປະເທດ ເຫລົ່ານັ້ນ ຈະໄດ້ຮັບ ເສັຍກ່ອນ ກ່ອນທີ່ຈະຕັດສິນໃຈ ລົງມື ເດີນໜ້າສ້າງເຂື່ອນ ໃນແມ່ນໍ້າດັ່ງກ່າວ ເນື່ອງຈາກວ່າຜົນກະທົບໃດໆກໍຕາມ ທີ່ເກີດຂຶ້ນ ຈາກ ເຂື່ອນດອນສະຫົງ ຈະສົ່ງຜົລກະທົບ ຕໍ່ການດໍາຣົງຊີວິດ ຂອງປະຊາຊົນ ທີ່ເພິ່ງພາອາສັຍ ແມ່ນໍ້າຂອງ ເປັນບ່ອນທໍາມາຫາກິນ ໂດຍສະເພາະ ການຫາປາ.
ຍານາງ ເອມີ ທະແຣນເດັມ, ຜູ້ອໍານວຍການຮັບຜິດຊອບໂຄງການພາກພື້ນເອເຊັຍ ຕາເວັນອອກສ່ຽງໃຕ້ ຂອງແມ່ນໍ້າສາກົນ, ໃຫ້ສັມພາດ ກັບ ນັກຂ່າວ ຣອຍເຕີ ວ່າ ນໍ້າຂອງ ເປັນ ແມ່ນໍ້າ ທີ່ໃຊ້ຮ່ວມກັນ ແລະ ເຂື່ອນດັ່ງກ່າວ ຈະສົ່ງຜົລກະທົບ ໄປຍັງ ປະເທດເພື່ອນບ້ານ ຂອງ ລາວ. ປະເທດເຫລົ່ານັ້ນ ຄວນສເນີ ໃຫ້ລາວ ປຶກສາຫາລື ກັບ ພວກຂະເຈົ້າ ກ່ຽວກັບ ການສ້າງເຂື່ອນ.
ສ່ວນ ທ່ານ ຈິດ ແຊມ ອາດ, ຜູ່ອໍານວຍການ ບໍຣິຫານ ອົງການ ທີ່ບໍ່ຂຶ້ນກັບຣັຖບານ ກັມພູຊາ ເວົ້າວ່າ ເປັນການຂາດຄວາມຮັບຜິດຊອບ ທີ່ຈະເດີນໜ້າ ປາສຈາກ ການດໍາເນີນການປະເມີນ ຜົລກະທົບ ຂ້າມຊາຍແດນ ແລະ ເຂື່ອນດອນສະຫົງ ຈະເຮັດໃຫ້ ກັມພູຊາ ແລະ ວຽດນາມ ປະສົບ ພັຍນໍ້າຖ້ວມ ງ່າຍຂຶ້ນ.
ໃນຂະນະດຽວກັນ ກອງທຶນ ສັດປ່າ ສາກົນ, ຊຶ່ງເປັນກຸ່ມອະນຸຮັກ ສັດປ່າ ຣາຍໃຫຍ່ ທີ່ສຸດ ໃນໂລກ, ກໍໄດ້ອອກຖແລງການ ເມື່ອວັນທີ 4 ເດືອນຕຸລາ ຜ່ານມາ ເພື່ອຮຽກຮ້ອງ ບັນດາປະເທດສະມາຊິກ ຂອງກັມມາທິການແມ່ນໍ້າຂອງ ຈັດການປະຊຸມ ສຸກເສີນຂຶ້ນ.
ທ່ານ ຈີມ ລິບ, ຜູ່ອໍານວຍການຮັບຜິດຊອບທົ່ວໄປ ຂອງ ກອງທຶນ ສັດປ່າ ສາກົນ, ເວົ້າວ່າ ກັມມາທິການ ແມ່ນໍ້າຂອງ ໄດ້ຂັດແຍ່ງກັນ ມາຕັ້ງແຕ່ ເດືອນພຶສຈິກາ ປີກາຍນີ້ ໃນເວລາ ທີ່ ສປປລາວ ຕັດສິນໃຈ ພຽງຜູ່ດຽວ ເດີນໜ້າກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ, ຊຶ່ງຂັດກັບ ຄວາມຕ້ອງການ ຂອງ ປະເທດວຽດນາມ ແລະ ກັມພູຊາ. ມັນເປັນໄປ ບໍ່ໄດ້ ທີ່ຈະຫລິງເຫັນ ການນໍາເອົາ ແມ່ນໍ້າຂອງ ມາໃຊ້ປໂຍດ ຢ່າງຍືນຍົງ ປາສຈາກ ການນໍາໃຊ້ໜ້າທີ່ຮັບຜິດຊອບ ຂອງກັມມາທິການແມ່ນໍ້າຂອງ ຢ່າງເໝາະສົມ ແລະ ປາສຈາກ ການຮັບປະກັນ ວ່າ ການຕັດໃຈ ຢ່າງເປັນເອກພາບ ຮ່ວມກັນ ກ່ຽວກັບ ການພັທນາເຂື່ອນ ທີ່ຈະນໍາຄວາມອຸດົມສົມບູນ ມາສູ່ ປະຊາຊົນ ຂອງປະເທດລຸ່ມ ແມ່ນໍ້າຂອງ ທັງໝົດ.
ຜູ່ອໍານວຍການ ກອງທຶນສັດປ່າ ກ່າວໃນຖແລງການ ຕື່ມວ່າ ບັນດາ ປະເທດລຸ່ມແມ່ນໍ້າຂອງ 4 ປະເທດ ຕ້ອງທົບທວນ ເຈດຈໍານົງ ຂອງ ຂໍ້ຕົກລົງ ກັມມາທິການ ແມ່ນໍ້າຂອງ ຕົ້ນສະບັບ ແລະ ຫາລືກັນ ຢ່າງຮີບດ່ວນ ເພື່ອແກ້ໄຂ ຄວາມແຕກຕ່າງ ແລະ ຈັດການຫາລື ກ່ອນຈະ ມີການພິຈາລະນາ ກໍ່ສ້າງເຂື່ອນໄຟຟ້າໃດນຶ່ງ ຂຶ້ນມາ. ຖ້າຫາກວ່າ ປະເທດດັ່ງກ່າວ ບໍ່ຈິງຈັງ ໃນການຮ່ວມມືແລ້ວ, ກໍຖືວ່າ ພວກຂະເຈົ້າ ສ່ຽງທີ່ຈະທໍາລາຍ ກັມມາທິການແມ່ນໍາຂອງ ແລະ ການຈັດການ ແມ່ນໍ້າຂອງ ຊຶ່ງເປັນນຶ່ງ ໃນແມ່ນໍ້າ ທີ່ຍິ່ງໃຫຍ່ ທີ່ສຸດ ໃນໂລກ.
ທ່ານ ກ່າວຕື່ມວ່າ ນໍ້າຂອງ ເປັນແມ່ນໍ້າ ທີ່ໃຊ້ຮ່ວມກັນ, ແລະ 4 ປະເທດ ຕ້ອງປະຕິບັດ ຕາມ ຂໍ້ຕົກລົງ ກັມມາທິການ ແມ່ນໍ້າຂອງ ເພື່ອ ຈັດການປະຊຸມ ຣະຫວ່າງ ຣັຖບານ ກ່ອນດໍາເນີນການສ້າງເຂື່ອນ ທີ່ກະທົບ ປະເທດເພື່ອນບ້ານ. ບັດນີ້ ວຽດນາມ, ຂເມນ ແລະ ໄທ ຈໍາເປັນຕ້ອງ ອອກສຽງ ສະແດງຄວາມເປັນຫ່ວງ ຂອງຕົນ ກ່ຽວກັບ ຄວາມຫລົ້ມແຫລວ ຂອງລາວ ໃນການໃຫ້ຄວາມສໍາຄັນ ຂໍ້ຕົກລົງ ວ່າດ້ວຍການປຶກສາຫາລື. ປາສຈາກ ການຮ່ວມມື ຂ້າມແດນ ທີ່ມີປະສິດທິພາບແລ້ວ, ຄວາມໝັ້ນຄົງ ຂອງການດໍາຣົງຊີວິດ ແລະ ອາຫານ ຂອງປະຊາຊົນ 60 ລ້ານຄົນ ຈະຕົກ ຢູ່ໃນພາວະອັນຕຣາຍ.
ໃນຂະນະດຽວກັນ, ຊາວບ້ານ ທີ່ອາສັຍ ໃນບໍຣິເວນ ໂຄງການ ເຂື່ອນດອນສະຫົງ ໄດ້ເປີດເຜີຍ ກັບວິທຍຸ ເອເຊັຍເສຣີ ກ່ຽວກັບ ສິ່ງທີ່ ຊາວບ້ານທັງຫລາຍ ກັງວົນ ຫລາຍທີ່ສຸດ ໃນການກໍ່ສ້າງ ເຂື່ອນດອນສະຫົງ ຄື ການຫາປາ ຕຶກເບັດໄຫລມອງ ຂອງພວກຂະເຈົ້າ ເນື່ອງ ຈາກວ່າ ປະຊາຊົນ ສ່ວນຫລາຍ ຍຶດຕິດກັບ ອາຊີບຫາປາ ຄຽງຄູ່ ກັບ ປູກຝັງ.
“ມັນກໍບໍ່ມີໃຊ້ແຫລ໋ະ ປູປາ ອ້າວ ບໍ່ມີໃຊ້ແລ້ວ ປະຊາຊົນ ອາສັຍທໍາມາຫາກິນ ຢູ່ເດ໋ ຂະເຈົ້າ ກະສິບໍ່ຫາທ່າແຮງ ບ່ອນໃດ ໃຫ້ເຂົາເຮັດ. ຖ້າປະຊາຊົນ ເສັຍທ່າແຮງໂຕນີ້ແລ້ວ ສິເອົາຕົວໃດ໋ ຊົດເຊີຍໃຫ້ເຂົາ ພໍໃຫ້ເຂົາ ໄດ້ມີການທໍາມາຫາກິນ ຕົວນີ້ ກໍແຕ່ລະຄົນສົນໃຈ ບັນຫານີ້ (ເວົ້ານໍາ ເຈົ້າໜ້າທີ່ ແລ້ວ) ເຂົາກໍບໍ່ເຫັນ ເວົ້າຫຍັງ.”
ເຖິງຢ່າງໃດກໍຕາມ, ທ່ານ ວິຣະພົນ ວິຣະວົງ, ຮອງຣັຖມົນຕຣີ ກະຊວງພະລັງງານ, ຊີ້ແຈງ ກັບ ແຫລ່ງຂ່າວ ເດິ ເນເຊິນ ຂອງໄທ ກ່ອນ ໜ້ານີ້ ວ່າ ເຂື່ອນດອນສະຫົງ ເປັນເຂື່ອນທີ່ນ້ອຍຫລາຍ, ຊຶ່ງບໍ່ໜ້າ ຈະສົ່ງຜົລກະທົບ ອັນຮ້າຍແຮງ ຕໍ່ສະພາບແວດລ້ອມ ໃນແມ່ນໍ້າຂອງໄດ້. ເຂື່ອນດັ່ງກ່າວ ຈະຜລິດໄຟຟ້າ 260 ເມກາວັດ ເພື່ອຮັບໃຊ້ເຂດທ້ອງຖິ່ນ ພາກໃຕ້ຂອງລາວ. ພວກທ່ານຈະເອົາຈັກປັ່ນໄຟ ໃສ່ໃນຮູສະຫົງ ໃນແມ່ນໍ້າ ເພື່ອປັ່ນໄຟຟ້າ. ພວກທ່ານ ຈະບໍ່ໄດ້ ຕັນ ແມ່ນໍ້າ ເພື່ອສ້າງ ອ່າງເກັບນໍ້າ ແຕ່ຢ່າງໃດ.
ອີງຕາມແຜນການຂອງສປປລາວແລ້ວ, ຄາດວ່າການກໍ່ສ້າງເຂື່ອນດອນສະຫົງຈະເຣີ້ມ ໃນເດືອນ ພຶສຈິກາ ປີ 2013 ນີ້ ແລະຈະສໍາເຣັດ ໃນເດືອນ ກຸມພາ ປີ 2018. ການແຈກຈ່າຍໄຟຟ້າ ກໍານົດຂຶ້ນ ໃນເດືອນພຶສພາ ປີ 2018, ໂດຍແມ່ນ ບໍຣິສັດ ໄຟຟ້າລາວ ເປັນຜູ້ຮັບຊື້ ເພື່ອແຈກຈ່າຍໄຟຟ້າ ພາຍໃນປະເທດ ທີ່ກໍາລັງມີຄວາມຕ້ອງການ ຫລາຍເພີ້ມຂຶ້ນ.