ນໍ້ານ້ອຍອາຈເປັນ ບັນຫາໃຫຍ່


2013.03.07
f-river ນໍ້າຫ້ວຍ ທີ່ໄຫລລົງສູ່ ລໍານໍ້າສາຍໃຫຍ່ ເມື່ອບົກແຫ້ງ ຈະກະທົບ ຫລາຍຢ່າງ
Mek/fb

ຄວາມແຫ້ງແລ້ງ ອາດສົ່ງ ຜົລກະທົບ ຕໍ່ການຜລິດ ໄຟຟ້າ ຂນາດນ້ອຍ ໃນເຂດ ຊົນນະບົດ ຂອງລາວ.

ນັກວິຈັຍ ດ້ານພລັງງານ ທ່ານນຶ່ງ ເວົ້າວ່າ ສະພາບ ອາກາດ ແຫ້ງແລ້ງ ໃນປັດຈຸບັນ ອາດສົ່ງ ຜົລກະທົບ ຕໍ່ການຜລິດ ກະແສ ໄຟຟ້າ ນໍ້າຫຍອດ ໃນເຂດ ຊົນນະບົດ ຂອງລາວ ຍ້ອນວ່າ ການຜລິດ ໄຟຟ້າ ປະເພດນີ້ ຕ້ອງອາສັຍ ແຫລ່ງນໍ້າ ທັມມະຊາດ. ໃນຣະດູແລ້ງ ລໍານໍ້າ ທັມມະຊາດ ຈະບົກລົງ ເຖິງ 50% ຊື່ງຈະສົ່ງ ຜົລກະທົບ ຕໍ່ການປັ່ນ ໄຟຟ້າໄດ້. ດັ່ງທ່ານເວົ້າໃນ ຕອນນຶ່ງວ່າ:

"ຈະເຫັນໄດ້ວ່າ ຈະເປັນ ຫມູ່ບ້ານ ຢູ່ເຂດ ຊົນນະບົດ ນໍ້າກໍຫນ້ອຍ ບໍ່ພໍໃຊ້ ໃນການ ກໍ່ສ້າງເປັນ ໄຟຟ້າ ນໍ້າຫຍອດ ການປ່ຽນແປງ ແມ່ນເຮັດໃຫ້ ປະຊາຊົນ ບໍ່ສາມາດ ປັບປ່ຽນທັນ".

ເຖິງແມ່ນວ່າ ໂຄງການ ຜລິດໄຟຟ້າ ນໍ້າຫຍອດ ໃນລາວ ຈະມີສັດສ່ວນ ການໃຊ້ ໄຟຟ້າ ພາຍໃນປະເທດ ໄດ້ພຽງແຕ່ 5% ເທົ່ານັ້ນ ກໍຕາມ ແຕ່ຖືວ່່າ ເປັນໂຄງການ ທີ່ມີຄວາມ ສຳຄັນ ຕໍ່ການເປັນຢູ່ ຂອງ ປະຊາຊົນ ໃນເຂດ ຊົນນະບົດ ຫ່າງໄກ, ໂດຍສະເພາະ ບັນດາ ຊາວເຜົ່າ ຜູ້ທີ່ຢູ່ຕາມ ເຂດພູດອຍ ຍ້ອນວ່າ ກຸ່ມດ່ັງກ່າວ ໃນອະດີດ ບໍ່ສາມາດ ເຂົ້າເຖິງ ຣະບົບ ໄຟຟ້າ ຂອງຣັຖບານ, ແຕ່ຖ້າເມື່ອ ການຜລິດໄຟຟ້າ ນໍ້າຫຍອດ ຫາກໄດ້ຮັບ ຜົລກະທົບ ຈາກພັຍ ແຫ້ງແລ້ງ ກໍຈະເປັນ ອຸປສັກ ຕໍ່ການ ພັທນາຊຸມຊົນ ໃນເຂດ ຊົນນະບົດ ຂອງຣັຖບານ ໃນອະນາຄົດ.

ທ່ານວ່າ ຣະບົບໄຟຟ້າ ນໍ້າຫຍອດ ຖືວ່າ ເປັນຣະບົບ ພລັງງານ ທີ່ເຫມາະສົມ ກັບ ປະເທດລາວ ຍ້ອນວ່າ ເປັນຣະບົບ ທີ່ສາມາດນໍາ ໄຟຟ້າໄປໃຊ້ ໃນເຂດ ຫ່າງໄກສອກຫລີກ ບ່ອນທີ່ ການພັທນາ ໄປບໍ່ເຖິງ ໃນຣາຄາຖືກໄດ້ ແລະ ຍັງບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ນຳອີກ. ປັດຈຸບັນ ຣັຖບານລາວ ຍັງບໍ່ໄດ້ ສົ່ງເສີມ ໂຄງການ ດັ່ງກ່າວ ຫລາຍປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.