ເຂື່ອນດອນສະໂຮງຈະບໍ່ຕັນ ແມ່ນໍ້າຂອງ


2013.11.13
F-DSH ຊາວບ້ານໃນເຂດດອນສະໂຮງ ກໍາລັງປະຕີບັດ ພາຣະກິຈ ປະຈໍາວັນ
RFA

 

ທ່ານ Graeme Boyd ວິສວະກອນ ໃນ ບໍຣິສັດ ເມກາເຟີສ ຂອງ ມາເລເຊັຍ ຜູ້ລົງທຶນ ກໍ່ສ້າງ ເຂື່ອນ ດອນສະໂຮງ ໃນເຂດ ສີພັນດອນ ເມືອງໂຂງ ແຂວງ ຈຳປາສັກ ເວົ້າວ່າ ເຂື່ອນ ດັ່ງກ່າວ ບໍ່ຕັນ ແມ່ນໍ້າຂອງ.

ທ່ານ Boyd ອະທິບາຍວ່າ ເຂື່ອນດອນສະໂຮງ ຈະຕັນແລວນໍ້ານ້ອຍທີ່ເອິ້ນວ່າຮູສະໂຮງ ແລະເຂື່ອນຈະໃຊ້ນໍ້າພຽງແຕ່ 15 ສ່ວນຮ້ອຍ ຂອງ ນໍ້າທັງໝົດໃນແມ່ນໍ້າຂອງ ໃນເຂດສີພັນດອນ ເທົ່ານັ້ນ. ສະນັ້ນເຂື່ອນ ດັ່ງກ່າວຈຶ່ງຖືວ່າບໍ່ແມ່ນເຂື່ອນທີ່ຕັນແມ່ນໍ້າຂອງແລະຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຝຸງໝູ່ປາ ຫລາຍປານໃດ.

ອົງການຮັກສາສິ່ງແວດລ້ອມ ອົງການແມ່ນໍ້າສາກົນ ຄັດຄ້ານການສ້າງເຂື່ອນດອນສະໂຮງ ທີ່ເວົ້າວ່າຣັຖບານລາວລະເມີດຂໍ້ຕົກລົງຂອງຄະນະ ກັມມາທິການ ແມ່ນໍ້າຂອງ ທີ່ບົ່ງໄວ້ວ່າ ຣັຖບານຂອງສະມະຊິກ ປະເທດ ໃດກໍຕາມ ຫາກຈະສ້າງເຂື່ອນໃສ່ ແມ່ນໍ້າສາຍຫລັກ ຄືແມ່ນໍ້າຂອງ ຕ້ອງໄດ້ຮັບຄວາມເຫັນພ້ອມ ຈາກປະເທດສະມາຊິກເສັຍກ່ອນ.

ສ່ວນທ່ານ Hans Guttman ຫົວໜ້າຄະນະບໍຣິຫານງານຄະນະກັມມາທິການ ແມ່ນໍ້າຂອງກ່າວວ່າ ຂໍ້ຕົກລົງຂອງຄະນະກັມມາທິການແມ່ນ້ຳ ຂອງ ບໍ່ໄດ້ແຈ້ງ ຣາຍລະອຽດຢ່າງແຈ່ມແຈ້ງວ່າ ໂຄງການໃດເປັນ ຫລືບໍ່ເປັນ ໂຄງການໃນແມ່ນໍ້າສາຍຫລັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.