ເຂື່ອນດອນສະໂຮງລົງມືແລ້ວ

ສິດນີ
2014.06.19
F-Donsahong-new ໃນເຂດນີ້ ແມ່ນສະຖານທີ່ ຕັ້ງ ຂອງໂຄງການເຂື່ອນ ດອນສະໂຮງ ຮູປຖາຍວັນທີ 11-11-2013
RFA

 

ກຸ່ມ ອະນຸຮັກ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ ການທັສນະ ສຶກສາ ພື້ນທີ່ ຈະສ້າງ ເຂື່ອນ ດອນສະໂຮງ ຂອງ ພວກຂະເຈົ້າ ທີ່ ຜ່ານມານີ້ ພົບວ່າ ວຽກງານ ການກໍ່ສ້າງ ໂຄງການ ເຂື່ອນ ດອນສະໂຮງ ຊື່ງ ເປັນເຂື່ອນ ທີ່ ຍັງມີຄວາມ ຂັດແຍ່ງ ກັນຢູ່ ກັບ ປະເທດເພື່ອນ ນັ້ນ ໄດ້ເລີ່ມ ລົງມື ແດ່ແລ້ວ ເລັກນ້ອຍ.

ຕົວແທນ ຈາກອົງການ ແມ່ນ້ຳສາກົນ ໄດ້ ໄປຢ້ຽມຢາມ ພື້ນທີ່ ຈະສ້າງ ເຂື່ອນ ດອນສະໂຮງ ຂນາດ 260 ເມກາວັດ ໃນຕົ້ນເດືອນ ນີ້ເວົ້າວ່າ ພວກຂະເຈົ້າ ໄດ້ພົບເຫັນ ຄົນງານ ກໍ່ສ້າງ ໄດ້ເລີ້ມ ສ້າງ ຂົວ ເພື່ອໃຊ້ ເປັນ ທາງຜ່ານ ຂ້າມໄປ ສ້າງ ເຂື່ອນ ຮູສະໂຮງ ແລ້ວ.

ນາຍ ເທບ ວັນນະຣາ ຜູ້ ປະສານງານ ເວທີ ອົງການ ບໍ່ສັງກັດ ຣັຖບານ ແລະ ເປັນຜູ້ ປະນາມ ໂຄງການ ສ້າງເຂື່ອນ ກ່າວ ໃນມື້ວານ ນີ້ວ່າ ຂ່າວ ຂອງການສ້າງ ເຂື່ອນ ດອນສະໂຮງ ເຮັດໃຫ້ມີ ຄວາມຜິດຫວັງ ແຕ່ບໍ່ ແປກໃຈ ທ່ານວ່າ ປະຊາຊົນ ຫລາຍ ລ້ານຄົນ ທີ່ ອາສັຍ ແມ່ນ້ຳຂອງ ຈະໄດ້ຮັບ ຜົລກະທົບ ຈາກ ການຕັດສີນໃຈ ຂອງ ຣັຖບານ ລາວ.

ປະເທດ ລຸ່ມ ແມ່ນ້ຳຂອງ ທັງຫລາຍ ໄດ້ບອກ ໃຫ້ ຜູ້ລົງທຶນ ກໍສ້າງ ແລ້ວວ່າ ຕ້ອງລໍຖ້າ ຜົລ ຂອງ ການສຶກສາ ທາງ ດ້ານ ວິທຍາສາດ ຫລາຍ ກວ່ານີ້ ເພື່ອ ຢາກຮູ້ເຖິງ ຜົລກະທົບ ໃນ ໂຄງການ ດັ່ງກ່າວ ໃນການ ໃຊ້ ນ້ຳ ຮ່ວມກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.