ຄວາມສັບສົນຂອງເຮືອນຊາວບ້ານ ທີ່ຖືກຍ້າຍ


2013.10.18
F-namkhan2 ສາຍນໍ້າຄານ ທີ່ ຂ.ຫຼວງພຣະບາງ
Marcel

 

ຕັ້ງແຕ່ຕົ້ນເດືອນ ສິງຫາ ປີ 2013 ມານີ້ໂຄງການເຂື່ອນໄຟຟ້ານໍ້າ ຄານ-3 ແຂວງຫລວງພຣະບາງ ໄດ້ຍ້າຍປະຊາຊົນຈາກບ້ານຫ້ວຍ ສະຄັ້ງ ແລະບ້ານດອນຫວາຍ ໄປຢູ່ບ້ານຈັດສັນໃໝ່ ຂອງໂຄງການ ຮຽບຮ້ອຍແລ້ວ ແຕ່ຍັງມີຄອບຄົວນຶ່ງ ໃນບ້ານດອນຫວາຍ ບໍ່ໄດ້ຮັບ ເຮືອນຕາມທີ່ໄດ້ຕົກລົງກັນໄວ້. ດັ່ງຊາວບ້ານໄດ້ເວົ້າວ່າ:

"ເອີ້ມີ 62 ຄອບຄົວນະມັນໄດ້ຍ້າຍໝົດ ໄດ້ແຕ່ 61 ດຽວນີ້ຍັງຄອບ ຄົວນຶ່ງເພິ່ນກໍລໍຖ້າຢູ່. ເຫຕນີ້ມັນເປັນແນວນີ້ສັມມະໂນໂຕເລກນີ້ຕະກີ້ ນີ້ລາວຢູ່ຜູ້ດຽວລາວ ບ້ານເພິ່ນກໍຢັ້ງຢືນຮູ້ວ່າລາວກໍໄດ້ຢູ່ເຮືອນຜູ້ດຽວ ແລ້ວກໍໄດ້ໂອນລາວເປັນຄອບຄົວນຶ່ງ. ຈົກສະຫລາກເຮືອນລາວກໍໄປ ຈົກບັດນີ້ໄດ້ເຮືອນມາແລ້ວບັດນີ້ຈັກແມ່ນທາງເມືອງວ່າແນວໃດ ບໍ່ຮູ້ ເຂົາປີ້ນໃຫ້ຢູ່ ນໍາລູກນໍາຫລານ ຫັ້ນນະມັນບໍ່ຖືກລາວຢາກຢູ່ຜູ້ດຽວ".

ຄອບຄົວທີ່ມີບັນຫາເຣື້ອງບໍ່ໄດ້ເຮືອນນີ້ ເປັນແມ່ເຖົ້າຄົນດຽວ ຊຶ່ງຢູ່ແຕ່ຜູ້ດຽວແຕ່ໃດມາ. ຕາມຕົກລົງກັນທໍາອິດນັ້ນ ເມື່ອຍ້າຍໄປຢູ່ບ້ານຈັດສັນ ແລ້ວ ວ່າຈະປຸກເຮືອນຫລັງນ້ອຍໆໃຫ້ລາວ ແຕ່ແລ້ວພັດບໍ່ເຮັດຕາມ ທີ່ໄດ້ຕົກລົງກັນ ແມ່ເຖົ້າຈຶ່ງ ຮ້ອງໃຫ້ຕັ້ງຫລາຍມື້ ເພາະບໍ່ຢາກຢູ່ນໍາລູກ. ສອງບ້ານທີ່ຍ້າຍອອກຈາກບໍຣິເວນໂຄງການເຂື່ອນນໍາຄານ-3 ນັ້ນກໍມີບ້ານຫ້ວຍສະຄັງຈໍານວນ 53 ຄອບຄົວ ແລະບ້ານດອນຫວາຍຈໍານວນ 62 ຄອບຄົວ.

ການຍ້າຍປະຊາຊົນ ຈໍານວນນີ້ໄປຢູ່ບ້ານຈັດສັນໃໝ່ ໄດ້ສໍາເຣັດ ໃນວັນທີ 27 ສິງຫາ ຜ່ານມານີ້ ຢູ່ບ້ານຈັດສັນໃໝ່ ມີເຮືອນປຸກໄວ້ຮອງຮັບ 100 ກ່ວາຫລັງຄາເຮືອນ ຕັ້ງຢູ່ໃນພື້ນທີ່ 96 ເຮັກຕາ ຢູ່ແຄມນໍ້າຄານ ພໍດີ. ໂຄງການ ເຂື່ອນໄຟຟ້າ ນໍ້າຄານ-3 ຕັ້ງຢູ່ເມືອງຊຽງເງິນ ແຂວງ ຫລວງພຣະບາງ ຈະມີກໍາລັງຜລິດໄຟຟ້າ 60 ເມກາວັດ ກໍ່ສ້າງໂດຍບໍຣິສັດ  Sinohydro ຈາກປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.