ຊາວບ້ານບໍ່ພໍໃຈ ໃນຄ່າຊົດເຊີຍ


2013.07.18
F-XD-villagers ຊີວິດ ການເປັນຢູ່ ຂອງຊາວບ້ານ ໃນເຂດ ສ້າງເຂື່ອນ ໄຊຍະບູຣີ
international river

 

ຊາວບ້ານ ທີ່ຈະຖືກ ໂຍກຍ້າຍ ອອກຈາກ ໂຄງການ ສ້າງ ເຂື່ອນ ໄຊຍະບຸຣີ ບໍ່ພໍໃຈ ເຣື້ອງ ຄ່າຊົດເຊີຍ ເພາະ ຂະເຈົ້າ ເຫັນວ່າ ໜ້ອຍ ເກີນໄປ.

ຊາວບ້ານ ທີ່ວ່ານີ້ ແມ່ນ ປະຊາຊົນ ຢູ່ ບ້ານໂຄກໃຫຍ່ ເມືອງນ່ານ ແຂວງ ຫລວງພຣະບາງ. ປັດຈຸບັນ ເຖິງວ່າ ພວກເຂົາ ຍັງບໍ່ຮູ້ ຄັກວ່າ ຈະໄດ້ດິນ ກວ້າງ ເທົ່າໃດ ແລະ ເຮືອນໃໝ່ ໃຫຍ່ ຂນາດໃດ ແຕ່ຊາວບ້ານ ກໍພໍຮູ້ ແລ້ວວ່າ ພວກເຂົາ ຈະໄດ້ ຄ່າຊົດເຊີຍ ເທົ່າໃດ. ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:

“ຍັງບໍ່ທັນຮູ້ ເນື້ອທີ່ ຍັງເທື່ອ ເພິ່ນບໍ່ໄດ້ ເວົ້າເທື່ອ ກໍໄດ້ບອກ ແລ້ວ ບາງຄົນ ປະຊາຊົນ ກໍບໍ່ເຕັມໃຈ ວ່າໜ້ອຍ ເພິ່ນກໍບອກ ແລ້ວວ່່າ ຄອບຄົວ ໃດ ຊີ່ໄດ້ ເທົ່າໃດ ເທົ່າໃດ.”

ເຈົ້າໜ້າທີ່ ໂຄງການ ສ້າງ ເຂື່ອນ ໄຊຍະບຸຣີ ມີແຜນ ຈະໂຍກຍ້າຍ ຊາວບ້ານ ໂຄກໃຫຍ່ ປະມານ 200 ຄົນ ໄປຢູ່ບ້ານ ຈັດສັນໃໝ່ ຊື່ວ່າ ບ້ານຫ້ວຍຫິບ ຫລືື ບ້ານປາກເນີນ ໃໝ່ ໃນເດືອນ ສິງຫາ ຈະມາເຖິງນີ້. ແຕ່ຈົນເຖິງ ປັດຈຸບັນ ຊາວບ້ານ ບ້ານ ດັ່ງກ່າວ ຍັງບໍ່ທັນ ພ້ອມທີ່ຈະ ໂຍກຍ້າຍ ຍັງບໍ່ທັນ ຕຽມຫຍັງເທື່ອ.

ຊາວບ້ານ ທີ່ ໂຍກຍ້າຍ ສ່ວນຫລາຍ ເວົ້າວ່າ ຢູ່ບ້ານ ຈັດສັນໃໝ່ ພວກຂະເຈົ້າ ຢາກໃຫ້ ທາງ ໂຄງການ ສ້າງເຮືອນໃໝ່ ໃຫ້ ພ້ອມທັງ ສ້າງໂຮງຮຽນ ອະນຸບານ ຣະບົບ ນ້ຳປະປາ ແລະ ໄຟຟ້າ ຕາມທີ່ ເຈົ້າໜ້າທີ່ ໂຄງການ ແລະ ຣັຖບານ ໄດ້ໂຄສະນາ ໄປແລ້ວ ນັ້ນ.
ປັດຈຸບັນ ການສ້າງ ເຂື່ອນ ໄຊຍະບຸຣີ ຊຶ່ງເປັນ ເຂື່ອນ ແມ່ນ້ຳຂອງ ແຫ່ງທຳອິດ ໃນພາກລຸ່ມ ແມ່ນ້ຳຂອງ ກຳລັງ ດຳເນີນໄປ ຢ່າງຂຸ້ນຂ້ຽວ. ຫລາຍບ້ານ ຈະຖືກ ໂຍກຍ້າຍ ເຊັ່ນ ບ້ານຫ້ວຍສຸ້ຍ ບ້ານປາກເນີນ ບ້ານໂຄກໃຫຍ່ ແລະ ບ້ານຫ້ວຍຫິບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.