ຈີນຈະເລີ້ມສ້າງ ເຂື່ອນນໍ້າແບງ
2013.05.16
ບໍຣິສັດ ຈີນ ຈະເລີ້ມສ້າງ ເຂື່ອນໄຟຟ້າ ນໍ້າແບງ ທີ່ ແຂວງ ອຸດົມໄຊ ໃນເດືອນ 7 ປີ ນີ້.
ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ເປີດເຜີຍວ່າ ເມື່ອວັນທີ 15 ພຶສພາ ປີ 2013 ຣັຖບານລາວ ໄດ້ເຊັນສັນຍາ ອະນຸມັດ ໃຫ້ ບໍຣິສັດ ນໍ້າແບງ ພາວເວີ ຈຳກັດ ກໍສ້າງເຂຶ່ອນ ນໍ້າແບງ ຢູ່ແຂວງ ອຸດົມໄຊ ຢ່າງເປັນ ທາງການ ໂດຍຈະເລີ້ມ ການກໍ່ສ້າງ ໃນເດືອນ ກໍຣະກະດາ ປີນີ້. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ດຽວນີ້ ຂະເຈົ້າ ກຳລັງ ກໍ່ສ້າງຂົວ ຂ້າມນໍ້າແບງ ຊີ່ເຂົ້າໄປບ່ອນ ຂອບເຂດ ຈຸດເຂື່ອນ ຫັ້ນແຫລະ ຣະຫວ່າງເດືອນ 7 ນີ້ ຊີ່ເລີ້ມຕົ້ນ ວ່າຊັ້ນ ຕາມການ ລາຍງານ ຂອງ ບໍຣິສັດ ມື້ວານນີ້".
ທ່ານວ່າ ເຂື່ອນໄຟຟ້າ ນໍ້າແບງ ຖ້າສ້າງແລ້ວ ຈະຜລິດ ກະແສ ໄຟຟ້າ ໄດ້ປະມານ 34 ເມກາວັດ ແລະ ມີແຜນການ ທີ່ຈະຂຍາຍ ເປັນ 36 ເມກາວັດ ໃນເວລາຕໍ່ມາ. ເຂື່ອນດັ່ງກ່າວ ຈະຖືກສ້າງ ຢູ່ເທີງ ປາກນ້ຳແບງ ໃນເມືອງ ປາກແບງ ແຂວງ ອຸດົມໄຊ ຈະໃຊ້ ງົບປະມານ ໃນການ ກໍ່ສ້າງ ທັງຫມົດ 72.85 ລ້ານ ໂດລາ ແລະ ຈະໃຊ້ເວລາ ໃນການກໍ່ສ້າງ ສອງປີ ເຄີ່ງ. ໂຄງການ ດັ່ງກ່າວ ບໍຣິສັດ CNEEC ຂອງຈີນ ຖືກຫຸ້ນ 80% ແລະ ບໍຣິສັດ ໄຟຟ້າລາວ ຖືຫຸ້ນ 20% ໂດຍການ ສຳປະທານ ເປັນເວລາ 25 ປີ ຣັຖບານລາວ ຈະໄດ້ລາຍຮັບ 1% ຈາກ ຄ່າສິດທິ, 10% ຈາກຄ່າຫຸ້ນ ແລະ ຄ່າສຳປະທານ ອີກປີລະ 40 ພັນໂດລາ.
ເຈົ້າຫນ້າທີ່ ທ່ານນີ້ ກ່າວຕື່ມວ່າ ຈາກການສຳຣວດ ເບື້ອງຕົ້ນ ພົບວ່າ ຈະມີ ປະຊາຊົນ ສອງ ບ້ານ ຫລືປະມານ 200 ຄົນ ຖືກໂຍກຍ້າຍ ຍ້ອນຈະຖືກ ນໍ້າຖ້ວມ ຖ້າເຂື່ອນ ສ້າງແລ້ວ. ໄຮ່ນາຕາກ້າ ແລະ ພື້ນທີ່ ການຜລິດ ໂຮງຫມໍ ໂຮງຮຽນ ຈະຖືກນໍ້າຖ້ວມ ຫມົດ. ຈະມີການ ໂຍກຍ້າຍ ໂຮງຮຽນ ໂຮງຫມໍ ແລະ ສຸຂສາລາ ໃນບ້ານ ດັ່ງກ່າວ ກ່ອນ ຈະສ້າງ.