ຈີນ ສ້າງ 7 ເຂື່ອນໃສ່ນໍ້າອູ
2016.05.03
ບໍຣິສັດ ພລັງງານນ້ຳ ຫລື Sinohydro ຂອງຈີນ ຈະສ້າງເຂື່ອນ ໃສ່ ນ້ຳອູ ທັງໝົດ ເຖິງ 7 ເຂື່ອນ, ຈົນ ເຖິງປັດຈຸບັນ ສ້າງ ເຂື່ອນນ້ຳອູ 2, ເຂື່ອນນ້ຳອູ 5 ແລະ ເຂື່ອນນ້ຳອູ 6 ໃກ້ຈະ ສຳເຣັດແລ້ວ ແລະ ຈະເລິ້ມລົງມື ສ້າງ ສີ່ເຂື່ອນ ທີ່ຍັງເຫລືອ ຄື ເຂື່ອນນ້ຳອູ 1,3,4 ແລະ 7 ໃນ ໄວໆນີ້.
ທາງການລາວ ແລະ ຈີນ ຈັດພິທີ ເລິ້ມສ້າງ ເຂື່ອນນ້ຳອູ ທັງສີ່ ເມື່ອ ວັນພະຫັດ ອາທິດ ທີ່ແລ້ວ ທີ່ ນະຄອນ ຫຼວງພຣະບາງ. ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ ກ່າວເປີດ ພິທີ ນັ້ນວ່າ; ການເລິ້ມລົງມື ສ້າງ ເຂື່ອນນ້ຳອູ ສີ່ແຫ່ງ ຊຶ່ງ ເປັນການສ້າງ ເຂື່ອນນ້ຳອູ ຣະຍະສອງ ເປັນສ່ວນນຶ່ງ ຂອງ ໂຄງການ ຂອງ ຣັຖບານລາວ ເພື່ອ ຫລຸດຜ່ອນ ຄວາມທຸກຍາກ ຂອງ ປະຊາຊົນລາວ. ອີກຢ່າງນຶ່ງ ໂຄງການ ເຫລົ່ານີ້ ສະແດງ ໃຫ້ເຫັນວ່າ ລາວແລະຈີນ ມີຄວາມສຳພັນ ແລະ ການຮ່ວມມື ໂດຍສະເພາະ ທາງດ້ານ ພລັງງານ ຢ່າງດີ ຕລອດມາ.
ສ່ວນ ທ່ານ Li Baoguang ຫົວໜ້າ ກົງສຸນຈີນ ປະຈຳ ນະຄອນຫຼວງພຣະບາງ ກ່າວວ່າ ການລົງມື ສ້າງ ເຂື່ອນນ້ຳອູ ຣະຍະສອງ ເປັນ ການສລອງ ວັນຄົບຮອບ 55 ປີ ຂອງການ ສ້າງສາຍສຳພັນ ຣະຫວ່າງ ລາວແລະຈີນ.
ບໍຣິສັດ Sino-hydro ຂອງຈີນ ລົງທຶນ ທັງໝົດເຖິງ 2 ຕື້ ແລະ 800 ລ້ານ ດອນລ່າ ສະຫະຣັດ ເພື່ອສ້າງ ເຂື່ອນ ນ້ຳອູ ທັງເຈັດ ຈຶ່ງ ຈະສາມາດ ຜລິດໄຟຟ້າ ໄດ້ທັງໝົດ ປະມານ 1,280 ເມກາວັດ. ເມື່ອສ້າງ ສຳເຣັດແລ້ວ ບໍຣິສັດ ຈີນ ຈະເປັນເຈົ້າຂອງ ເປັນ ເວລາ 29 ປີ ຫລັງຈາກນັ້ນ ຈະໂອນ ໃຫ້ເປັນ ກັມມະສິດ ຂອງ ຣັຖບານລາວ. ໃນເວລາ ເປັນເຈົ້າຂອງ ຢູ່ນັ້ນ ຈີນ ຈະຂາຍ ໄຟຟ້າ ໃຫ້ແກ່ ຣັດວິສາຫະກິດ ໄຟຟ້າລາວ ຊຶ່ງ ຈະສົ່ງໄປ ຂາຍຕໍ່ໃຫ້ ແກ່ ໄທແລະຈີນ; ບາງສ່ວນ ໄວ້ໃຊ້ ພາຍໃນ ປະເທດ.