ຊໍ ການຊ່າງໄດ້ປະມູນສ້າງເຂື່ອນ ໃນລາວ


2013.08.14
F-Ch-karnchang ບໍຣິສັດ ຊໍ ການຊ່າງ ຜູ້ຮັບຜິດຊອບ ໃນການກໍ່ສ້າງ ເຂື່ອນ ໄຊຍະບູຣີ
RFA

 

ບໍຣິສັດ ຊໍ ການຊ່າງ ຂອງໄທ ຊນະການປະມູນສ້າງເຂື່ອນໄຟຟ້າ ທີ່ມີມູນຄ່າ 20 ຕື້ ບາດ ໃນລາວ.

ຫນັງສືພິມ The nation ຂອງໄທ ສະບັບວັນທີ 14 ສິງຫາປີ 2013 ລາຍງານ ວ່າ ບໍຣິສັດ ຊໍ ການຊ່າງ ໄດ້ລົງນາມ ຂໍ້ຕົກລົງ ສ້າງເຂື່ອນ ໄຟຟ້າ ນ້ຳບາກ ໃນລາວ ໃນມູນຄ່າ ປະມານ 20 ພັນ ລ້ານບາດ. ການກໍ່ສ້າງເຂື່ອນນ້ຳບາກຄາດວ່າຈະເລີ້ມລົງມືໃນທ້າຍປີ 2014 ຄ່າໃຊ້ຈ່າຍໃນ ການກໍ່ສ້າງ ແຕ່ຢ່າງດຽວ ຈະຕົກຢູ່ປະມານ 17 ພັນລ້ານ ບາດ.

ທ່ານ ປຣິວ ຕຣີວິ ສວັດເວດ ປະທານກຸ່ມບໍຣິຫານ ບໍຣິສັດເຄືອຂ່າຍ ຊໍ ການຊ່າງ ກ່າວໃນຖແລງການ ວ່າ ເລີ້ມຈາກນີ້ໄປ ທາງບໍຣິສັດ ຈະລົງມື ດຳເນີນງານ ກ່ຽວກັບຂໍ້ຕົກລົງການຊື້ໄຟຟ້າ ແລະ ສັນຍາ ການກໍ່ສ້າງເຂື່ອນ. ເຂື່ອນໄຟຟ້າ ນ້ຳບາກ ທີ່ມີກຳລັງຜລິດ ໄຟຟ້າເຖິງ 160 ເມກາວັດ ເປັນພາກສ່ວນ ຂອງບໍຣິສັດໄຟຟ້າ ນ້ຳງື່ມ2 ທີ່ເປັນ ເຄືອຂ່າຍ ຂອງບໍຣິສັດ ຊໍ ການຊ່າງ. ວ່າງເດືອນ ສິງຫາ ວັນທີ 8 ບໍຣິສັດ ຊໍ ການຊ່າງ ໄດ້ລົງນາມ ຂໍ້ຕົກລົງ ໃນການ ພັທນາ ໂຄງການ ພລັງງານ ກັບ ຣັຖບານລາວ. ບໍຣິສັດ ຊໍ ການຊ່າງ ໄດ້ຊນະ ການປະມູນໃນການສ້າງເຂື່ອນຂນາດໃຫຍ່ໃນລາວໃນນັ້ນ ຮ່ວມດ້ວຍໂຄງການ ເຂື່ອນນ້ຳງຶ່ມ2 ແລະ ໂຄງການເຂື່ອນ ໄຊຍະບູຣີ.

ໄທມີແຜນການ ຈະຊື້ໄຟຟ້າ ຈາກລາວ ປະມານ 7000 ເມກາວັດໃນຣະຍະ 10 ປີ ຂ້າງຫນ້າ ໃນປັດຈຸບັນ ຫລາຍເຂື່ອນໃນລາວ ກໍຜລິດ ໄຟຟ້າ ສົ່ງໄປຂາຍ ໃຫ້ໄທ ແຕ່ກໍຍັງ ບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.