ບໍຣິສັດ ຊໍ ການຊ່າງ ພ້ອມສໍາລັບເຂື່ອນນໍ້າບາກ
2013.07.19

ບໍຣິສັດ ພລັງງານ ຊໍ ການຊ່າງ ຂອງໄທ ພ້ອມທີ່ຈະ ເຊັນ ສັນຍາ ໂຄງການ ເຂື່ອນ ໄຟຟ້າ ແຫ່ງ ທີ 3 ໃນລາວ ຄື ເຂື່ອນ ນໍ້າບາກ ຢູ່ແຂວງ ຫລວງພຣະບາງ ມູລຄ່າ 17 ພັນ ລ້ານບາດ. ການເຊັນນັ້ນ ກໍານົດ ມີຂຶ້ນ ໃນວັນທີ 8 ສິງຫາ ທີ່ ນະຄອນຫລວງ ວຽງຈັນ ຊຶ່ງ ຄາດວ່າ ຈະມີການ ກໍ່ສ້າງ ໃນທ້າຍປີ ນີ້.
ຂ່າວ Bangkok Post ຣາຍງານ ໃນວັນທີ 19 ກໍຣະກະດາ ນີ້ວ່າ ໂຄງການ ພລັງງານ ໄຟຟ້າ 160 ເມັກກາວັດ ຈະເປັນໂຄງການ ໄຟຟ້າ ພລັງນໍ້າ ແຫ່ງທີ 3 ຊຶ່ງ ບໍຣິສັດ ຊໍ ການຊ່າງ ມີຢູ່ລາວ ຫລັງຈາກ ໂຄງການ ເຂື່ອນ ນໍ້າງື່ມ 2 ແລະ ໂຄງການ ເຂື່ອນ ໄຊຍະບູຣີ. ໂຄງການ ເຂື່ອນ ໄຊຍະບູຣີ ທີ່ມີ ຄວາມແຮງ 1285 ເມັກກາວັດ ນັ້ນ ມີກໍານົດ ເປີດໃຊ້ ໃນ ປີ 2019.
ຍານາງ Supamas Trivisvavat ຜູ້ອໍານວຍການ ຝ່າຍ ບໍຣິຫານ ບໍຣິສັດ ພລັງງານ ຊໍ ການຊ່າງ ເວົ້າວ່າ ທາງ ບໍຣິສັດ ກໍາລັງ ສຶກສາ ຄວາມ ເປັນໄປໄດ້ ໃນການລົງທຶນ ໃສ່ໂຄງການ ພລັງງານ ແຫ່ງໃໝ່ ໃນບັນດາ ປະເທດ ເພື່ອນບ້ານ ໂດຍຈະມີ ກໍາລັງ ການຜລິດ ຮວມກັນ 1 ພັນ ເມັກກາວັດ ແລະ ວ່າຈະໃຫ້ ມີເຖິງ 2300 ເມັກກາວັດ ໃນອີກ 5-6 ປີ ຂ້າງໜ້າ ແລະ ຫລາຍກວ່າ 4 ພັນ ເມັກກາວັດ ໃນ ປີ 2013.
ຊໍ ການຊ່າງ ຄາດວ່າ ຣາຍໄດ້ ຈະເພີ່ມຂຶ້ນ ກວ່າ 2 ເທົ່າຕົວ ໂດຍຈະມີ ມູນຄ່າ 5 ພັນ 4 ຮ້ອຍ ລ້ານ ບາດ ໃນປີນີ້ ຈາກທີ່ໄດ້ 2 ພັນ 5 ຮ້ອຍ ລ້ານ ບາດ ໃນປີ 2012 ຊຶ່ງສ່ວນນຶ່ງ ກໍຍ້ອນມີ ຣາຍໄດ້ ຈາກ ເຂື່ອນນໍ້າງື່ມ 2 ໄດ້ ຕລອດ ທັງປີ.