NGO ຂໍໃຫ້ໂຈະ ເຂື່ອນໄຊຍະບູຣີ
2013.06.06

ອົງການ NGO ກັມພູຊາ ຮຽກຮ້ອງ ໃຫ້ ຣັຖບານລາວ ໂຈະການ ກໍ່ສ້າງ ເຂື່ອນ ໄຟຟ້າ ໄຊຍະບູຣີ ເພື່ອສຶກສາ ຜົລກະທົບ ຕື່ມອີກ.
ເຈົ້າໜ້າທີ່ ປະສານງານ ເຄືອຂ່າຍ ແມ່ນ້ຳ 3 ເຊ ໃນແຂວງ ຣັຕນະຄີຣີ ຂອງ ກັມພູຊາ ໄດ້ ຮຽກຮ້ອງ ຣັຖບານລາວ ໃຫ້ໂຈະ ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ເອົາໄວ້ ເພື່ອ ດຳເນີນ ການສຶກສາ ເຖິງ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ຕື່ມອີກ ເສັຍກ່ອນ ເນື່ອງຈາກວ່າ ການສຶກສາ ຫລາຍເທື່ອ ພົບວ່າ ປະເທດ ທີ່ຈະໄດ້ຮັບ ຜົລກະທົບ ຫລາຍທີ່ສຸດ ຈາກ ເຂື່ອນ ໄຊຍະບູຣີ ແມ່ນ ກັມພູຊາ, ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ວ່າ:
“ຢາກໃຫ້ພັກ ລາວ ນີ້ ຢຸດກ່ອນ ຢຸດການ ສ້າງເຂື່ອນກ່ອນ ໃຫ້ເວລາ ໃນການສຳຣວດ ໃຫ້ມັນໝົດ ກ່ອນ ເຮັດ EIA ໃຫ້ມັນອອກ ແຈ່ມແຈ້ງ ວ່າ ສ້າງເຂື່ອນໄປ ມັນບໍ່ມີ ຜົລກະທົບ ບໍ່ ຫລືວ່າ ຈັ່ງໃດ.”
ທ່ານ ກ່າວຕື່ມວ່າ ຈາກ ການແລກປ່ຽນ ຂໍ້ມູນ ກັບເຄືອຂ່າຍ ປະຊາຊົນ ຊາວໄທ ແລະ ການຮິບໂຮມ ຂໍ້ມູນ ພົບວ່າ ທີ່ຜ່ານມາ ກັມພູຊາ ໄດ້ຮັບ ຜົລກະທົບ ຈາກ ການກໍ່ສ້າງ ເຂື່ອນ ແມ່ນ້ຳຂອງ ໃນ ປະເທດຈີນ ແລ້ວ. ດັ່ງນັ້ນ ຈຶ່ງມີ ຄວາມຢ້ານກົວ ຖ້າຫາກວ່າ ເຂື່ອນ ໄຊຍະບູຣີ ສ້າງສຳເລັດ ຈະສົ່ງ ຜົລກະທົບ ຕໍ່ຊາວ ກັມພູຊາ ຫລາຍກ່ວາເກົ່າ, ໂດຍສະເພາະ, ເຣື້ອງ ການປະມົງ ໃນ ຕົງເລສາບ ທີ່ຖືວ່າ ມີຄວາມສຳຄັນ ຢ່າງຫລວງຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ຊາວ ກັມພູຊາ.
ໃນຂະນະດຽວກັນ NGO ດ້ານ ຣະບົບນິເວດ ຂອງໄທ ໃຫ້ຂໍ້ມູນ ເຊັ່ນດຽວກັນວ່າ ຈາກການ ສຶກສາວິຈັຍ ພົບວ່າ ເຂື່ອນຈີນ ມີຜົລກະທົບ ແທ້ ຕໍ່ກັມພູຊາ ຖ້າຫາກວ່າ ເຂື່ອນ ໄຊຍະບູຣີ ສ້າງແລ້ວ ກໍຈະມີ ຜົລກະທົບ ແຮງກ່ວານີ້, ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ວ່າ:
“ມີການສຶກສາ ພົບວ່າ ສະເພາະ ເຂື່ອນ ໃນຈີນ ນັ້ນ ກໍໄດ້ສົ່ງ ຜົລກະທົບ ທາງນິເວດ ວິທຍາ ດ້ານ ການປະມົງ ຢ່າງແຈ່ມແຈ້ງ ແລ້ວ ໃນປະເທດ ກັມພູຊາ ເຮົາກຳລັງ ເວົ້າເຖິງ ເຂື່ອນຈີນ ຊຶ່ງ ຫ່າງອອກໄປ ເຖິງ 2000 ກິໂລແມັດ ຈາກ ປະເທດ ກັມພູຊາ, ແຕ່ຖ້າກຫາກວ່າ ເຂື່ອນ ໄຊຍະບູຣີ ຊຶ່ງ ໃກ້ລົງມາອີກ ເປັນພັນ ກິໂລແມັດ ມັນສົ່ງ ຜົລກະທົບ ອັນມະຫາສານ ແນ່ນອນ.”
ທັ້ງນີ້ ການຕໍ່ຕ້ານ ເຂື່ອນ ໄຊຍະບູຣີ ໃນ ປະເທດໄທ ຍັງເປີດເຜີຍ ແຜນການ ໃນ ອະນາຄົດ ວ່າ ຈະພຍາຍາມ ເຄື່ອນໄຫວ ທຸກວິຖີທາງ ເພື່ອປົກປ້ອງ ແມ່ນ້ຳຂອງ ເຖິງແມ່ນວ່າ ທີ່ຜ່ານມາ ຈະມີຄວາມ ລຳບາກ ແລະ ບໍ່ໄດ້ຮັບ ຄວາມ ສົນໃຈ ຈາກ ຣັຖບານລາວ ແລະ ຣັຖບານ ໄທ ກໍຕາມ.