ກັມພູຊາບໍ່ໄດ້ຮັບແຈ້ງເຣື່ອງ ເຂື່ອນດອນສະຫົງ


2013.08.23
F-Don-sahong-map ແຜນທີ່ບ່ອນໂຄງການເຂື່ອນດອນສະໂຮງ
RFA

 

ການກໍ່ສ້າງເຂື່ອນດອນສະຫົງຊຶ່ງເປັນເຂື່ອນແຫ່ງທີ 2 ໃນຈໍານວນ ທັງໝົດ 11 ເຂື່ອນ ທີ່ຈະສ້າງ ໃສ່ແມ່ນໍ້າຂອງ ທີ່ຂັດແຍ່ງ ກັນນັ້ນ ມີຄວາມ ຄືບໜ້າ ໂດຍບໍ່ມີ ການຮັບຮອງ ຈາກ ສະມາຊິກ ຄະນະ ກັມມາທິການ ແມ່ນໍ້າຂອງ MRC. ອີງຕາມບົດຂຽນ ຂອງ Melissa McMorran.

ເຂື່ອນດອນສະຫົງ ຈະຕັ້ງຢູ່ ຫ່າງຈາກ ຊາຍແດນ ກັມພູຊາ ບໍ່ຮອດ 2 ກິໂລແມັຕ ຖືກຕິຕຽນ ເຣື່ອງ ຜົລກະທົບ ທີ່ປາກົດວ່າ ອາຈມີຕໍ່ ການປະໂມງ ຂອງກັມພູຊາ ຊາວລາວ ຊາວໄທ ແລະ ວຽດນາມ ນໍາດ້ວຍ.

ທ່ານ Te Navuth ເລຂາທິການ MRC ກັມພູຊາ ເວົ້າວ່າ ພວກ ທ່ານ ຍັງບໍ່ໄດ້ ຮັບແຈ້ງ ກ່ຽວກັບ ການກໍ່ສ້າງ ເຂື່ອນ ດອນສະຫົງ ແນວໃດເທື່ອ. ເຂື່ອນ ທີ່ມີຄວາມແຮງ ຂນາດ 240 ແມັກກາວັດ ນັ້ນ ແມ່ນບໍຣິສັດ Mega ວິສວະກັມ ແລະ ກໍ່ສ້າງ ຂອງ ມາເລເຊັຽ ຫລື MFCB ເປັນຜູ້ພັທນາ ຊຶ່ງກະແສໄຟຟ້າ ທີ່ຈະຜລິດໄດ້ເກືອບ ທັງໝົດ ຄາດວ່າ ຈະຂາຍໃຫ້ ໄທ ແລະ ກັມພູຊາ.

ຜູ້ອໍານວຍການ ເຄືອຂ່າຍ ແມ່ນໍ້າສາກົລ ດ້ານໂຄງການ ເຂດເອເຊັຽ ຕາເວັນອອກ ສ່ຽງໃຕ້ Ame Trandem ເວົ້າວ່າ ຕອນລົງຢ້ຽມຢາມ ເຂດໂຄງການ ເຂື່ອນນັ້ນ ຊາວບ້ານ ໄດ້ເວົ້າຕໍ່ ພວກທ່ານ ວ່າ ທາງບໍຣິສັດ MFCB ໄດ້ໃຫ້ ພວກເຂົາເຈົ້າ ປັກຫລັກອ້ອມເຂດ ທີ່ຈະສ້າງ ທາງແລະຂົວ ເຂົ້າເຖິງ ເຂື່ອນ. ນາງວ່າ ເປັນທີ່ ຈະແຈ້ງວ່າ ດອນສະຫົງ ຈະມີວິຖີ ໂຄຈອນ ແບບດຽວ ກັບ ເຂື່ອນ ໄຊຍະບູຣີ ຊຶ່ງເປັນ ໂຄງການ ທີ່ເຫັນແກ່ແຕ່ ຈະສ້າງ ປາສຈາກ ການຮ່ວມມື ຣະດັບພູມີ ພາກ.

ເຂື່ອນໄຊຍະບູຣີ ທີ່ມີຂນາດໃຫຍ່ກວ່າໃນການຜລິດກະແສໄຟຟ້າເຖິງຂນາດ 1285 ແມັກກາວັດ ເປັນເຂື່ອນທໍາອິດ ທີ່ສ້າງ ໃສ່ແມ່ນໍ້າຂອງ ຕອນລຸ່ມ ແລະ ມີຂ່າວນອງນັນ ວ່າ ຖືກສ້າງແລ້ວ ໃນເບື້ອງຕົ້ນ ໂດຍບໍ່ໄດ້ ມີການຫາຣື ກັບ ປະເທດ ສະມາຊິກ MRC. ທ່ານ Navuth ວ່າ ສປປລາວ ຄວນມີຄໍາຖາມ ເຖິງ 4 ປະເທດ MRC. ແລະວ່າ ພວກທ່ານ ບໍ່ໄດ້ຮັບ ເອກສານໃດໆ ກ່ຽວກັບ ການຂໍຄໍາເຫັນ ເຣື່ອງ ໂຄງການ ເຂື່ອນ ດອນສະຫົງນີ້ ຈັກເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.