ເຂື່ອນໄຊຍະບູຣີ ເປັນຂອງລາວໜ້ອຍນຶ່ງ
2013.01.31

ຖ້າຫາກວ່າ ຣັຖບານ ລາວ ເປັນຜູ້ລົງທຶນ ສ່ວນຫລາຍ ໃນການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ, ຜົລກຳໄລ ຈາກການຂາຍໄຟຟ້າ ຂອງເຂື່ອນແຫ່ງນີ້ ກໍຈະສົ່ງຜົລດີ ແລະ ເປັນຜົລກຳໄລ ແກ່ປະເທດຊາຕ. ແຕ່ໃນ ສະພາບຕົວຈິງແລ້ວ, ຣັຖບານລາວ ມີສ່ວນຮ່ວມ ກັບໂຄງການນີ້ ພຽງ 20% ເທົ່ານັ້ນ ແລະ ຫຸ້ນສ່ວນ ທີ່ເຫລືອ ແມ່ນເປັນຂອງ ເອກຊົນໄທ, ອີງຕາມຄຳເວົ້າ ຂອງ ນັກວິຊາການລາວ ທີ່ສຶກສາ ການກໍ່ສ້າງເຂື່ອນໄຊຍະບູຣີ.
“ສ້າງເຂື່ອນໄຊຍະບູຣີນີ້ ຜົລໄດ້ຮັບນີ້ ໃຫ້ນັກທຸຣະກິຈໄທ ຫລາຍກວ່າ ສ້າງຜົລຣາຍຮັບ ໃຫ້ແກ່ຄົນລາວ ເນາະ ຖ້າຫາກວ່າ ຣັຖບານ (ລາວ) ລົງທຶນ 100% ນີ້ກໍຄຶດວ່າ ລາວນີ້ ຊິໄດ້ຜົລກຳໄລແນ່ ແຕ່ທີ່ນີ້ ແມ່ນຄົນໄທ ມາລົງທຶນ ໝົດເນາະ.”
ທ່ານ ກ່າວຕື່ມວ່າ ຖ້າຫາກວ່າ ລາວ ເປັນຜູ້ລົງທຶນທັງໝົດ ໃນເຂື່ອນນີ້ ກໍຈະເປັນຜູ່ໄດ້ຮັບຜົນກຳໄລ ຈາກການຂາຍໄຟຟ້າ, ຊຶ່ງ 95% ຂອງໄຟຟ້າ ທີ່ຜລິດໄດ້ ຈະຂາຍໃຫ້ແກ່ປະເທດໄທ. ນອກຈາກນັ້ນ ຖ້າຫາກວ່າ ຣັຖບານລາວ ເປັນຜູ້ຖືຫຸ້ນສ່ວນຫລາຍ ຫລື ຖືຫຸ້ນ ທັງໝົດ ກໍຈະສາມາດຄວບຄຸມ ນະໂຍບາຍ ແກ້ໄຂບັນຫາໄດ້. ແຕ່ຄວາມຈິງ ທີ່ຄົນລາວ ສ່ວນຫລາຍ ບໍ່ຮູ້ນັ້ນ, ຣັຖບານລາວ ໂດຍບໍຣິສັດ ໄຟຟ້າລາວ (EDL) ຖືຫຸ້ນ ພຽງແຕ່ 20% ເທົ່ານັ້ນ, ຊຶ່ງຖືວ່າ ບໍ່ມີສິດສຽງຫຍັງ ໃນການກຳນົດ ນະໂຍບາຍ.
ຜູ້ຖືຫຸ້ນຫລາຍ ໃນໂຄງການເຂື່ອນ ຈະເປັນຜູ້ຄວບຄຸມ ນະໂຍບາຍ ຮວມເຖິງ ຕົກລົງ ຂໍ້ສັງເກດ ຕ່າງໆ ໃນສັນຍາຊື້ໄຟຟ້ານັ້ນ, ຮວມເຖິງ ການກຳນົດເວລາ ການເປີດ-ປິດ ປະຕູນ້ຳ, ຊຶ່ງໃນຍາມຣະດູຝົນ ຖ້າຫາກວ່າ ມີນ້ຳຫລາຍ ກໍຈະສາມາດຄວບຄຸມ ບໍ່ໃຫ້ນ້ຳຖ້ວມທ້າຍເຂື່ອນໄດ້ ແຕ່ສໍາລັບເຂື່ອນໄຊຍະບູຣີ ຣັຖບານລາວ ຈະເຮັດບໍ່ໄດ້ ຍ້ອນວ່າ ບໍ່ໄດ້ຖືຫຸ້ນຫລາຍ.
ທັ້ງນີ້ ທ່ານ ສລຸບວ່າ ຜູ້ທີ່ຈະໄດ້ຮັບຜົລກະທົບ ທຳອິດ ຈາກໂຄງການເຂື່ອນແຫ່ງນີ້ ແມ່ນຊາວລາວ ໃນທ້າຍເຂື່ອນ, ຊຶ່ງນັກວິຊາການນາໆຊາຕ ໄດ້ປະເມີນແລ້ວວ່າ ຈະມີຜູ່ໄດ້ຮັບຜົລກະທົບ ບໍ່ຕ່ຳກ່ວາ 20,000 ຄົນ ຈາກຣະດັບນ້ຳ ທີ່ປ່ຽນແປງ ຫາກປຽບທຽບກັບ ຜົລກຳໄລ ເປັນຈຳນວນເງິນ ທີ່ຣັຖບານລາວ ໄດ້ ຈາກເຂື່ອນແຫ່ງນີ້ ແລ້ວກໍຖືວ່າ ບໍ່ກຸ້ມຄ່າ ພໍເທົ່າໃດ.