ອີງຕາມ ຣາຍງານ ຂອງໜັງສືພິມ The Daily start ແລະ The diplomat ວັນທີ່ 25 ມົກກະຣາ 2013 ນີ້.
ຣາຍງານ ໄດ້ເວົ້າຄືນຫລັງ ອີກວ່າ ສປປ ລາວ ໄດ້ບັນລຸ ຂໍ້ຕົກລົງ ກັບ ວຽດນາມ ກໍາພູຊາ ແລະໄທ ເມື່ອປີກວ່າ ຜ່ານມາວ່າໂຈະ ການກໍ່ສ້າງເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ ການກໍ່ສ້າງ $3,500 ລ້ານ ໂດລາ ສະຫະຣັດ ໃນຂະນະທີ່ ການສຶກສາ ການຂື້ນລົງຂອງປາ ແລະ ຄວາມເປັນໄປໄດ້ ຂອງການນາບຂູ່ ຄວາມປອດພັຍ ດ້ານສະບຽງ ອາຫານ ຈາກການສ້າງ ເຂື່ອນ ແຕ່ແລ້ວ ສປປ ລາວ ກັບບໍ່ເອົາຫົວຊາ ນໍາຂໍ້ຕົກລົງນັ້ນ. ບໍຣິສັດ ກໍ່ສ້າງຂອງໄທ ເລີ້ມວຽກງານ ກໍ່ສ້າງໃນເດືອນ ພຶສຈິກາ ພ້ອມທັງ ວາງແຜນ ແຈ້ງການ ສ້າງເຂື່ອນ ແຫ່ງຕໍ່ໄປ.
ຣາຍງານ ແຈ້ງຕໍ່ໄປວ່າ ກອງປະຊຸມ ຄະນະມົນຕຣີ ແມ່ນໍ້າຂອງ ເມື່ອອາທິດ ທີ່ແລ້ວມານີ້ ຢູ່ເມືອງ ຫລວງພຣະບາງ ກໍາພູຊາ ໄດ້ສະເໜີໃຫ້ ຢຸດເຊົາ ການກໍ່ສ້າງ ທຸກຢ່າງ ໃນທັນທີ ແລະ ເວົ້າວ່າ ສປປ ລາວ ຕີຄວາມໝາຍຜິດ ໃນຂໍ້ຕົກລົງ ທີ່ຜ່ານມາ. ໃນຂະນະ ດຽວກັນ ວຽດນາມ ກໍຢໍ້າອີກວ່າ ບໍ່ໃຫ້ສ້າງ ເຂື່ອນໃດໆ ຂື້ນຈົນກວ່າ ຈະມີການ ເຫັນພ້ອມນໍາກັນ ເມື່ອບົດ ສືກສາ ອິສຣະ ສໍາເຣັດລົງ.
ກ່ຽວກັບເຣື້ອງນີ້ ໜັງສືພິມ ວຽງຈັນທາມສ໌ ຊຶ່ງ ເປັນໜັງສືພິມ ຂອງ ທາງການລາວ ກໍອອກຂ່າວວ່າ ປະເທດ ທີ່ຮ່ວມຢູ່ໃນ ຄະນະມົນຕຣີ ແມ່ນໍ້າຂອງ ຕອນລຸ່ມ ວຽດນາມ ກໍາພູຊາ ໄທ ບໍ່ໄດ້ຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບູຣີ ແລະ ບໍ່ໄດ້ຮຽກຮ້ອງ ໃຫ້ສປປ ລາວ ຢຸດການ ກໍ່ສ້າງເຂື່ອນ ໄຊຍະບູຣີ. ໃນຂ່າວແຈ້ງ ຕໍ່ໄປວ່າ ກອງປະຊຸມ ຢູ່ເມືອງ ຫລວງພຣະບາງ ເມື່ອອາທິດ ທີ່ແລ້ວນີ້ ບໍ່ມີປະເທດໃດ ອອກສຽງຕໍ່ຕ້ານ ການສ້າງເຂື່ອນ.
ກໍາພູຊາ ແລະ ວຽດນາມ ຕົກລົງວ່າ ລາວ ຄວນສືບຕໍ່ ປັບປຸງ ການອອກແບບ ເຂື່ອນຝາຍນໍ້າລົ້ນ ເພື່ອຫລຸດຜ່ອນ ຜົນກະທົບ ກ່ຽວກັບ ການໄຫລ ຂອງຝຸ່ນດິນຕົມ ແລະ ການຂື້ນລົງ ຂອງປາ ແລະ ວຽດນາມ ກໍສະແດງ ຄວາມເປັນຫ່ວງ ນໍາຜົນກະທົບ ຈາກການສ້າງ ເຂື່ອນ ໄຊຍະບູຣີ ຮວມທັງການ ພັທນາອື່ນໆ ໃສ່ແມ່ນໍ້າຂອງ.