ບ້ານໂຄກໃຫຍ່ເຣີ້ມໂຍກຍ້າຍ
2013.08.08
ປັຈຈຸບັນ ບ້ານໂຄກໃຫຍ່ ເມືອງນ່ານ ແຂວງ ຫລວງພຣະບາງ ໄດ້ເຣີ້ມ ໂຍກຍ້າຍ ຊາວບ້ານ ອອກຈາກ ພື້ນທີ່ກໍ່ສ້າງ ໂຄງການເຂື່ອນ ໄຊຍະບຸຣີ ແລ້ວ ໂດຍເຣີ້ມຕົ້ນ ຈາກ 6 ຫລັງຄາເຮືອນ ໃນມື້ວັນທີ່ 7 ສິງຫານີ້ ແຕ່ຊາວບ້ານ ບາງຄອບຄົວ ຍັງບໍ່ພໍໃຈ ຍ້ອນບໍ່ໄດ້ຮັບ ຄ່າຊົດເຊີຍ ຕົ້ນໄມ້ ທີ່ພວກເຂົາເຈົ້າປູກ ໄວ້ນັັ້ນ. ດັ່ງ ຊາວບ້ານ ຜູ້ນື່ງ ເວົ້າວ່າ:
“ກໍຍັງຄ່າຊົດເຊີຍ ບໍ່ໄດ້ຈ່າຍ ຈ່າຍແຕ່ 15 ດອນລ່າ ຫັ້ນ ທີ່ວ່າ ຜູ້ນື່ງຖຶກ ແສນສອງກິບຫັ້ນ ຈ່າຍແລ້ວ ເຂົາເຈົ້າ ກໍຍ້າຍ ໄປໝົດແລ້ວ ຄືວ່າ 6 ຄອບຄົວ ເມື່ອວານນີ້ ມື້ນີ້ ມາຂື້ນແຜນ 10 ຄອບຄົວ ແຕ່ວ່າບໍ່ໄດ້ໄປ ຝົນຕົກຫລາຍ ມື້ນີ້”.
ຊາວບ້ານ ຜູ້ນີ້ເວົ້າວ່າ ເມື່ອວັນທີ່ 6 ສິງຫາ 2013 ຫາງໂຄງການ ໄດ້ຈ່າຍ ຄ່າຊົດເຊີຍ ການໂຍກຍ້າຍ ໃຫ້ຊາວບ້ານ ທັງໝົດ 204 ຄົນ ໂດຍຈ່າຍໃຫ້ ຜູ້ລະ 15 ດອນລ່າ ຫຼື ປະມານ 123,000 ພັນກິບ ແຕ່ສີ່ງທີ່ ຊາວບ້ານ ບໍ່ພໍໃຈ ກໍຄືຄ່າຊົດເຊີຍ ຕົ້ນໄມ້ ຂອງເຂົາເຈົ້າ ທີ່ ທາງໂຄງການ ຄາດວ່າ ຈະເສັຍຫາຍ ຍ້ອນນໍ້າຖ້ວມນັ້ນ ນອກຈາກທາງ ໂຄງການ ປະເມີນຣາຄາ ຕໍ່າສຸດແລ້ວ ຍັງບໍ່ຈ່າຍ ຄ່າຊົດເຊີຍໃຫ້ ຈົນຮອດມື້ນີ້. ແລະວ່າ ສໍາລັບແຜນການ ໂຍກຍ້າຍນັ້ນ ຄາດວ່າ ຈະໃຫ້ ສໍາເຣັດພາຍໃນ ວັນທີ່ 13 ສິງຫາ 2013 ນີ້ ທັງໝົດ 34 ຄອບຄົວ ຈະຍ້າຍ ໃຫ້ໄດ້ ມື້ລະ 5 ຄອບຄົວ ຢ່າງຕໍ່າສຸດ.
ເວົ້າເຖີງການ ໂຍກຍ້າຍນັ້ນ ຊາວບ້ານສ່ວນໃຫຍ່ ກໍພໍໃຈ ເພາະຈະໄດ້ ຢູ່ເຮືອນໃໝ່ ມີໄຟຟ້າ ແລະ ນໍ້າປະປາໃຊ້ ສີ່ງດຽວທີ່ ຍັງຄາໃຈ ກໍຄື ການຊົດເຊີຍ ເຄື່ອງປູກຂອງຝັງ ທີ່ເສັຍຫາຍ ຂອງເຂົາເຈົ້າ ເພາະ ຍັງບໍ່ເປັນທີ່ ຈະແຈ້ງ ເທື່ອວ່າ ທາງ ໂຄງການ ຈະ ຊົດເຊີຍ ໃຫ້ຫຼືບໍ່.