ບ້ານຫ້ວຍເດື່ອຈະໂຍກຍ້າຍຈາກເຂື່ອນ ໄຊຍະບູຣີ
2013.08.15
ເມື່ອວັນທີ່ 10 ສິງຫາ 2013 ເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ບໍ່ປະສົງ ອອກຊື່ງ ທ່ານນື່ງ ເປິດເຜີຍວ່າ ປັຈຈຸບັນ ມີແຜນ ທີ່ຈະໂຍກຍ້າຍຊາວບ້ານ ບ້ານຫ້ວຍເດື່ອ ປະມານ 40-50 ຄອບຄົວ ຫຼື 250 ຄົນ ໃນວັນທີ່ 22 ສິງຫາ 2013 ນີ້ຕຶ່ມອີກ ຫລັງຈາກ ທີ່ໂຍກຍ້າຍຊາວບ້ານໂຄກໃຫຍ່ ອອກຈາກ ພື້ນທີ່ເດີມ ໄປໃສ່ ບ້ານຈັດສັນ ຫ້ວຍຫິບ ສໍາເຣັດ ຮຽບຮ້ອຍແລ້ວ. ທ່ານ ກ່າວວ່າ:
“ບ້ານໂຄກໃຫຍ່ ຍ້າຍສໍາເຣັດແລ້ວ ແບບໃຊ້ແຜນ 2275 ເພີ່ນ ໃຊ້ໄປແລ້ວເນາະ ນໍ້າຖ້ວມ ແລ້ວບັດນີ້ ຄ່າກິນຄ່າຢູ່ ເພີ່ນກໍຈະລຽ້ງ ແລ້ວ ກໍຈັດສັນ ອາຊິບໃຫ້ ລ້ຽງໃຫ້ 1 ປີ ແລ້ວ ວັນທີ່ 22 ສິງຫາ 2013 ເພີ່ນ ກໍສິເຣີ້ມຍ້າຍ ຫ້ວຍເດື່ອ”.
ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ປະຊາຊົນ ຈາກບ້ານໂຄກໃຫຍ່ ຈໍານວນ 204 ຄົນ ເຣີ້ມໂຍກຍ້າຍ ຕັ້ງແຕ່ ວັນ ທີ່ 7 ສິງຫາ ຈົນຮອດ ວັນທີ 10 ສິງຫາ ຈີ່ງສໍາເຣັດລົງ ໂດຍໄດ້ຈ່າຍຄ່າ ໂຍກຍ້າຍ ຕາມແຜນການ 2275 ຄື ແຜນຂອງ ໂຄງການ ກ່ຽວກັບການ ຈ່າຍຄ່າ ຊົດເຊີຍ ການໂຍກຍ້າຍ ປະຊາຊົນ ທີ່ຄາດວ່າ ຈະຖືກນໍ້າຖ້ວມ ເປັນເງິນ ຜູ້ລະ $15 ດອນລ່າ ແຕ່ໃນສ່ວນ ຂອງການຊົດເຊີຍ ຜລິດຜົນ ໃນດິນເກົ່າ ຂອງຊາວບ້ານນັ້ນ ຍັງບໍ່ມີ ການແຈ້ງການ ທີ່ແນ່ນອນ ເທື່ອ.
ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ໄຊຍະບຸຣີ ມີທັງໝົດປະມານ 1,974 ຄົນຊື່ງຈະຍ້າຍໄປຢູ່ ບ້ານຈັດສັນໃໝ່ສອງແຫ່ງ ຄື ບ້ານຫ້ວຍຫິບ ແລະບ້ານນາຕໍໃຫຍ່. ປັຈຈຸບັນ ບ້ານຈັດສັນໃໝ່ ບ້ານຫ້ວຍຫິບ ເມືອງນານ ແຂວງ ຫລວງພຣະບາງ ມີ ປະຊາຊົນ ອາສັຍຢູ່ ປະມານ 600 ຫາ 650 ຄົນ ແລ້ວຫລັງຈາກໂຍກຍ້າຍປະຊາຊົນຈາກບ້ານປາກເນີນ ແລະ ບ້ານໂຄກໃຫຍ່ສໍາເຣັດ. ບ້ານທີ່ຈະຖືກໂຍກຍ້າຍ ໃນອະນາຄົດ ຄື ບ້ານຫ້ວຍເດື່ອ ບ້ານປ່າສັກ ບ້ານພອນສວັນ ແລະ ບ້ານປາກລ້ານ ຊື່ງຄາດວ່າ ຈະມີ ປະຊາຊົນ ບໍ່ຫລຸດ 1,000 ຄົນ ທີ່ ຈະຖືກ ຍ້າຍອອກ ຈາກພື້ນທີ່ ຂນະທີ່ ບ້ານຈັດສັນໃໝ່ ອີກແທ່ງນື່ງ ຄືບ້ານ ນາຕໍໃຫຍ່ ນັ້ນມີ ປະຊາຊົນ ອາສັຍຢູ່ປະມານ 330-350 ຄົນ ເບື້ອງຕົ້ນ ຍັງບໍ່ມີແຜນ ທີ່ຈະຍ້າຍ ປະຊາຊົນ ຕື່ມ.