ນະໂຍບາຍແລກປ່ຽນເງິນຕຣາ ສ້າງບັນຫາ

ສິດນີ
2014.06.24
F-lao-viet-bank ຣະບົບ ທະນາຄານ ກໍເປັນສ່ວນນື່ງ ໃນການ ຄວບຄຸມເງິນເຟີ້
RFA

 

ໃນເດືອນ ທີ່ ຜ່ານມາ ມີຂ່າວວ່າ ການສະສົມ ເງິນຕຣາ ຕ່າງ ປະເທດ ທີ່ ເປັນເງິນ ສຳຣອງ ໃນ ທະນາຄານ ກາງ ຂອງ ຣັຖບານ ໄດ້ຫລຸດລົງ ຢ່າງຕໍ່ເນື່ອງ ແລະ ອັດຕຣາ ເງິນເຟີ້ ໃນສົກ ປີ 2013 - 14 ກໍສູງຂຶ້ນ ເຖິງ 6.5 % ເມື່ອທຽບໃສ່ ປີ ທີ່ ຜ່ານ ມາ ເຮັດໃຫ້ ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ ພາກັນ ແຮ່ ໄປປ່ຽນ ເອົາເງິນບາດ ຫລື ເງິນໂດລາ ທີ່ໝັ້ນຄົງ ກວ່າ. ຍ້ອນເຫດ ດັ່ງກ່າວ ທາງການ ລາວ ຈຶ່ງມີ ນະໂຍບາຍ ຄວບຄຸມ ການປ່ຽນ ເງິນຕຣາ ຂອງ ປະຊາຊົນ ແລະ ກຸ່ມ ທຸຣະກິດ ໃຫ້ສາມາດ ປ່ຽນ ໄດ້ ໜ້ອຍກວ່າ ແຕ່ກ່ອນ. ກຸ່ມ ທຸຣະກິດ ທີ່ ຕ້ອງໃຊ້ ເງິນຕຣາ ຕ່າງປະເທດ ໃນການນຳ ສິນຄ້າ ເຂົ້າອອກ ຈຶ່ງ ມີບັນຫາ. ດັ່ງ ແມ່ຄ້າ ຄົນນຶ່ງ ເວົ້າວ່າ:

"ອັນໂຕນີ້ຫັ້ນ ແຕ່ກີ້ ຂະເຈົ້າ ໃຫ້ແລກ ຜູ້ນຶ່ງ 20 ລ້ານກີບ ດຽວນີ້ ຂະເຈົ້າ ຫລຸດລົງ ເຄິ່ງນື່ງ ບາງ ທະນາຄານ ກໍບໍ່ໄດ້ ຮອດ ປານ ນັ້ນ ໄດ້ແຕ່ 5 ລ້ານ ບາງ ທະນາຄານ ກໍໄດ້ 10 ລ້ານ ຕາມແຕ່ ຂະເຈົ້າ ມີເງິນຫລາຍ ເງິນຫນ້ອຍ".

ນາງ ກ່າວຕື່ມວ່າ ແຕ່ກ່ອນ ໃຄແດ່ ດຽວນີ້ ກຸ່ມ ພໍ່ຄ້າ ແມ່ຄ້າ ມີຄວາມ ເດືອດຮ້ອນ ຍ້ອນ ບໍ່ສາມາດ ແລກປ່ຽນ ເງິນຕຣາ ຕ່າງປະເທດ ຈາກ ທະນາຄານ ເພື່ອມາ ດໍາເນີນ ທຸຣະກິດ ໃນ ແຕ່ລະມື້. ຫລາຍຄົນ ພາກັນ ໄປແລກປ່ຽນ ເງິນຕຣາ ຕ່າງປະເທດ ໃນຕລາດມືດ ທີ່ ທາງການ ເວົ້າວ່າ ເປັນການ ແລກປ່ຽນ ທີ່ ຜິດກົດຫມາຍ ແຕ່ ກໍຈຳເປັນ ຕ້ອງເຮັດ ເພາະບໍ່ມີ ທາງເລືອກ ເຖິງແມ່ນວ່າ ຣາຄາ ຈະສູງ ກວ່າ ທະນາຄານ ກໍຕາມ.

ປັດຈຸບັນ ສະພາບ ເສຖກິດ ໃນລາວ ກຳລັງ ປະສົບ ບັນຫາ ເງິນເຟີ້ ຄ່າຄອງຊີບ ແພງ ເຮັດໃຫ້ ນັກລົງທຶນ ໃນລາວ ລັ່ງເລ ໃນເຣື້ອງ ທີ່ຈະເຮັດ ທຸຣະກິດ ຢູ່ລາວ ອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.