ໂຄງການປູກພືດທົດແທນ ຝິ່ນ
2015.08.04
ໂຄງການ ສົ່ງເສີມ ປະຊາຊົນ ໃຫ້ ປູກພືດ ແທນ ຝິ່ນ ຢູ່ເຂດ ເມືອງ ຊໍາເໜືອ ຊຶ່ງ ເຈົ້າໜ້າທີ່ ວ່າ ມີຄວາມ ທ້າທາຍ ທີ່ສຸດ ນັ້ນ ບໍ່ທັນ ເລີ້ມລົງມື ເທື່ອ. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ຢູ່ ແຂວງ ຫົວພັນ ເປີດເຜີຍ ເມື່ອ ວັນທີ 3 ສິງຫາ ນີ້ວ່າ ຫາ ກໍລົງ ເກັບກໍາ ຂໍ້ມູນ:
"ໂຄງການ ນີ້ ຫາກໍລີເລີ້ມ ນະ ທ່ານ ອັນ ໂຄງການ ທ່ານ ກຸ ຈັນສີນາ ເຊັນນີ້ ບໍ່ທັນ ຈັດຕັ້ງ ປະຕິບັດ ເທື່ອ. ສໍາລັບ ເມືອງ ຊໍາເໜືອ ນີ້ ກ່າຖືວ່າ ໄປເກັບກໍາ ຂໍ້ມູນ ແລ້ວ ຫັ້ນ ມີ 10 ບ້ານ ເພາະວ່າ ອີງໃສ່ ສະພາບ ທັມມະຊາດ ໂຕຈິງ ຫັ້ນກ່າ ສາມາດ ເຮັດໄດ້ ຕົ້ນຕໍ ກ່າ ລ້ຽງສັດ ແລະ ປູກຝັງ ເທົ່ານັ້ນ ແລະກ່າ ມີຕໍ່າຫູກ ທໍໄໝ ຫັ້ນ ຈໍານວນນຶ່ງ ສະເພາະ ບ້ານນີ້".
ເຈົ້າໜ້າທີ່ ແຂວງ ຫົວພັນ ບໍ່ສາມາດ ບອກໄດ້ ວ່າ, ປັດຈຸບັນ ນີ້ ມີເນື້ອທີ່ ປູກຝິ່ນ ຢູ່ ໃນແຂວງ ນີ້ ເທົ່າໃດ, ຮູ້ແຕ່ວ່າ ຢູ່ເຂດ ຊໍາເໜືອ ນີ້ມີ 10 ບ້ານ ແລະ ອີກ 10 ບ້ານ ຢູ່ ເມືອງຊອນ. ນອກນັ້ນ ກໍມີ ເມືອງຂວັນ ແລະ ເມືອງ ຊໍາໃຕ້. ທ່ານວ່າ ຕ້ອງອາໄສ ຂໍ້ມູນ ການສໍາຣວດ ຂອງ ສະຫະ ປະຊາຊາຕ ຍ້ອນວ່າ ລາວ ບໍ່ສາມາດ ສໍາຣວດ ໄດ້ດ້ວຍ ຕົນເອງ.
ງົບປະມານ ສໍາລັບ ຈັດຕັ້ງ ປະຕິບັດ ໂຄງການ ນີ້ ປັດຈຸບັນ ມີຢູ່ແລ້ວ ກວ່າ 2 ລ້ານ ໂດລາ ສະຫະຣັດ, ສໍາລັບ 3 ປີ. ສ່ວນ ໂຕເລກ ຂອງ ທາງການ ລາວ ບອກວ່າ ປະຊາຊົນ ຢູ່ໃນເຂດ ປູກຝິ່ນ ໃນ ແຂວງ ຫົວພັນ ມີ ທັງໝົດ 38 ບ້ານ ຫລື ປະມານ 2 ພັນ ຄອບຄົວ ທີ່ ຕ້ອງການ ຄວາມ ຊ່ວຍເຫລືອ. ເມື່ອ ຖາມວ່າ ໂຄງການ ນີ້ ຈະປະສົບ ຜົນສໍາເຣັດ ໃນການ ເຮັດໃຫ້ ປະຊາຊົນ ທີ່ເຄີຍ ປູກຝິ່ນ ຫັນມາ ປູກພືດ ທົດແທນ ບໍ່, ທ່ານ ກໍວ່າ:
"ເບິ່ງ ລ່ວງໜ້ານີ້ ກ່າຊີ່ໄດ້ ຢູ່ ເພາະມັນ ຈະໄປ ກະຕຸກຊຸກຍູ້ ກ່ຽວກັບ ການຫັນປ່ຽນ ທາງດ້ານ ຊີວິດ ການເປັນຢູ່ ຂອງ ປະຊາຊົນ. ອັນ ທ້າທາຍ ຫລາຍ ກວ່າໝູ່, ອັນທີ່ນຶ່ງ ແມ່ນ ຄວາມ ເຄີຍຊິນ ຂອງ ປະຊາຊົນ ຖືວ່າ ເຂົາເຄີຍມາ ຫຼາຍ ສັດຕະວັດ ແລ້ວເດ ເຣື້ອງ ເຮັດຝິ່ນ. ອັນທີສອງ ແມ່ນການ ທົດແທນ ເຮົາ ວ່າຊິໃຫ້ ເຫັນ ພາບພົດໄວ ມັນພັດ ບໍ່ເຫັນໄດ້ ເນາະ ຄື ສົມມຸດວ່າ ລ້ຽງສັຕ ມັນກ່າຕ້ອງ ປີນຶ່ງ ສອງປີ ແຕ່ວ່າ ອັນຊິແກ້ ສະເພາະ ໜ້ານີ້ ນະ ມັນ ທ້າທາຍ ຢູ່ບ່ອນຫັ້ນ ອັນເຮັດໄຮ່ ນີ້ ແນ່ນອນ ແລ້ວ ເນື້ອທີ່ ນາ ມັນ ບໍ່ມີເດ ທ່ານ ເທິງພູ ໃດ".
ແຂວງ ຫົວພັນ ມີ 10 ເມືອງ ເປັນແຂວງ ທີ່ ຍັງທຸກຍາກ ຢູ່, ປັດຈຸບັນ ອັດຕຣາ ຄວາມທຸກຍາກ ໃນ ທົ່ວແຂວງ ເຫລືອ ແຕ່ ປະມານ 22 ສ່ວນຮ້ອຍ ຂອງ ປະຊາກອນ ທັງໝົດ ເກືອບ 3 ແສນ ຄົນ. ການລົງທຶນ ຂອງ ຕ່າງ ປະເທດ ສ່ວນຫລາຍ ກໍມີແຕ່ ວຽດນາມ. ຄິດເປັນ ມູນຄ່າ ແລ້ວ ກໍຖືວ່າ ຫນ້ອຍ ຢູ່. ການ ຊ່ວຍເຫລືອ ຂອງ ຕ່າງ ປະເທດ ເພື່ອ ການ ສົ່ງເສີມ ໃຫ້ ປະຊາຊົນ ປູກພືດ ແທນ ຝິ່ນ ນີ້ ສ່ວນຫລາຍ ແລ້ວ ແມ່ນ ຜ່ານ ອົງການ ສະຫະ ປະຊາຊາຕ ດ້ານ ຄວບຄຸມ ຢາເສບຕິດ ແລະ ອາຊຍາກັມ.