ການໃຊ້ ຣະບົບ ພັກພວກ ແລະ ເສັ້ນສາຍ ເປັນສີ່ງສຳຄັນ ໃນການ ໄດ້ເຂົ້າ ເຮັດວຽກ ໃນຫ້ອງການ ຂອງ ຣັຖບານ ສປປ ລາວ.
ໃນປີຜ່ານມາ ມີນັກສຶກສາ ລາວ ຈົບການສຶກສາ ໄດ້ຮັບປາຣິນຍາ ແລະ ປະກາດ ຊະນິຍະບັດຈາກ ມະຫາວິທຍາລັຍ ແຫ່ງຊາດ ແລະ ອຶ່ນໆເຖິງ 7,800 ຄົນ ແລະ ນັກສຶກສາ ກຸ່ມນີ້ ສ່ວນໃຫຍ່ ເມື່ອຈົບອອກ ມາແລ້ວ ບໍ່ມີວຽກ ເຮັດງານທຳ ເພາະ ການທີ່ຈະ ສາມາດ ເຂົ້າເຮັດວຽກ ໃນຫ້ອງການ ຣັຖບານລາວ ໄດ້ນັ້ນ ຕ້ອງມີພັກພວກ ມີເສັ້ນສາຍ ມີຄົນຮູ້ຈັກ ເປັນເຈົ້ານາຍ ຈຶ່ງຈະພໍມີ ໂອກາດ. ດັ່ງຄົນລາວ ຜູ້ນຶ່ງ ເວົ້າວ່າ:
"ຄົນສ່ວນຫລາຍ ຈະເປັນຄົນ ຮູ້ຈັກກັນ ກັບຊື້ຈ້າງເອົາ ແບບຮັບສິນບົນ ສົມມຸດວ່າ ເຂົ້າ ທະນາຄານ ມັນກໍມີ ລູກນ້ອງ ຂອງ ຫົວຫນ້າ ທະນາຄານ ຕິດຕໍ່ເອົາ ພະນັກງານ ເຂົ້າ ແລະ ກໍຫາເງີນ ໃຫ້ຫົວຫນ້າ".
ເລົາເວົ້າ ຕໍ່ໄປວ່າ ທຸກມື້ນີ້ ມີນັກສຶກສາ ວ່າງງານ ເປັນຈຳນວນ ຫລວງຫລາຍ, ຖ້າຄອບຄົວ ຮັ່ງມີແດ່ ກໍຈະສົ່ງລູກ ໄປຮຽນຕໍ່ ຕ່າງປະເທດ ຫລື ເຮັດທຸຣະກິດ ຂອງຕົວເອງ ແຕ່ຍັງມີ ຫລາຍຄົນ ທີ່ທຸກຍາກ ແລະ ກໍບໍ່ມີເງີນ ຈ້າງເຂົ້າເຮັດວຽກ ເລີຍກາຍເປັນ ຄົນວ່າງງານ ບາງຄົນ ກໍກັບເມືອບ້ານ ໄປເຮັດວຽກ ຊ່ອຍພໍ່ແມ່ ເຮັດໄຮ່ ເຮັດນາ ຫລືບາງຄົນ ກໍເຮັດວຽກ ໃນຂແນງທີ່ ຕົນ ບໍ່ມັກ ຫຼື ບໍ່ໄດ້ຮຽນມາ. ໃນຂນະດຽວກັນ ເຈົ້າຫນ້າທີ່ ຈາກ ກະຊວງ ສຶກສາທິການ ທ່ານນື່ງ ກໍເວົ້າວ່າ:
"ຈະບໍ່ສາມາດ ຕອບໄດ້ດອກ ແຕ່ກໍຄືວ່າ ຣະບົບ ຂອງມັນ ເຂົາຈະຕ້ອງ ມີການ ສອບບັນຈຸ ຫມົດ ເພາະວ່າດຽວນີ້ ນັກສຶກສາ ລາວ ມີຫລາຍ ບາງເທື່ອ ກໍສອບຫລາຍເທື່ອ ບໍ່ຕິດກໍມີ ບາງຄົນສອບ ເທື່ອດຽວ ກໍຕິດກໍມີ ສະນັ້ນເມື່ອເຮົາ ເບີ່ງຜິວເຜີນ ກໍເລີຍເວົ້າວ່າ ຄືຊີ່ແມ່ນ ເພີ່ນເປັນພີ່ ເປັນນ້ອງ ແລ້ວຕິ ຈຶ່ງຮັບ ເຮົາບໍ່ມີ ພີ່ມີນ້ອງ ກໍບໍ່ໄດ້ຮັບ ແຕ່ຕົວຈິງ ບາງເທື່ອ ໂຕເອງ ກໍບໍ່ເກັ່ງ ຄິດວ່າດ້ານ ຫລັກການ ແມ່ນວ່າ ເຮັດຖືກແລ້ວ ແຕ່ວ່າ ອາດຈະມີບາງ ກໍຣະນີ ທີ່ວ່າ ອາດເປັນຊ່ອງ ວ່າງຄືກັນ ທົ່ວໂລກນີ້ ມັນຈະບໍ່ ສເມີພາບ ຄວາມ ສເມີພາບ ມັນຈະ ບໍ່ມີເລີຍ".
ເລົາເວົ້າອີກວ່າ ການຮັບເອົາ ພະນັກງານ ໃຫມ່ ເຂົ້າເຮັດວຽກ ກັບ ຣັຖບານນັ້ນ ຈະປະກາດ ໃນຫນັງສືພິມ ແລະ ຈະຄັດເລືອກ ຕາມວຸດທິ ແລະ ຕຳແຫນ່ງທີ່ ຕ້ອງການ ໂດຍມີ ຄນະກັມມະການ ຂອງກົມ ບຸຄລາກອນ ເປັນຜູ້ ຄັດເລືອກ ຊຶ່ງຖ້າເວົ້າ ຕາມຂະບວນການ ແລ້ວ ກໍຖືວ່າ ຍຸຕິທັມ ດີ.