ພໍ່ແມ່ວ່າງງານຂັດສົນ ຄ່າຮຽນ ຂອງລູກ
2020.05.07
ຜູ້ປົກຄອງນັກຮຽນຍັງຕ້ອງປະເຊີນ ກັບຄວາມຫຍູ້ງຍາກເຣື່ອງເງິນຈ່າຍຄ່າຮຽນ ແລະໃຫ້ເງິນລູກໄປໂຮງຮຽນແຕ່ລະມື້ ຍ້ອນການປະກາດ ມາຕການຄວບຄຸມພຍາດໂຄວິດ-19 ຜູ້ປົກຄອງບໍ່ໄດ້ໄປເຮັດວຽກ ຂາດຣາຍໄດ້ເປັນເວລາສອງເດືອນ. ດັ່ງຜູ້ປົກຄອງນັກຮຽນຊັ້ນ ປ.5 ຢູ່ ໂຮງຮຽນເອກກະຊົນໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 06 ພຶສພາ ວ່າ. ເຖິງຈະຫລຸດຣາຄາຄ່າຮຽນລົງ ເຄິ່ງນຶ່ງກະຍັງບໍ່ມີຈ່າຍ:
"ກະບໍ່ມີອັນໃດຊິຈ່າຍແຫລະເນາະ ວຽກກໍບໍ່ໄດ້ໄປເຮັດ ເພິ່ນກະຫລຸດໃຫ້ແຕ່ບາດນີ້ເງິນໄປ ໂຮງຮຽນລູກໄປຈ່າຍແຕ່ລະມື້ ຣາຍໄດ້ພັດບໍ່ມີ ມັນກາຊິຍາກຄືກັນຫັ້ນແຫລະ."
ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ໂຮງຮຽນເອກກະຊົນ ນະຄອນຫລວງວຽງຈັນ ໄດ້ກ່າວວ່າເດືອນພຶສພາ ນີ້ນາຍຄຣູປະຈຳໂຮງຮຽນຈະໄດ້ຮັບເງິນ ເດືອນເຄິ່ງເດືອນ ຫລື ບໍ່ຮອດເຄິ່ງນຶ່ງ ຍ້ອນຜູ້ປົກຄອງນັກຮຽນ ຈຳນວນນຶ່ງ ບໍ່ມີເງິນຈ່າຍຄ່າຮຽນ ໃນຂນະທີ່ໂຮງຮຽນຕ້ອງໄດ້ຈຳກັດຜູ້ເຂົ້າ ຮຽນຫ້ອງນຶ່ງບໍ່ໃຫ້ເກີນ 30 ຄົນ ເພື່ອຮັກສາໄລຍະຫ່າງ ເຮັດໃຫ້ຕ້ອງເປີດຫ້ອງຮຽນເພີ່ມ ແລະຈຳເປັນຕ້ອງໄດ້ຈ້າງຄຣູພິເສດ ເຂົ້າມາຊ່ອຍ ຄຣູປະຈຳ.
"ຖ້າຜູ້ປົກຄອງມີເງື່ອນໄຂ ຊໍາລະຄ່າຮຽນໄດ້ ກໍຈະເອົາແຕ່ບໍ່ມີຂ້ອຍ ກໍບອກນາຍຄຣູ ແລ້ວຄັນຂ້ອຍບໍ່ເກັບບໍ່ໄດ້ ກະນາຍຄຣູອົດນຳກັນບໍ່ ໃຫ້ຊີຣຽດເຣື່ຶອງຄ່າຮຽນ ບໍ່ໃຫ້ຊີຣຽດເຣື່ອງເງີນເດືອນ ແຕ່ວ່າແນວໃດ ກະຊິພຍາຍາມ ໃຫ້ນາຍຄຣູບໍ່ເຖິງຂັ້ນວ່າບໍ່ມີເງິນ ຄ່າເຊົ່າເຮືອນ."
ທ່ານໄດ້ກ່າວຕື່ມວ່າເຖິງແມ່ນວ່າເງິນເດືອນຄຣູ ຈະບໍ່ໄດ້ຮັບຮອດເຄິ່ງນຶ່ງ ແຕ່ກໍແຈ້ງການໃຫ້ຄຣູປະຈຳວີຊາ ແລະ ຄຣູປະຈຳຫ້ອງສືບຕໍ່ ການຮຽນການສອນ ໃຫ້ນັກຮຽນໄດ້ຕາມຫລັກສູດ ປົກກະຕິດເພື່ອໃຫ້ ນັກຮຽນ ມີຄວາມຮູ້ສອບເສັງເລື່ອນຊັ້ນປີສຸດທ້າຍ ພາຍໃນເດືອນ ກໍຣະກະດາ ນີ້.
ສ່ວນຜູ້ປົກຄອງນັກຮຽນຊັ້ນ ປ.5 ທີ່ຮຽນຢູ່ໂຮງຮຽນຣັຖ ເຊິ່ງໄດ້ໃຫ້ຄຳເຫັນວ່າ ແຕ່ລະມື້ລູກໄປຮຽນ ຕ້ອງໄດ້ໃສ່ຜ້າອັດປາກປ້ອງກັນແຕ່ ກໍຢ້ານຍ້ອນເດັກນ້ອຍບໍ່ຊິນເຄີຍ ໃສ່ຜ້າອັດປາກມັນອືດອັດ ເຖິງແນວໃດ ກໍຕ້ອງໄດ້ໃຫ້ໄປຮຽນ ເພື່ອສອບເສັງເລື່ອນຊັ້ນ.
"ອັນລູກຜູ້ອັນນັ້ນກະໄດ້ຫັ້ນແຫຼະ ຖ້າບໍ່ໄປກະຢ້ານບໍ່ໄດ້ຂື້ນຫ້ອງ ໃສ່ຜ້າອັດປາກລ້າງມືເອົາເດີ້ລູກ ຮອດຍາມໂມງ ແມ່ໄປຕ້ອນບໍ່ຕ້ອງໄປ ເລາະໄປແລ່ນຈັ່ງຊີ້ແຫລະ."
ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ກ່າວວ່າການປ້ອງກັນມີມາຕການ ໃຫ້ນັກຮຽນປ້ອງກັນ ດ້ວຍການລ້າງມືໃສ່ຜ້າອັດ ແລະໂຕະຮຽນຕ້ອງຫ່າງກັນ ສ່ວນການຮຽນ ການສອນນັ້ນກໍອີງໃສ່ ແຈ້ງການຂອງກະຊວງສຶກສາ.
"ອັນນີ້ເຮົາຂຍາຍຫ້ອງອອກ ໃຫ້ມັນມີຣະຍະຫ່າງ ຄືນັກຮຽນ 30 ຄົນ ມັນມີຫ້ອງນຶ່ງ 15 ຄົນ ຕ້ອງເປັນສອງຫ້ອງ ມັນຕ້ອງຍ່າງເຂົ້າຍ່າງ ອອກ ຄືເວົ້ານັ້ນແຫລະຄຣູເຂົ້າຫ້ອງນີ້ ເອົາບົດຝຶກຫັດໃຫ້ ຫ້ອງນີ້ຫ້ອງນັ້ນ ໄປແນ່ຈັ່ງຊີ້ນ່າ ຍາກຫັ້ນແຫລະມີຄວາມຫຍຸ້ງຍາກແມ່ນຄຣູ."
ຕໍ່ກໍຣະນີການເປີດການຮຽນການສອນນັ້ນ ທ່ານ ຮອງສາສດາຈານ ດຣ. ກອງສີ ແສງມະນີ ຮອງຣັຖມົນຕຼີ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວຢ້ງຢືນໃນພິທີຖແລງຂ່າວ ຂອງຄະນະສະເພາະກິດ ເມື່ອ ວັນທີ 05 ພຶສພາ ວ່າຈະເປີດການຮຽນການສອນ ວັນທີ 18 ພຶສພາ ນີ້.
"ພາຍຫລັງທີ່ຣັຖບານອະນຸຍາດແລ້ວ ພວກຂ້າພະເຈົ້າໄດ້ກະກຽມໄດ້ອອກແຈ້ງການ ແນະນຳໃຫ້ສະຖານການສຶກສາ ທົ່ວປະເທດໃຫ້ຜູ້ ບໍຣິຫານ ແລະຄຣູທົ່ວປະເທດ ໃຫ້ກະກຽມເປີດການຮຽນການສອນ ຄືນໃໝ່ສຳລັບສາມັນສຶກສາເທົ່ານັ້ນ ໃນວັນທີ 18 ພຶສພາ ນີ້ ຄື: ປ.5 ມ.4 ແລະ ມ.7 ເຫດຜົລກໍເພາະວ່າເຮົາຕອ້ງໄດ້ເຝົ້າຣະວັງ ຄົນຈຳນວນຫລາຍບໍ່ສາມາດເຂົ້າຮຽນພ້ອມກັນໄດ້."
ການເປີດການຮຽນຄືນໃໝ່ ແມ່ນຈະໄດ້ເຣີ້ມວັນທີ 18 ພຶສາພາ ເປັນຕົ້ນສະເພາະແຕ່ຊັ້ນປະຖົມ ປ.5 ມ.4 ແລະ ມ.7 ສ່ວນຊັ້ນປະຖົມ ປ.1-ປ.4 , ມັທຍົມ. ມ.1-ມ.2-ມ3-ມ.5, ມະຫາວິທຍາລັຍ ແລະ ໂຮງຮຽນ ອະຊີວະຍັງປິດການຮຽນຈົນກວ່າ ຈະມີການປະກາດແຈ້ງການ ອະນຸຍາດໃຫ້ເປີດການຮຽນຄືນໃໝ່.