ມາຕການໂຄວິດ-19 ຄ້າຂາຍ ບໍ່ສະດວກ

ໄຊຍາ
2020.05.28
F-tourist-LP ພາບບັນຍາກາດຍາມແລງ ທີ່ ເມືອງຫຼວງພຣະບາງ ເມື່ອເຄິ່ງປີກ່ອນ ມີນັກທ່ອງທ່ຽວມາພັກຜ່ອນ ເຂົ້າຮ້ານອາຫານ ຊຸມແຊວກັນ
RFA

ຜູ້ປະກອບການຫລາຍຄົນຢືນຢັນວ່າ ຖ້າຕ້ອງປະຕິບັດຕາມ ມາຕການປ້ອງກັນພຍາດໂຄ ວິດ-19 ເຂັ້ມງວດຫລາຍເກີນໄປຕາມຄຳສັ່ງຂອງ ຣັຖບານຈະເຮັດໃຫ້ ຄ້າ-ຂາຍ ບໍ່ສະດວກ ແລະ ຈະບໍ່ມີຄົນເຂົ້າຮ້ານ. ດັ່ງຜູ້ປະກອບການຮ້ານອາຫານ, ໂຮງແຮມ ກໍມີມາຕການປ້ອງກັນ ເຂັ້ມງວດ ເຊັ່ນກ່ອນເຂົ້າຮ້ານ ລູກຄ້າຕ້ອງໄດ້ລ້າງມືກ່ອນ ວັດແທກອຸນຫະພູມ ແລະ ບໍ່ໃຫ້ຊຸມແຊວເກີນ 5 ຄົນ.

"ກະເພິ່ນໃຫ້ປະຕິບັດຕາມຣະບຽບຄືກັນກາຍ 10 ຄົນ ກະແຍກໃຫ້ຫັ້ນນ່າ ວ່າໃຫ້ນັ່ງກັນປະມານຕູບລະ 5 ຄົນ ຊິຫັ້ນນ່າ ຄ່ອຍເຮັດໄປຕາມ ເພີ່ນກ່ອນຫັ້ນແຫຼະກະ ຍັງຢ້ານຢູ່ຫັ້ນແຫຼະ ບໍ່ເປີດກະພັດວ່າບໍ່ມີ ອັນເຮັດອັນຫາເດ້ ກະຕ້ອງໄດ້ເປີດ."

ນາງກ່າວຕື່ມວ່າ ຫາກເຂັ້ມງວດເກີນໄປ ກິຈການຢູ່ບໍ່ລອດ ບໍ່ມີຣາຍໄດ້ແລະຍັງມີລູກນ້ອງອີກຫຼາຍຄົນ ທີ່ຍັງຕ້ອງຈ່າຍເງິນເດືອນປົກກະຕິ ສະນັ້ນຮ້ານອາຫານ ໂຮງແຮມ ເວລາລູກຄ້າມາໃຊ້ບໍຣິການ ກໍມີຄວາມ ກັງວົນຄືກັນ ຢ້ານພຍາດໂຄວິດ-19 ແຕ່ຜູ້ປະກອບ ການທຸກຄົນ ກໍມີມາຕການທີ່ເປັນແນວທາງ ປະຕິບັດເພື່ອປ້ອງກັນ ການຣະບາດຂອງພຍາດ ໂຄວິດ-19, ຕາມມາຕການຂອງຣັຖບານ.

ສ່ວນຜູ້ປະກອບການຮ້ານອາຫານ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ເຖິງມາຕການປ້ອງກັນວ່າທາງ ຮ້ານກໍມີການປ້ອງກັນໂດຍລ້າງມື ແລະ ວັດແທກອຸນຫະພູມ ກ່ອນຈະ ເຂົ້າຮ້່ານ ແຕ່ເຣື່ອງການເວັ້ນໄລຍະຫ່າງ ບາງເທື່ອກໍຫ້າມ ບໍ່ໄດ້ ເຖິງແມ່ນວ່າ ຈະມີຄວາມສ່ຽງກໍຕາມ ເພາະບາງເທື່ອມາເປັນຄອບຄົວໃຫຍ່ ຖ້າໄປເຂັ້ມງວດຫລາຍເກີນໄປ ເຂົາກໍຈະໄປເຂົ້າຮ້ານອື່ນ.

"ມີຄວາມສ່ຽງສູງແຕ່ວ່າເຣື່ອງໃສ່ແມັສໃສ່ຫຍັງ ຂະເຈົ້າຢາກໃສ່ ເຂົາກໍໃສ່ໄດ້ ແຕ່ວ່າເວລາເຂົ້າມາມັນຈະບໍ່ໄດ້ນັ່ງຕິດກັນ ຢູ່ແລ້ວຊິນ່າແຕ່ ບາງເທື່ອຂະເຈົ້າຢູ່ນຳກັນ 5-6 ຄົນເປັນໝູ່ກັນຊິແຫຼະ ກະຈຳເປັນເຮົາກະ ແຍກບໍ່ໄດ້."

ຜູ້ປະກອບການເຮືອນແພ ກິນ-ດື່ມ ໃນນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຄົນລາວເຣີ້ມອອກໄປ ທ່ອງທ່ຽວກິນເຂົ້າ ຕາມຮ້ານອາຫານ ເປັນຈຳນວນຫຼາຍແຕ່ລະຮ້ານ ກໍມີມາຕການ ປ້ອງກັນ ແຕ່ອາດຈະບໍ່ໄດ້ເຂັ້ມງວດ ເກີນໄປເພາະເປັນຄົນໃນພື້ນທີ່ແຂວງ ໂຕເອງ ແລະ ບໍ່ໄດ້ມີການຣະບາດຂອງພຍາດໂຄວິດ-19.

"ເອີສ່ວນຫລາຍກາເປີດແລ້ວ ມີແຂກພາຍໃນມາຫັ້ນແລ້ວ ຂະເຈົ້າບໍ່ມີ ບ່ອນຫລີ້ນຫລາຍອົດເປັນເດືອນ ສອງເດືອນແລ້ວ ກະຍັງບໍ່ທັນໄດ້ ເຂົ້າໂຮງຮຽນ ແດ່ຫັ້ນນ່າຂະເຈົ້າລະມາຫັ້ນນ່າ ທັມມະດານີ້ແຫຼະ ກະບໍ່ໄດ້ເຂັ້ມງວດປານໃດດອກ ບ້ານເມືອງເຮົາປະເທດເຮົາ ບໍ່ໄດ້ມີການ ແຜ່ຂຍາຍຫັ້ນນ່າ ບໍ່ເປີດກະບໍ່ໄດ້."

ໃນເຣື່ອງນີ້ເຈົ້າໜ້າທີ່ ປະຕິບັດການຄະນະສະເພາະກິດ ສະກັດກັ້ນ ແລະ ຄວບຄຸມພຍາດໂຄວິດ-19 ໄດ້ກ່າວຕໍ່ເອເຊັຽເສຣີວ່າ ເນື່ອງຈາກ ການຣະບາດ ພຍາດໂຄວິດ-19 ແລະ ປະເທດອ້ອມຂ້າງ ຍັງບໍ່ທັນໝົດໄປ 100% ຮວມເຖິງຍັງມີກຸ່ມຄົນງານລາວ ທີ່ຍັງເດີນທາງເຂົ້າມາ ປະເທດ ເຖິງຈະມີການກັກໂຕ 14 ມື້ ແຕ່ກໍຍັງມີຄວາມສ່ຽງຕໍ່ການຣະບາດ.

"ມັນກະຍັງມີການຣະບາດຢູ່ເດ້ ຄືພວກແຮງງານລາວ ທີ່ຢູ່ຕ່າງປະເທດ ຈຳນວນນນຶ່ງກໍຍັງມີ ຄວາມຊ່ຽງເດ້ ມີປັດຈັຍສ່ຽງ, ກິລາກໍຫລີ້ນ ກິລາກາງແຈ້ງ ຮ້ານອາຫານ ກໍຮ້ານອາຫານ ກາງແຈ້ງ ຄາຣາໂອເກະ ເບາະ ຮ້ານບັນເທີງ ຊິບໍ່ໄດ້ແລ້ວ ເພິ່ນບໍ່ໃຫ້ເປີດຢູ່ແລ້ວ ຮ້ານ ເສີມສວຍ ຮ້ານຕັດຜົມ ເພິ່ນໃຫ້ເປີດບໍຣິການແລ້ວ."

ທ່ານໄດ້ກ່າວຕື່ມວ່າ ສຳລັບຮ້ານນວດ ຮ້ານຄາຣາໂອເກະ ຮ້ານບັນເທີງ ຮ້ານກິນດື່ມ ທີ່ມີ ຂາຍແຕ່ທາດເຫລົ້າສະເພາະ ຣັຖບານຍັງບໍ່ ອະນຸຍາດໃຫ້ເຄື່ອນໄຫວໄດ້. ສ່ວນທຸຣະກິດອື່ນໆ ສາມາດດຳເນີນການ ເຄື່ອນໄຫວໄດ້ປົກກະຕິ ແຕ່ຕ້ອງມີມາຕການປ້ອງກັນ ທີ່ເຂັ້ມ ງວດຖ້າມາຕການປ້ອງກັນ ມີທິດທາງທີ່ດີຂື້ນຕໍ່ໜ້າ ຣັຖບານອາດຈະຜ່ອນຜັນບາງ ມາຕການເພີ່ມຕື່ມ.

ແນວໃດກໍ່ຕາມພາຍຫລັງທີ່ ຣັຖບານລາວຍົກເລີກມາຕການປ້ອງກັນ ແລະ ຄວບຄຸມການຣະບາດພຍາດໂຄວິດ-19 ແລະ ອະນຸຍາດໃຫ້ ທຸຣະກິດ ບາງປະເພດກັບມາເຄື່ອນໄຫວເປີດ ກິຈການໄດ້ ແຕ່ຣັຖບານ ກໍຍັງເຫັນວ່າການປະຕິບັດ ມາຕການປ້ອງກັນໃນກຸ່ມ ທຸຣະກິດ ຮ້ານອາຫານ ໂຮງແຮມ ສະຖານີຂົນສົ່ງ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ມີການຊຸມແຊວກັນເຊິ່ງມີ ຄວາມສ່ຽງສູງ ທີ່ພຍາດໂຄວິດ-19 ຈະມາ ຣະບາດຄືນໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.