ຂ.ອຸດົມໄຊ ໂຄວິດ-19 ກະທົບ ກະສິກັມສົ່ງອອກ

ໄຊຍາ
2021.07.14
ຂ.ອຸດົມໄຊ ໂຄວິດ-19 ກະທົບ ກະສິກັມສົ່ງອອກ ແຂວງອຸດົມໄຊ ປູກໝາກຖົ່ວເບີ ແລ້ວສົ່ງໄປຈີນ ບໍ່ໄດ້ຍ້ອນການຣະບາດ ຂອງໂຄວິດ-19 ຈຶ່ງເອົາມາຕາກແຫ້ງ ຂາຍເປັນອາຫານງົວ
ນັກຂ່າວພົລເມືອງ

ທາງການແຂວງອຸດົມໄຊ ໄດ້ຣາຍງານວ່າເຊື້ອພຍາດໂຄວິດ-19 ທີກຳລັງຣະບາດຢູ່ໃນຂນະນີ້ ໄດ້ສ້າງຜົລເສັຽຫາຍໃຫ້ກັບສິນຄ້າ ກະສິກັມ ຂອງແຂວງອຸດົມໄຊ ທີ່ສົ່ງອອກໄປຈີນນັບ ແຕ່ປີກາຍເປັນຕົ້ນມາ ໂດຍສະເພາະ ແມ່ນພືດຣະດູແລ້ງ ທີ່ເປັນສິນຄ້າຕົ້ນຕໍ ສົ່ງອອກໄປຈີນ ເຊິ່ງບັນຫາດັ່ງກ່າວ ທາງອົງການປົກຄອງແຂວງອຸດົມໄຊ ກໍໄດ້ຕິດຕໍ່ຫານາຍທຶນຈີນ ເພື່ອປຶກສາຫາທາງອອກ.

ຕໍ່ບັນຫາດັ່ງກ່າວ ທາງອົງການປົກຄອງແຂວງອຸດົມໄຊ ທີ່ມີສ່ວນກ່ຽວຂ້ອງ ໃນເຣື່ອງດັ່ງກ່າວ ທີ່ຂໍສງວນຊື່ ແລະສຽງໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອຕົ້ນເດືອນກໍຣະກະດາ ທີ່ຜ່ານມາວ່າ ໃນປີຜ່ານມາກໍເສັຽຫາຍ ຈຳນວນຫຼາຍ ແລະ ມາໃນປີນີ້ ທາງການແຂວງ ອຸດົມໄຊ ກໍກຳລັງແກ້ໄຂບັນຫານີ້ ໃຫ້ກັບຜູ້ປະກອບການ ສົ່ງອອກໄປຈີນ.

"ຜູ້ປະກອບການຝ່າຍລາວນີ້ ໂດຍສະເພາະ ພໍ່ແມ່ປະຊາຊົນ ຜູ້ທີ່ປູກພືດຣະດູແລ້ງ ທີ່ຈະສົ່ງຂາຍໃຫ້ແກ່ພໍ່ຄ້າຊາວຈີນຫັ້ນບໍ່ໄດ້ຂາຍ ສິນຄ້າ. ຢູ່ແຂວງອຸດົມໄຊ ຂອງພວກເຮົາສິນຄ້າ ຍັງຄ້າງບໍ່ໄດ້ຂາຍໄປສູ່ປະເທດຈີນກໍມີຢູ່ ອັນທີ່ນຶ່ງ ແມ່ນໝາກຖົ່ວ, ສອງມາລະແມ່ນ ມັນດ້າງ, ອັນທີສາມມາລະແມ່ນໝາກກ້ວຍ ແລະ ໝາກອຶ, ອ້ອຍ ພວກເຮົາບໍ່ໄດ້ ສົ່ງອອກໄປຈີນ."

ທ່ານໄດ້ກ່າວຕື່ມວ່າ ໃນໄລຍະໂຄວິດ-19 ຣະບາດເຮັດໃຫ້ການຄ້າການລົງທຶນ ພາຍໃນແຂວງໄດ້ຮັບຜົລກະທົບຫຼາຍ ໂດຍສະເພາະ ແມ່ນບັນດາບໍຣິສັດທີ່ມາເຊັນສັນຍາ ກັບອົງການປົກຄອງ ແຕ່ເມື່ອເຖິງເວລາປະຕິບັດສັນຍາ ກັບບໍ່ໄດ້ປະຕິບັດ ໂດຍຜູ້ປະກອບການ ຈີນ ບໍ່ສາມາດເດີນທາງເຂົ້າມາລາວ ໄດ້ເທື່ອເຊິ່ງມັນເປັນຂໍ້ຫຍຸ້ງຍາກ ໃນການແກ້ໄຂ ບັນຫານີ້.

ຜ່ານມາທາງແຂວງອຸດົມໄຊ ກໍໄດ້ປະສານໄປຍັງນັກລົງທຶນຊາວຈີນ ແຕ່ກໍຍັງຄາເຣື່ອງຂັ້ນຕອນ ຂອງເອກກະສານເດີນທາງເຂົ້າມາ ໃນເມື່ອກ່ອນ. ແຕ່ປັດຈຸບັນ ກໍໄດ້ມີການຜ່ອນຜັນ ໃຫ້ນັກລົງທຶນເຂົ້າມາໄດ້ ແຕ່ກໍຍັງມີບັນຫາເຣື່ອງການສົ່ງອອກໄປຈີນ ຍ້ອນຂັ້ນ ຕອນການຂົນສົ່ງເຂົ້າໄປຈີນ ຕ້ອງປະຕິບັດຕາມຣະບຽບຂອງ ດ່ານບໍ່ເຕັນ-ບໍ່ຫານ ຕ້ອງມີການ ຄ່ຽນຖ່າຍຣົດຂົນສົ່ງ, ອັນເປັນເຫດ ເຮັດໃຫ້ຣົດຂົນສົ່ງຈີນ ເຂົ້າມາຮັບເອົາສິນຄ້າບໍ່ໄດ້ ເນື່ອງຈາກຜູ້ປະກອບການພາຍໃນແຂວງ ກໍມີບັນຫາເຣື່ອງການຂົນສົ່ງ.

ໃນຂນະທີ່ເຈົ້າໜ້າທີ່ຂອງຂແນງແຜນການ ແລະ ການລົງທຶນໄດ້ກ່າວເຖິງບັນຫາດັ່ງກ່າວວ່າ ຈະຂໍອະນຸຍາດຂັ້ນສູງກາງເພື່ອຜ່ອນຜັນ ໃຫ້ບັນດານັກລົງທຶນຈີນ ກັບມາລາວ ເພື່ອປຶກສາຫາລືຫາທາງອອກ ຕໍ່ກັບບັນຫາດັ່ງກ່າວ.

"ທາງແຂວງມີແຜນຈະເຮັດກອງປະຊຸມຮ່ວມກັນ ຣະຫວ່າງ ການນຳແຂວງກັບນັກທຸຣະກິຈ ພໍດີມາເຈິກັບໂຄວິດ ພວກເຮົາກໍບໍ່ທັນໄດ້ ເປີດກອງປະຊຸມດັ່ງກ່າວ."

ຕໍ່ຜົລກະທົບທີ່ເກີດຂຶ້ນ ໃນເທື່ອນີ້ສູນສົ່ງເສີມກະສິກັມ ແລະ ລ້ຽງສັດລາວຈີນ ຢູ່ແຂວງອຸດົມໄຊ ທີ່ເປັນສູນສນອງແນວພັນພືດແລະສັດ ໃຫ້ຜູ້ປະກອບການພາຍໃນແຂວງ ກໍປະສົບ ກັບບັນຫາເຊັ່ນກັນ ເພາະໃນປີນີ້ ຜູ້ປະກອບການເອງ ກໍຍັງບໍ່ແນ່ໃຈວ່າປີນີ້ ຈະສົ່ງອອກ ໄປຈີນໄດ້ຫຼືບໍ່ ກໍເລີຍສົ່ງຜົລກະທົບ ຕໍ່ການຈຳໜ່າຍແນວພັນພືດ ແລະ ສັດ.

"ໄລຍະຜ່ານມານີ້ເນາະ ພວກເຮົາກໍໄດ້ມີຜົລສຳເຣັດ ໃນການຮ່ວມມືກັບຝ່າຍຈີນຫຼາຍດ້ານ ແຕ່ຍັງຄ້າງຢູ່ບ່ອນວ່າ ການຕລາດ, ເຊິ່ງຈະໄດ້ໂຄສະນາຮຽກຮ້ອງ ໃຫ້ຜູ້ປະກອບການ ມານໍາໃຊ້."

ທາງດ້ານຜູ້ປະກອບການ ໄດ້ສະແດງຄວາມເຫັນວ່າ ຜ່ານມາໃນເວລາປົກກະຕິ ສ່ວນຫຼາຍນາຍທືນຈີນ ບໍ່ໄດ້ປະຕິບັດຕາມສັນຍາ ຊື້-ຂາຍ ຜູ້ປະກອບການພາຍໃນຫຼາຍຄົນ ກໍມີຄວາມສ່ຽງຄືດັ່ງປີ 2020 ຜ່ານມາກໍມີຫຼາຍເທື່ອທີ່ນາຍທືນຈີນ ຜູ້ຮັບຊື້ບໍ່ປະຕິບັດ ຕາມສັນຍາ ທີ່ຕົກລົງກັນໄວ້ເຊັ່ນ ເຣື່ອງຂອງຈຳນວນສິນຄ້າ, ຂນາດຂອງສິນຄ້າເພື່ອກົດຣາຄາ.

ສ່ວນໃນຕອນນີ້ໂຄວິດ-19 ຣະບາດຊາວສວນກໍຍິ່ງປະເຊີນກັບ ຄວາມຫຍຸ້ງຍາກຫຼາຍ ຕ້ອງໄດ້ຫັນໄປປູກພືດທີ່ຕລາດພາຍໃນ ຕ້ອງການບໍຣິໂພກ.

"ມາເວົ້າເຣື່ອງບັນຫາທີ່ເຮົາພົບພໍ້ ກໍແມ່ນບໍ່ປະຕິບັດຕາມສັນຍາຫັ້ນ ອັນທີນຶ່ງກະເວົ້າເຣື່ອງ ກະບົວຣະບັດຮັກສາ ໃນເບື້ອງຕົ້ນບໍ່ໄດ້ ສະນັ້ນມັນຈຶ່ງມີບັນຫາ ໃນເວລາເກັບຊື້ ເຂົາກະບໍ່ເອົາເລີຍ ມັນກາເກີດຜົລກະທົບຕາມມາ."

ແຂວງອຸດົມໄຊ ເຖິງຈະປະເຊີນກັບບັນຫາໂຄວິດ-19 ທີ່ກຳລັງຣະບາດຢູ່ໃນຂນະນີ້ ຕາມການຣາຍງານຂອງສື່ພາຍໃນ ເມື່ອວັນທີ 05 ກໍຣະກະດາ ຜ່ານມາ ທາງອົງການປົກຄອງ ແຂວງອຸດົມໄຊ ກໍໄດ້ເຊັນສັນຍາກັບ 3 ບໍຣິສັດກະສິກັມຈາກຈີນ ໂດຍຈະມາສົ່ງເສີມ ໃຫ້ປະຊາຊົນປູກພືດ ກະສິກັມ ຕາມຣະດູການເປັນສິນຄ້າ ແລະ ປູກໄມ້ໃຫ້ໝາກ ໃນເນື້ອທີ່ 200 ປາຍເຮັກຕ້າ ຢູ່ບ້ານມູນເມືອງ ເມືອງໄຊ, ບ້ານນໍ້າດໍ, ບ້ານໂຮມໄຊຄຳ, ບ້ານຫ້ວຍລຸກ ແລະ ບ້ານປາງສົມ ເມືອງແບງ ບໍຣິສັດ ຈະຮັບຜິດຊອບທຶນ, ເຕັກນິກ, ການຕລາດ ແລະ ເກັບຊື້ໝາກຈາກປະຊາຊົນ ຕາມຣາຄາໃນທ້ອງຕລາດ ໃນຮູບການແບບຂາຍຍົກ ໃນແຕ່ລະໄລຍະ.

ນອກຈາກນີ້ ຍັງສົ່ງເສີມປະຊາຊົນລ້ຽງສັດໃຫຍ່ ແລະ ສັດນ້ອຍຢູ່ເຂດ 10 ບ້ານ ໃນເມືອງໄຊຄື: ບ້ານມົກກົກ, ບ້ານນາຊາຍທອງ, ບ້ານກີ່ວເຮ້ຍ, ບ້ານພູສວັນ, ບ້ານລາວລີ-ລາວວີ, ບ້ານບໍ່, ບ້ານາໝີ, ບ້ານທ່ຽວ, ບ້ານປາງແມງ ແລະ ບ້ານຫ້ວຍແພ ໃນເນື້ອທີ່ ທັງໝົດ 300 ເຮັກຕ້າ ແລະ ປູກສາລີ ຢູ່ເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ເນື້ອທີ 4 ພັນເຮັກຕ້າ ແລະ ສ້າງຕັ້ງໂຮງງານ ອົບສາລີ ແລະ ໂຮງງານຜລິຕພັນ ປ້ອງກັນພືດພັນ ກະສິກັມລາວ ຢູ່ບ້ານນໍ້າປຣະ ເມືອງໄຊ. ໂດຍມີອາຍຸສັນຍາການລົງທືນ 10 ປີ.

ປັດຈຸບັນແຂວງອຸດົມໄຊ ມີການລົງທຶນທັງໝົດ 100 ປາຍ ໂຄງການຕົກເປັນມູລຄ່າ 380 ລ້ານໂດລາສະຫະຣັດ. ໃນນີ້ການລົງທຶນ ສ່ວນໃຫຍ່ ແມ່ນັກທຸຣະກິຈຈີນ ທີ່ມາລົງທຶນ ໃນຂແນງ ກະສິກັມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.