ສານຫົວພັນຕັດສິນຈໍາຄຸກກຸ່ມສໍ້ໂກງ
2014.05.21
ໃນວັນທີ 16 ພຶສພາ ປີ 2014 ສານ ປະຊາຊົນ ຊັ້ນຕົ້ນ ທີ່ ແຂວງ ຫົວພັນ ໄດ້ຕັດສິນ ລົງໂທດ ອະດີດ ເຈົ້າຫນ້າທີ່ ຣັຖ 10 ຄົນ ໃນຄະດີ ສໍ້ຣາສ ບັງຫລວງ ໃຫ້ ຖືກຄຸກ ເປັນເວລາ ຫລາຍປີ ໃນນັ້ນ ຮ່ວມດ້ວຍ ເຈົ້າຫນ້າທີ່ ຈາກ ຜແນການ ເງິນ ປະຈຳ ແຂວງ, ເຈົ້າຫນ້າທີ່ ຫ້ອງການ ເມືອງ ແລະ ເຈົ້າຫນ້າທີ່ ຈາກ ຫ້ອງການ ສຶກສາ ແລະ ການ ກິລາ:
"ຕັດສິນ ວັນທີ 16 ເດືອນ 5 ນີ້ ເຫນາະ ຄະດີ ສໍ້ຣາສ ບັງຫລວງ ແຕ່ວ່າ ຜູ້ກ່ຽວ ແລະ ຄອບຄົວ ຂອງ ພວກ ຂະເຈົ້າ ຂໍອຸທອນ ກໍ 20 ວັນ ນັບແຕ່ມື້ ຕັດສິນ ເຂົາອຸທອນ ຄືນກໍໄດ້ ຄົ້ນຄວ້າ ຄືນ".
ທ່ານວ່າ ອະດີດ ພະນັກງານ ຣັຖ 10 ຄົນ ທີ່ຖືກ ພິພາກສາ ຄວາມຜິດ ໃນ ກົດຫມາຍ ອາດຍາ ມາດຕຣາ 174 ສະບັບ ປັບປຸງ ໃນປີ 2005 ຊຶ່ງ ໃນຣະຍະ ທີ່ຜ່ານມາ ມີຄະດີ ດັ່ງກ່າວ ໄດ້ ທຳການ ສືບສວນ ສອບສວນ ໂດຍ ເຈົ້າຫນ້າທີ່ ສະເພາະກິດ ຂັ້ນສູນກາງ ແລະ ຂັ້ນແຂວງ. ຈາກການ ສືບສວນ ພົບວ່າ ເຈົ້າຫນ້າທີ່ ກຸ່ມ ດັ່ງກ່າວ ໄດ້ຍັກຍອກ ເງິນຫລວງ ໂດຍ ສະເພາະ ເງິນ ໂກງ ເວລາ ເງິນຄຣູ ອາສາສມັກ ທີ່ ບໍ່ໄດ້ເບີກ ຈ່າຍ ໃຫ້ ຂະເຈົ້າ ຫລັງຈາກ ໄດ້ຮັບເງິນ ມາແລ້ວ, ກຸ່ມ ດັ່ງກ່າວ ໄດ້ ປອມແປງ ເອກສານ ການເງິນ ເພຶ່ອ ສໍ້ໂກງ ເອົາມາເປັນ ຂອງ ຕົນເອງ.
ທ່ານວ່າ ໃນ ປັດຈຸບັນ ເຈົ້າຫນ້າທີ່ ຣັຖ 10 ຄົນ ຖືກໃຫ້ ອອກວຽກ ແລ້ວ ແລະ ຖືກສານ ຕັດສິນ ຈຳຄຸກ ເປັນເວລາ ຫລາຍປີ ພ້ອມທັງ ຮັບສັ່ງ ໃຫ້ຈ່າຍ ເງິນຄືນ ຮ່ວມທັງ ຖືກປັບໃຫມ ຈາກ ສານ ແຕ່ຖ້າຫາກ ຜູ້ຕ້ອງຫາ ຕ້ອງການ ຍື່ນ ອຸທອນ ກໍສາມາດ ຍື່ນໄດ້ ບໍ່ໃຫ້ ເກີນ 20 ມື້.